ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມສິດທິຈີນກ່າວວ່າ ນັກເຄຶ່ອນໄຫວຈີນ ຢູ່​ໃນຄວາມ​ຄຸ້ມ​ຄອງ​ຂອງສະຫະລັດ


ນາຍ Chen Guangcheng ທະນາຍຄວາມແລະນັກເຄຶ່ອນໄຫວ ຕາບອດ ທີ່ຫາຍ ສາບສູນຈາກໝູ່ບ້ານ Dongshigu ແຂວງ Shandong ພາກຕາເວັນ ອອກຂອງຈີນ
ນາຍ Chen Guangcheng ທະນາຍຄວາມແລະນັກເຄຶ່ອນໄຫວ ຕາບອດ ທີ່ຫາຍ ສາບສູນຈາກໝູ່ບ້ານ Dongshigu ແຂວງ Shandong ພາກຕາເວັນ ອອກຂອງຈີນ

ອົງການ​ສິດທິ​ຈີນ​ແຫ່ງ​ນຶ່ງ​ທີ່​ສໍານັກງານ​ຕັ້ງຢູ່​ສະຫະລັດ ກ່າວ​ວ່າ ນາຍ Chen Guangcheng ນັກ​ເຄື່ອນ​ໄຫວຕາບອດທີ່​ຄັດຄ້ານ​ລັດຖະບານ ກໍາລັງ​ຢູ່​ໃນຄວາມ​ຄຸ້ມ​ຄອງ​ສະຫະລັດ ​ແລະ​ວ່າການ​ເຈລະຈາ​ກັນ​ກໍາລັງ​ດໍາ​ເນີນ​ໄປ ​ລະຫວ່າງ​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ຈີນ.

ກຸ່ມ​ສິດທິ​ຈີນ​ທີ່​ຊື່ວ່າ ChinaAid ​ໄດ້​ເປີດ​ເຜີຍຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​ເມື່ອ​ວັນ​ເສົາຜ່ານ​ມາ ທີ່​ອ້າງ​ແຫ​ລ່ງຂ່າວ​ທີ່​ໃກ້​ຊິດ​ກັບ​ນາຍ Chen ​ເຖິງ​ແມ່ນ​ບໍ່​ມີ​ລາຍ​ລະອຽດ​ຫລາຍປານ​ໃດ​ກໍ​ຕາມ. ປະທານ​ກຸ່ມ ChinaAid ທ່ານ Bob Fu ອະດີດໂຕ​ຕັ້ງ​ໂຕ​ຕີ​ໃນ​ການ​ປະ​ທ້ວງ​ທີ່​ຈະຕຸ​ລັດ Tienanmen ​ໄດ້ເອີ້ນ ສະຖານະ​ການ​ກ່ຽວ​ກັບ ນາຍ Chen ນີ້ ​ວ່າ​ເປັນ​ຊ່ວງຫົວ​ລ້ຽວຫົວ​ຕໍ່​ສໍ​າລັບ​ການ​ທູດ​ສິດທິ​ມະນຸດຂອງສະຫະລັດ.

ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ກຸ່ມ ChinaAid ກ່າວ​ວ່າ ຂະນະ​ນີ້ ນາຍ Chen ປອດ​ໄພ​ດີ ​ແລະ​ພັກ​ຢູ່​ສະຖານ​ທີ່​ແຫ່ງ​ນຶ່ງ​ ຫ່າງ​ໄກ​ຈາກ​ໝູ່​ບ້ານ​ຂອງ​ລາວ.

ໃນ​ມື້ວັນ​ສຸກເຊ່ນ​ກັນ ສະຫະລັດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຊະ​ຕາກໍາ​ຂອງ​ນາຍ Chen ​ແຕ່​ກໍ​ບໍ່​ຍອມ​ອອກ​ຄວາມ​ເຫັນ​ໃດໆ​ ກ່ຽວ​ກັບ​ບ່ອນຢູ່​ຂອງ​ຜູ້ກ່ຽວໃນ​ເວລາ​ນີ້ ​ທ່າມກາງ​ທີ່​ມີ​ລາຍ​ງານ​ຂ່າວ​ວ່າ​ນາຍ Chen ​ໄດ້ຫລົບໜີ​ເຂົ້າ​ໄປ​ຢູ່​ໃນ​ສະຖານທູດ​ສະຫະລັດທີ່​ປັກ​ກິ່ງ.

ນານ Chen ​ເປັນ​ທະນາຍຄວາມ​ແລະ​ນັກ​ເຄຶ່ອນ​ໄຫວ​ຄົນ​ນຶ່ງ ຖືກ​ຈັບ​ກຸມ ຫລັງ​ຈາກໄດ້ບັນທຶກເຫດການລະ​ເມີດ​ຕ່າງ​ໆໃນ​ນະ​ໂຍບາຍຂອງ​ຈີນ ທີ່​ວາງ​ຂໍ້​ຈໍາກັດ​ຮັດ​ແຄບ ຕໍ່ຂະໜາດ​ຂອງ​ຄອບຄົວ​ສ່ວນ​ໃຫຍ່ນັ້ນ​. ຜູ້ກ່ຽວ​ໄດ້​ຫາຍໂຕ​ໄປ​ເມື່ອ​ວັນອາທິດ​ຜ່ານ​ມາ​ ຈາກ​ໝູ່​ບ້ານ Dongshigu ​ໃນ​ແຂວງ Shandong ພາກຕາ​ເວັນ​ອອກ​ຂອງ​ຈີນ ແຕ່​ເຈົ້າໜ້າ​ທີ່​ບໍ່ຮູ້​ວ່າ​ລາວ​ຫາຍ​ສາບສູນ​ໄປ ​ຈົນ​ເຖິງ​ວັນ​ພະຫັດ. ​ເວລາ​ນີ້ ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ​ ລາວ​ໄປ​ໃສ​ຫລື​ຢູ່​ແຫ່ງ​ຫົນ​ໃດ ​ແຕ່​ນາຍ ຫູ ​ເຈຍ ທີ່​ເປັນ​ໝູ່​ແລະເພື່ອນພວກ​ນັກ​ເຄຶ່ອນ​ໄຫວຂອງ​ລາວ ​ເວົ້າ​ເມື່ອ​ວັນ​ສຸກ​ວ່າ ລາວ​ເຊຶ່ອວ່າ ນາຍ Chen ​ໄດ້ຂໍ​ເຂົ້າ​ໄປ​ຢູ່​ໃນ​ສະຖານທູດສະຫະລັດ.

XS
SM
MD
LG