ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອ້າຍຂອງ ນັກເຄຶ່ອນໄຫວ ຕາບອດຈີນ ກັບຄືນເມືອບ້ານແລ້ວ


ນາຍ Cheng Guangfu ອ້າຍຂອງນາຍ Chen Guangcheng ນັກເຄຶ່ອນໄຫວຕາບອດ
ນາຍ Cheng Guangfu ອ້າຍຂອງນາຍ Chen Guangcheng ນັກເຄຶ່ອນໄຫວຕາບອດ

ທະນາຍຄວາມ​ດ້ານ​ສິດທິ​ຄົນ​ນຶ່ງ ກ່າວ​ວ່າ ອ້າຍ​ຂອງ​ນາຍ Chen Guangcheng ນັກ​ເຄື່ອນ​ໄຫວຕາບອດ ​ໄດ້​ກັບ​ຄືນ​ໄປ​ບ້ານ​ຂອງ​ລາວ​ ຢູ່​ໃນ​ພາກ​ເໜືອ​ຂອງ​ຈີນແລ້ວ ຫຼັງຈາກ​ໄດ້​ເອົາ​ຕົວຫຼົບໜີ​ຈາກ​ພວກ​ຄົນ​ຍາມ ​ເມື່ອ ວັນ​ອັງຄານ ​ແລ້ວເດີນທາງ​ໄປ​ຍັງ​ປັກ​ກິ່ງ​ນັ້ນ.

ທະນາຍຄວາມ Ding Xikui ກ່າວໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ໝູ່​ຄົນ​ນຶ່ງ​ໄດ້ບອກລາວວ່າ ນາຍ Chen Guangfu ​ໄດ້​ກັບ​ຄືນ​ໄປ​ໝູ່​ບ້ານ Dongshigu ​ແລ້ວ ຫຼັງຈາກໄດ້​ໄປ​ຂໍ​ຄໍາ​ປຶກສາ​ດ້ານ​ກົດໝາຍ​ທີ່​ປັກ​ກິ່ງ ກ່ຽວ​ກັບ​ການ​ພິທັກ​ປົກ​ປ້ອງ​ລູກ​ຊາຍ​ຂອງ​ລາວ ຈາກ​ອັນ​ທີ່​ລາວ​ກ່າວ​ວ່າ ຂໍ້ຫາ​ທາງອາຍາ ທີ່​ເປັນ​ການແກ້​ແຄ້ນ ນັ້ນ.

ນາຍ Chen Kegui ລູກຊາຍ​ຂອງ​ນາຍ Chen Guangfu ຖືກ​ຂໍ້​ຫາພະຍາຍາມ​ຂ້າ​ຄົນ ຫຼັງຈາກ​ເກີດ​ປະ​ທະ​ກັບ​ພວກເຈົ້າໜ້າ​ທີ່​ ທີ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ ຫຼັງຈາກ​ຮູ້​ວ່າ​ອາວ​ຂອງ​ລາວ​ໄດ້ຫຼົບໜີ​ໄປ

ນາຍ Chen Guangcheng ​ໄດ້ຫຼົບໜີ​ຈາກ​ການ​ຖື​ກກັກ​ບໍລິ​ເວນ​ໃນ​ເດືອນ​ເມສາ ແລະໄປ​ຂໍຄວາມ​ຄຸ້ມ​ກັນ​ຈາກ​ສະຖານທູດ​ສະຫະລັດ​ທີ່​ກຸງ​ປັກ​ກິ່ງ ຍັງ​ຜົນ​ໃຫ້ເກີດການ​ປະ​ເຊີນ​ໜ້າ​ກັນ ທາງ​ດ້ານ​ການ​ທູດ ລະຫວ່າງ​ສະຫະລັດ​ແລະ​ຈີນ ຊຶ່ງ​ໃນ​ທີ່​ສຸດ​ກໍ​ໄດ້ຖືກ​ແກ້​ໄຂ​ຕົກລົງ​ກັນ​ໄດ້ ​ເວລາ​ປັກ​ກິ່ງ​ອະ​ນຸຍາດ​ໃຫ້​ນາຍ Chen ​ເດີນທາງ ​ໄປ​ສະຫະລັດ​ເພື່ອ​ສຶກສາ.

ບັນດານັກ​ເຄຶ່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ພວກ​ເຈົ້າໜ້າ​ທີ່​ຈີນ​ໄດ້​ເພີ່ມ ທະວີ​ການ​ປາບ​ປາມ​ ຄອບຄົວ​ຂອງ​ນາຍ Chen Guangcheng ທີ່​ໄດ້​ຖືກ​ກັກ​ບໍລິ​ເວນຢູ່​ທີ່​ບ້ານ Dongshigu ນັ້ນ.

XS
SM
MD
LG