ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເງິນ​ຕາ​ສໍາຮອງຕ່າງປະ​ເທດ​ຂອງຈີນ ​ເພີ່ມ​ຂຶ້ນຢ່າງ​ເປັນ​ປະວັດ​ການ


ເງິນໂດລ່າສະຫະລັດ ກັບເງິນຢວນຂອງຈີນ ທີ່ມີອັດຕາແລກປ່ຽນ ປະມານ 8 ຢວນຕໍ່ 1 ໂດລ່າ.
ເງິນໂດລ່າສະຫະລັດ ກັບເງິນຢວນຂອງຈີນ ທີ່ມີອັດຕາແລກປ່ຽນ ປະມານ 8 ຢວນຕໍ່ 1 ໂດລ່າ.

ຈີນ​ກ່າວ​ວ່າ ​ເງິນ​ຕາ​ສໍາຮອງຕ່າງປະ​ເທດ​ຂອງ​ຕົນໄດ້​ເພີ່ມ​ຂຶ້ນຢ່າງ​ເປັນ​ປະວັດການ​ ​ໂດຍ​ມີ
​ຈໍານວນ​ຢູ່ 32 ພັນ​ຕື້ໂດ​ລ່າ ຊຶ່ງເປັນ​ການ​ເພິ່ມທະວີ​ສະພາວະ​ຄ່ອງ​ໂຕທາງ​ດ້ານ​ການ​ເງິນ​
ຂອງ​ຈີນ​ຂຶ້ນ ​ແລະ​ພ້ອມ​ດຽວ​ກັນ​ກໍ​ປະກອບສ່ວນສ້າງ​ຄວາມປວດ​ຫົວ​ ດ້ານ​ເງິນ​ເຟີ້.

ຄວາມພະຍາຍາມ​ຂອງລັດຖະບານ​ຈີນ ​ເພື່ອ​ຮັດ​ເຄັ່ງປະລິມານ​ເງິນໝຸນ​ວຽນ​ໃນ​ເສດຖະກິດ ​ແລະ​ລົດ​ລະດັບ​ເງິນ​ເຟີ້​ລົງ​ ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ອີກ​ຄັ້ງ​ນຶ່ງ ​ເມື່ອ​ມີ​ການປ່ອຍ​ເງິນ​ກູ້ ຂອງ​ທະນາຄາ​ນ​ອອກ​ ຢ່າງ​ວ່ອງ​ໄວລື່ນຄາດ​ໝາຍໃນ​ເດືອນ​ແລ້ວ​ນີ້.

ທະນາຄານ​ປະຊາຊົນ​ຈີນ ກໍ​ຄື​ທະນາຄານ​ແຫ່ງ​ຊາດ​ຈີນ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້ນີ້​ວ່າ ຈໍານວນເງິນ​ໂດ​ລ່າ​ແລະ​ເງິນ​ຕາ​ຕ່າງປະ​ເທດສະກຸນ​ອື່ນໆ​ຂອງ​ຊາດ​ໄດ້​ເພີ່ມ​ຂຶ້ນ​ເຖິງ 153 ຕື້ ຫລື 153 ພັນລ້ານໂດ​ລ່າ ໃນ​ໄລຍະ​ໄຕ​ມາດ​ທີ​ສອງ​ຂອງ​ປີ 2011 ນີ້ ຊຶ່ງພວກນັກ​ເສດຖະ
ສາດ​ກ່າວ​ວ່າ ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ການ​ຫລັ່ງ​ໄຫລ​ຂອງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​
ເຂົ້າໄປ​ຍັງ​ປະ​ເທດ​ຈີນ ທີ່ເປັນ​ເສດຖະກິດ​ທີ່​ໃຫຍ່​ອັນ​ດັບ 2 ຂອງ​ໂລກນັ້ນ.

ໃນ​ຂະນະ​ດຽວ​ກັນ ບັນດາ​ທະນາຄານ​ຈີນກໍໄດ້​ປ່ອຍ​ເງິນ​ກູ້​ໃໝ່​ໆອອກ ​ໃນຈໍານວນ​ເຖິງ 98 ຕື້ ຫລື 98 ພັນ​ລ້ານໂດ​ລ່າ ​ໃນ​ເດືອນມິຖຸນາ​ຜ່ານ​ມານີ້​ ​ເພີ່ມ​ຂຶ້ນຈາກ​ຈໍາ​ນວນ 85 ຕື້ໂດ​ລ່າ ​ໃນ​ເດືອນພຶດສະພາ.

XS
SM
MD
LG