ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຄອບງໍາລາຍຊື່ເສດຖີແມ່ຍິງ


ເສດຖີແມ່ຍິງ ທີ່ຮັ່ງມີທີ່ສຸດໃນໂລກ ນາງ Zhang Yin
ເສດຖີແມ່ຍິງ ທີ່ຮັ່ງມີທີ່ສຸດໃນໂລກ ນາງ Zhang Yin

ລາຍງານໃໝ່ສະບັບນຶ່ງແຈ້ງວ່າ ຫຼາຍກວ່າເຄິ່ງນຶ່ງຂອງພວກແມ່ຍິງທີ່ຮັ່ງມີທີ່ສຸດໃນໂລກ​ ໂດຍ​ໄດ້ກໍ່ຮ່າງສ້າງໂຕຂຶ້ນມາເອງນັ້ນ ແມ່ນເປັນຊາວຈີນ.

ລາຍງານດັ່ງກ່າວໄດ້ພິມເຜີຍແຜ່ໃນວັນອັງຄານມື້ນີ້ ໂດຍອົງການຂ່າວ Hurun ທີ່ມີສຳນັກ ງານຢູ່ນະຄອນຊຽງໄຮ້ຊຶ່ງຕິດຕາມຂ່າວຄາວ ຂອງພວກທີ່ລວຍທີ່ສຸດໃນໂລກ. ລາຍງານເວົ້າ ວ່າ ແມ່ຍິງທີ່ຮັ່ງມີທີ່ສຸດໃນໂລກ 3 ຄົນທໍາ​ອິດແມ່ນເປັນຄົນຈີນແລະໃນຈຳນວນພວກແມ່ຍິງ ທີ່ຮັ່ງມີທີ່ສຸດໃນໂລກ 20 ຄົນທຳອິດນັ້ນ ເປັນ​ຄົນຈີນ 11 ຄົນ.

ນາງ Shang Yin ອາຍຸ 53 ປີ ຊຶ່ງເປັນຫົວໜ້າບໍລິສັດນຳເອົາກະດາດເກົ່າມາຜະລິດໃຊ້ ຄືນໃໝ່ນັ້ນ ຕິດອັນດັບ ເປັນເສດຖີແມ່ຍິງ ທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີຊັບສົມບັດທັງໝົດ 5,600 ລ້ານໂດລາ.

ນາງ Oprah Winfrey ນັກຈັດລາຍການໂອ້ລົມທາງໂທລະພາບ ຄົນອະເມຣິກັນ ໄດ້ຕິດ ອັນດັບເປັນທີ 9 ໃນບັນຊີລາຍຊື່ຂອງພວກແມ່ຍິງ ທີ່ຮັ່ງທີ່ສຸດໃນໂລກ ໂດຍມີຊັບສິນທັງ ໝົດ 2,300 ລ້ານໂດລາ.

ສ່ວນນາງ JK Rowling ນັກຂຽນປື້ມ Harry Potter ທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງ ນັ້ນ ແມ່ນຢູ່ໃນອັນ​ດັບ 20 ຂອງບັນຊີແມ່ຍິງ ທີ່ຮັ່ງທີ່ສຸດໃນໂລກ ໂດຍມີຊັບສິນໃນມູນຄ່າ 1,000 ລ້ານໂດລາ.

XS
SM
MD
LG