ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ຕອບ​ໂຕ້ ສະ​ຫະ​ລັດ ຫຼັງ​ຈາກ​ ເຊັນກົດ​ໝາຍ ໜູນຫຼັງ ຂະ​ບວນ​ການ ສະ​ໜັບ​ສະ​ໜູນ ປະ​ຊາ​ທິ​ປະ​ໄຕ ຮົງ​ກົງ


ຜູ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ເດີນ​ຂະ​ບວນ​ຢູ່​ຖະ​ໜົນ​ແຫ່ງ​ນຶ່ງ​ໃນ ຮົງ​ກົງ. 1 ທັນ​ວາ, 2019.
ຜູ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ເດີນ​ຂະ​ບວນ​ຢູ່​ຖະ​ໜົນ​ແຫ່ງ​ນຶ່ງ​ໃນ ຮົງ​ກົງ. 1 ທັນ​ວາ, 2019.

ຂໍ້​ຕົກ​ລົງ​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ ໄດ້​ຢຸດ​ຊະ​ງັກ ຍ້ອນກົດ​ໝາຍ​ທີ່​ຖືກ​ເຊັນ​ໃໝ່​ໂດຍ​ສອງ​ພັກ​ການ​ເມືອງ ສະ​ຫະ​ລັດ ທີ່​ສະ​ໜັບ​ສະ​ໜູນ​ຜູ້​ປະ​ທ້ວງສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ຮົງ​ກົງ, ອີງ​ຕາມ​ເວັບ​ໄຊ້​ຂ່າວ Axios.

ເວັບ​ໄຊ້​ຂ່າວ​ດັ່ງ​ກ່າວ​ໄດ້​ກ່າວ​ຢ້ຳ​ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ​ກັບ​ກຸ່ມ​ນັກ​ເຈ​ລະ​ຈາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ວ່າ​ການ​ເຈ​ລະ​ຈາ​ແມ່ນ “ໄດ້​ຢຸດ​ຊະ​ງັກ​ໃນ​ເວ​ລານີ້” ຍ້ອ​ນ​ກົດ​ໝາຍດັ່ງ​ກ່າວ, ແລະ ຕ້ອງ​ການ​ໃຊ້​ເວ​ລາ​ເພື່​ອອ​ະ​ນຸ​ຍາດ​ໃຫ້​ການ​ເມືອງ​ພາຍ​ໃນ​ປະ​ເທດ​ຂອງ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ຜ່ອຍ​ຄາຍ​ລົງ.”

ຈີນ ແມ່ນ​ກຳ​ລັງ​ເອົາ​ບາດ​ກ້າວ​ອື່ນ​ເພື່ອ​ຕອບ​ໂຕ້​ຕໍ່​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ສຳ​ລັບ​ຂະ​ບວນ​ການ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ຂອງ ຮົງ​ກົງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ສະ​ຫະ​ລັດ ຫຼື NGO ທີ່​ໄດ້​ດຳ​ເນີນ​ການ “ຢ່າງ​ບໍ່​ດີ” ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເມື່ອບໍ່​ດົນ​ມານີ້​ໃນ ຮົງ​ກົງ. NGO ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ມາດ​ຕະ​ການ​ລົງ​ໂທດ​ດັ່ງ​ກ່າວ​ລວມ​ມີ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ, ອົງ​ການ​ສົ່ງ​ເສີມປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ ຫຼື National Endowment for Democracy ແລະ ອົງ​ການ Freedom House.

ຈີນ ຍັງ​ໄດ້​ປະ​ກາດ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ງົດ​ການ​ທົບ​ທວນ​ການ​ຂໍ​ຮ້ອງ​ສຳ​ລັບ​ກຳ​ປັ່ນ​ຮົບ​ ສະ​ຫະ​ລັດ ທີ່​ຈະ​ເດີນ​ທາງ​ໄປ ຮົງ​ກົງ ເພື່ອ​ການ​ພັກ​ຟື້ນ​ເລີ່ມ​ຕົ້ນ​ມື້ນີ້.”

ໂຄ​ສົກ​ຍິງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວົ້າ​ວ່າ “ຈີນ ຮຽກ​ຮ້ອງ​ໃຫ້ ສະ​ຫະ​ລັດ ແກ້​ໄຂ​ຂໍ້​ຜິດ​ພາດ​ຂອງ​ເຂົາ​ເຈົ້າ, ຢຸດ​ການ​ກະ​ທຳ​ທຸກ​ຢ່າງ ແລະ ການ​ແຊກ​ແຊງ​ໃນບັນ​ຫາ ຮົງ​ກົງ ແລະ ບັນ​ຫາ​ພາຍ​ໃນຂອງ ຈີນ.”

ໃນ​ຂ່າວ​ຄວາມ​ຄືບ​ໜ້າ​ອີກ​ອັນ​ນຶ່ງ, ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ລາຍ​ງານ​ວ່າ ພະ​ນັກ​ງານ​ຫ້ອງ​ການ​ ຮົງ​ກົງ ຫຼາຍ​ຮ້ອຍ​ຄົນ​ໄດ້​ອອກ​ມາ​ເຕົ້າ​ໂຮມ​ກັນ​ໃນ​ລະ​ຫວ່າງ​ຕອນ​ພັກ​ກິນ​ເຂົ້າ​ທ່ຽງ​ໃນ​ວັນ​ຈັນ​ມື້ນີ້, ເປັນ​ການ​ປະ​ທ້ວງ​ຕອນ​ພັກ​ກິນ​ເຂົ້າ​ທ່ຽງ​ຄັ້ງ​ທຳ​ອິດ​ໃນ​ນຶ່ງ​ອາ​ທິ​ດ ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ ສຳ​ລັບ​ນັກ​ການ​ເມືອງ​ທີ່​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ຜູ້​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​ປະ​ຈຳ​ເຂດ​ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG