ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານບໍລິສັດກົນຈັກ ເປັນຄົນຮັ່ງມີທີ່ສຸດ ໃນຈີນ


ທ່ານ Liang Wengen, ປະທານບໍລິສັດ Sany Heavy Industry Co., Ltd., ແຫ່ງປະເທດຈີນ ຊຶ່ງເປັນຄົນຮັ່ງມີທີ່ສຸດໃນຈີນ.
ວັນທີ 7 ກັນຍາ 2011
ທ່ານ Liang Wengen, ປະທານບໍລິສັດ Sany Heavy Industry Co., Ltd., ແຫ່ງປະເທດຈີນ ຊຶ່ງເປັນຄົນຮັ່ງມີທີ່ສຸດໃນຈີນ. ວັນທີ 7 ກັນຍາ 2011

ສະ​ຖາ​ບັນ​ຄົ້ນຄວ້າ​ແຫ່ງ​ນຶ່ງ​ກ່າວ​ວ່າ ປະທານ​ບໍລິສັດ​ຜະລິດ​ກົນຈັກ​ໜັກ​ແຫ່ງ​ນຶ່ງ ບັດ​ນີ້​ໄດ້ກາຍເປັນ​ຄົນ​ຮັ່ງມີ​ທີ່​ສຸດ​ໃນ​ຈີນ​ຊຶ່ງ​ມີ​ຊັບ​ສິນ​ເປັນ​ມູນ​ຄ່າ ປະມານ 11 ຕື້​ໂດ​ລາ​ສະຫະລັດ.

ສະ​ຖາ​ບັນ​ຄົ້ນ​ຄວ້າ Hurun ກ່າວ​ຢູ່​ໃນ​ລາຍ​ງານ​ປະ​ຈໍາປີ​ທີ່​ເປີດ​ເຜີຍ​ໃຫ້ ຮູ້​ໃນ​ວັນ​ພຸດ​ມື້​ນີ້​ວ່າການ​ຈະ​ເລີ​ນ​ເຕີບ​ໂຕ​ທາງ​ດ້ານ​ການກໍ່ສ້າງທີ່​ບໍ່​ຢຸດ​ຢັ້ງ​ຂອງ​ປະ​ເທດ​ໄດ້​ຊ່ອຍ​ທ່ານ Liang Wengen ປະທານ​ກຸ່ມ​ບໍລິສັດ Sany ມີລາຍໄດ້ລື່ນ​ທ່ານ Zong Qinghou ​ເຈົ້າ​ຂອງ​ບໍລິສັດ​ຜະລິດ​ເຄື່ອງ​ດື່ມທີ່​ຕິດອັນນຶ່ງໃນບັນຊີລາຍຊື່ພວກຮັ່ງມີ​ທີ່​ສຸດ​ໃນ​ປີ​ແລ້ວ​ນີ້. ທ່ານ Zong Qinghou ທີ່​ເອີ້ນ​ກັນ​ວ່າ ຣາຊາ​ເຄື່ອງ​ດື່ມຫລື “Drinks King” ບັດ​ນີ້​ໄດ້​ກາຍ​ເປັນ​ຄົນ​ທີ່​ຮັ່ງມີ​ທີ່ສຸດ​ອັນ​ດັບ​ສອງ​ໃນ​ຈີນ ຊຶ່ງ​ມີ​ຊັບ​ສິນ​ໃນ ມູນ​ຄ່າ​ປະມານ 10 ຕື້​ກັບ 8 ​ແສນ​ໂດ​ລາ​ນັ້ນ.

ຜູ້​ຮັ່ງມີ​ທີ່​ສຸດ​ອັນ​ດັບ 3 ​ໄດ້​ແກ່​ປະທານ​ບໍລິສັດ​ຊອກ​ຫາ​ຂໍ້​ມູນ​ຄອມພິວ ເຕີ້ Baidu ທີ່​ສະທ້ອນ​ເຖິງ​ການ​ຊົມ​ໃຊ້​ລະ​ບົບ Internet ທີ່ກໍາລັງຈະ​ ເລີ​ນ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​ໃນ​ປະ​ເທດ​ຈີນ​ນັ້ນ. ສະ​ຖາ​ບັນ​ຄົ້ນຄວ້າ Hurun ກະ​ປະມານ​ວ່າ​ທ່ານ Robin Li Yanhong ມີ​ຊັບ​ສິນ​ເປັນມູນ​ຄ່າ 8 ພັນ 800 ລ້ານ​ໂດ​ລາ.

ສະ​ຖາ​ບັນ​ຄົ້ນຄວ້າ Hurun ກ່າວ​ວ່າ ບັດ​ນີ້ ຈີນ​ມີປະຊາຊົນ​ຈໍານວນ271 ຄົນ​ທີ່​ມີ​ຊັບ​ສິນ​ເປັນ​ມູນ​ຄ່າ​ຫລາຍ​ກວ່າ 1 ຕື້​ໂດ​ລາ ຊຶ່ງ​ເພີ່ມ​ຂຶ້ນ ຈາກ 189 ຄົນ​ໃນ​ປີ​ກາຍ​ນີ້​ແລະ​ກ່າວ​ຕື່ມ​ວ່າ ລະດັບ​ຄົນ​ຮັ່ງມີ​ທີ່​ສຸດ​ຂອງ​ຈີນບັດ​ນີ້​ມີ 1000 ຄົນ​ທີ່​ມີ​ຊັບ​ສິນ​ແຕ່ 310 ລ້ານ​ຂຶ້ນ​ໄປ.

XS
SM
MD
LG