ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຍົກເລີກ ການຫ້າມ ສ້າງໂຮງງານໄຟຟ້າ ນີວເຄລຍໃໝ່


ພາບໂຮງງານໄຟຟ້ານີວເຄລຍ ແຄມຝັ່ງທະເລ ອ່າວ Daya ໃນແຂວງກວາງຕຸ້ງ ຂອງຈີນ.
ພາບໂຮງງານໄຟຟ້ານີວເຄລຍ ແຄມຝັ່ງທະເລ ອ່າວ Daya ໃນແຂວງກວາງຕຸ້ງ ຂອງຈີນ.
ຈີນ​ໄດ້​ຍົກ​ເລີກ ​ການ​ເກືອດ​ຫ້າມ​ສ້າງໂຮງ​ງານ​ໄຟຟ້າ​ນິວ​ເຄລຍ
​ໃໝ່ ທີ່​ໄດ້ປະກາດ​ໃຊ້ ຫຼັງ​ຈາກ​ທີ່​ໄດ້ເກີດຄວາມ​ຫາ​ຍະ​ນະ​ຢູ່ໂຮງ
ງານ​ໄຟຟ້າ​ນິວ​ເຄລຍ Fukushima ຂອງ​ຍີ່ປຸ່ນ ​ໃນ​ປີ​ກາຍ​ນີ້​ ​ແຕ່
ກໍ​ກ່າວ​ວ່າ ມີ​ແຕ່​ໂຄງການ​ໃນ​ເຂດ​ແຄມຝັ່ງ​ທະ​ເລເທົ່ານັ້ນ ​ທີ່ຈະ
ໄດ້ຮັບ​ອະນຸຍາດ​ໃຫ້​ສ້າງ​ໄດ້.

ສະພາ​ປົກຄອງ​ລັດ ກໍ​ຄື​ລັດຖະບານ​ຈີນ ​ໄດ້​ຕັດສິນ​ໃຈ​ໃນ​ວັນ​ພຸດ
​ວານ​ນີ້ທີ່​ອະນຸຍາດ​ໃຫ້ມີ​ການກໍ່ສ້າງ​ໂຮງ​ໄຟຟ້າ​ນິວ​ເຄລຍ ໃນ
​ເຂດຟາກ​ຝັ່ງ​ທະ​ເລພຽງ​ແຕ່​ຈໍານວນ​ນ້ອຍໆ​ເທົ່າ​ນັ້ນ ກ່ອນ​ປີ
2015 ​ແລະໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າພວກ​ໂຮງງານ​ເຫລົ່າ​ນັ້ນຈະ
ຕ້ອງໄດ້ມາດຕະຖານຄວາມ​ປອດ​ໄພ​ສາກົນ.

ທາງ​ລັດຖະບານ​ກ່າວ​ວ່າ ຕົນ​ໄດ້ດໍາ​ເນີນ​ການ​ກວດກາ​ດ້ານ​
ຄວາມ​ປອດ​ໄພຢ່າງ​ຮອບດ້ານ​ແລະເຂັ້ມ​ງວດທີ່​ພິສູດ​ໃຫ້​ເຫັນ
​ວ່າ ພ​ະລັງ​ງານນິວ​ເຄລຍຂອງ​ຈີນ​ນັ້ນ​ ແມ່ນໄດ້​ການຮັບປະກັນ​ ຄວາມປອດ​ໄພ​ແລ້ວ​.

ຈີນ​ໄດ້ໂຈະການ​ອະນຸ​ມັດ​ໃຫ້ກໍ່ສ້າງໂຮງງານນິວ​ເຄລຍ​ໃໝ່​ທັງ​ໝົດໄວ້ ຫຼັງ​ຈາກ​ທີ່ຟອງ​ຍັກ
ສຸ​ນາ​ມິ ທີ່​ເກີດ​ຂຶ້ນ​ຍ້ອນແຜ່ນດິນ​ໄຫວ ໄດ້​ສົ່ງ​ຜົນ​ໃຫ້ເຕົາ​ແຍກ​ນິວ​ເຄລຍ​ຂອງ​ໂຮງ​ໄຟຟ້າ Fukushima ຂອງ​ຍີ່ປຸ່ນ ​ລະລາຍ​ລົງ ໃນ​ເດືອນມີນາ ປີ2011 ນັ້ນ.
XS
SM
MD
LG