ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະ​ສືບ​ຕໍ່​ການ​ທ່ອງ​ທ່ຽວ​ເປັນ​ກຸ່ມ​ໄປ ສະ​ຫະ​ລັດ, ອັງ​ກິດ, ຍີ່​ປຸ່ນ ແລະ ອື່ນໆ


ເດັກ​ຊາຍ​ຄົນ​ນຶ່ງຫຼິ້ນ​ແທບ​ເບ​ຼັດ ໃນ​ຂະ​ນະ​ທີ່​ລາວ​ຍ່າງ​ກາຍ​ປ້າຍ​ທີ່​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່ນອກ​ຫ້າງ​ຊັບ​ພະ​ສິນ​ຄ້າ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 19 ກໍ​ລະ​ກົດ 2023.
ເດັກ​ຊາຍ​ຄົນ​ນຶ່ງຫຼິ້ນ​ແທບ​ເບ​ຼັດ ໃນ​ຂະ​ນະ​ທີ່​ລາວ​ຍ່າງ​ກາຍ​ປ້າຍ​ທີ່​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່ນອກ​ຫ້າງ​ຊັບ​ພະ​ສິນ​ຄ້າ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 19 ກໍ​ລະ​ກົດ 2023.

ປັກ​ກິ່ງ ໃນ​ວັນ​ພະ​ຫັດ​ມື້ນີ້​ໄດ້​ຍົກ​ເລີກ​ການ​ຫ້າມ​ຍຸກ​ໂຣກ​ລະ​ບາດ​ໂຄວິດ​ຕໍ່​ກຸ່ມ​ນັກ​ທ່ອງ​ທ່ຽວ​ຂາ​ອອກ​ໄປຫຼາຍ​ສິບ​ປະ​ເທດ​ລວມ​ມີ ສະ​ຫະ​ລັດ ແລະ ຍີ່​ປຸ່ນ, ເຊິ່ງເປັນ​ການ​ເຄື່ອນ​ໄຫວ​ທີ່​ອາດ​ເຫັນ​ຝູງ​ນັກ​ທ່ອງ​ທ່ຽວ​ ຈີນ ກັບ​ຄື​ໄປ​ຈຸດ​ໝາຍ​ປາຍ​ທາງ​ຕ່າງໆ​ອ້ອມ​ໂລກ.

ຈີນ ໄດ້​ຕັດ​ຕົນ​ເອງ​ອອກ​ຈາກ​ໂລກ​ໃນ​ປີ 2020 ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດ​ໂຄວິດ​ສູນ​ກໍ​ລະ​ນີ​ທີ່​ເຂັ້ມ​ງວດ, ໂດຍ​ໃຊ້​ການ​ຢຸດ​ອອກວີ​ຊາ​ຊົ່ວ​ຄາວ ແລະ ການ​ກັກ​ເພື່ອກວດ​ໂຣກ​ເປັນ​ເວ​ລາ​ຍາວ​ນານ​ເພື່ອຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ກໍ​ລະ​ນີ​ໄວຣັ​ສ​ໃນ​ປະ​ເທດ​ນັ້ນ.

ການ​ປະ​ກາດ​ຂອງວັນ​ພະ​ຫັດ​ມື້ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ຕໍ່​ການ​ເປີດ​ປະ​ເທດ​ຄືນ, ຫຼັງ​ຈາກ​ລັດ​ຖະ​ບານ ຈີນ ໄດ້​ຍົກ​ເລີກ​ມາດ​ຕະ​ການຄວບ​ຄຸມ​ຕ່າງໆ ຢ່າງ​ກະ​ທັນ​ຫັນ​ໃນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ.

ກະ​ຊວງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຈາກນີ້​ເປັນ​ຕົ້ນ​ໄປ, ບັນ​ດາ​ອົງ​ການ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ ແລະ ບໍ​ລິ​ສັດ​ທ່ອງ​ທ່ຽວ​ທາງ​ອອນ​ໄລ​ນ໌​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ງານ​ກຸ່ມທ່ອງ​ທ່ຽວ​ຂາ​ອອກ” ໄປຫຼາຍກວ່າ 70 ປະ​ເທດ, ລວມ​ມີ ສະ​ຫະ​ລັດ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ຍີ່​ປຸ່ນ ແລະ ເກົາຫຼີ​ໃຕ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG