ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ອອກກົດໝາຍ ໃຫ້ຜູ້ໃຊ້ ອິນເຕີແນັດ ລົງທະບຽນ ໃສ່ຊື່ແທ້


ປັກກິ່ງກ່າວວ່າ ກົດ​ລະບຽບ​ແນໃສ່ ​ເພື່ອປົກປ້ອງ​ຂໍ້ມູນສ່ວນ​ໂຕ ຂອງ​ຜູ້​ໃຊ້ອິນເຕີແນັດ ແລະ​ປາບປາມພວກລ່ວງລະເມີດ.
ປັກກິ່ງກ່າວວ່າ ກົດ​ລະບຽບ​ແນໃສ່ ​ເພື່ອປົກປ້ອງ​ຂໍ້ມູນສ່ວນ​ໂຕ ຂອງ​ຜູ້​ໃຊ້ອິນເຕີແນັດ ແລະ​ປາບປາມພວກລ່ວງລະເມີດ.
ສື່ມວນຊົນ ຂອງທາງການຈີນ ກ່າວວ່າ ລັດຖະບານໄດ້ເຂັ້ມງວດ
ເພີ້ມຂຶ້ນເພື່ອຄວບຄຸມພວກໃຊ້ອິນເຕີແນັດໂດຍອອກກົດລະບຽບ ບັງຄັບໃຫ້ເຂົາເຈົ້າໄປລົງທະບຽນບອກຊື່ແທ້.

ອົງການຂ່າວຊິນຫົວ ຂອງລັດຖະບານຈີນ ກ່າວວ່າ ບັນດາສະມາ
ຊິກ ສະພາໄດ້ໃຫ້ການອະນຸມັດຕໍ່ມາດຕະການດັ່ງກ່າວໃນວັນສຸກ
ມື້ນີ້ ໃນຕອນປິດກອງປະຊຸມ ເປັນເວລາຫ້າມື້ ຂອງຄະນະກໍາມະ
ການປະຈຳສະພາປະຊາຊົນແຫ່ງຊາດຂອງຈີນ.

ປັກກິ່ງກ່າວວ່າ ກົດລະບຽບນີ້ແມ່ນແນໃສ່ເພື່ອປົກປ້ອງຂໍ້ມູນສ່ວນ ໂຕຂອງຜູ້ໃຊ້ອິນເຕີແນັດ ແລະປາບປາມພວກທີ່ລ່ວງລະເມີດ ດັ່ງ ໂຕຢ່າງອີແມລທີ່ບໍ່ມີເນື້ອຫາສາລະນັ້ນ.

ແຕ່ເຖິງຢ່າງໃດກໍດີ ການລົງທະບຽນທີ່ໃສ່ຊື້ແທ້ນັ້ນ ຈະຈໍາກັດຄວາມສາມາດໃນການລາຍ ງານຂອງຜູ້ຄົນ ຊຶ່ງຕາມປົກກະຕິແລ້ວມັກຈະບໍ່ເປີດເຜີຍຊື່ນັ້ນ ກ່ຽວກັບການສໍ້ລາດບັງຫຼວງ ແລະເຈົ້າໜ້າທີ່ໆກະທຳຜິດ.

ບັນດາຜູ້ໃຊ້ອິນເຕີແນັດຫລາຍຄົນໃນຈີນ ໄດ້ຫັນໄປໃຊ້ໃນອັນທີ່ຮ້ອງວ່າ ຕາໜ່າງເໝືອນ ເອກກະຊົນຫຼື VPN ເພື່ອໃຫ້ສາມາດເຂົ້າໄປຫາເວັບໄຊຕ່າງໆ ຊຶ່ງຖ້າບໍ່ດັ່ງນັ້ນແລ້ວກໍຈະ ຖືກສະກັດກັ້ນ ໂດຍການກວດກາ ທາງອິນເຕີແນັດຂອງຈີນ ແຕ່ທ່ານ Duncan Clark ທີ່ປຶກສາທີ່ມີຫ້ອງການຢູ່ກຸງປັກກິ່ງ ພ້ອມທັງຍັງເປັນທີ່ປຶກສາຂັ້ນອາວຸໂສໃຫ້ແກ່ສະຖາບັນ ທຸລະກິດຂັ້ນປລິນຍາໂທຂອງມະຫາວິທະຍາໄລ Standford ກ່າວຕໍ່ວີໂອເອ ທ່ານ Victor Beattie ວ່າ ເຈົ້າໜ້າທີ່ຈີນກໍາລັງຈໍາກັດຮັດແຄບ ຕໍ່ພວກເຂົາເຈົ້າຄືກັນ ໃນການ ເຂົ້າຫາເວັບໄຊຕ່າງໆ ແລະມັນອາດຈະກະທົບກະເທືອນຕໍ່ດ້ານທຸລະກິດ.

ປັກກິ່ງໄດ້ສົ່ງເສີມໃຫ້ນຳໃຊ້ອິນເຕີແນັດເພື່ອທຸລະກິດແລະການສຶກສາແຕ່ໄດ້ຫ້າມສົ່ງເອກ ກະສານຕ່າງໆທີ່ເຫັນວ່າ ມີຈຸດມຸ້ງໝາຍໃນການລົ້ມລ້າງລັດຖະບານ ແລະປິດກັ້ນ ບໍ່ໃຫ້ຜູ້ ຄົນເຂົ້າໄປເບິ່ງຫລາຍໆເວັບໄຊ.

ກ່ຽວຂ້ອງກັນ

XS
SM
MD
LG