ດັ່ງກັບວ່າ ບັນດາເຈົ້າໜ້າທີ່ສາທາລະນະສຸກໃນຈີນ ມີບັນຫາທີ່ຈະຕ້ອງໄດ້ແກ້ໄຂກັບການແຜ່ລາມຂອງພະຍາດໂຄໂຣນາ ພຽງພໍ ບັດນີ້ພວກເຈົ້າໜ້າທີ່ ຍັງໄດ້ປະກາດວ່າ ມີການລະບາດຂອງໄຂ້ຫວັດນົກນຳດ້ວຍ.
ກະຊວງກະສິກຳແລະຮັບຜິຊອບດ້ານຊົນນະບົດຂອງຈີນ ໄດ້ປະກາດໃນວັນເສົາວານນີ້ ວ່າ ມີການລະບາດຂອງເຊື້ອພະຍາດສາຍພັນໄຂ້ຫວັດນົກ H5N1 ຢູ່ສວນຫຼືຟາມແຫ່ງນຶ່ງ ໃນແຂວງຮູໜານ ທາງພາກໃຕ້ຂອງປະເທດ.
ເຊື້ອໄວຣັສ ໄດ້ຖືກກວດພົບຢູ່ຟາມໄກ່ແຫ່ງນຶ່ງ ທີ່ມີໄກ່ເກືອບ 8,000 ໂຕ ຊຶ່ງຫຼາຍກວ່າເຄິ່ງນຶ່ງ ຂອງຈຳນວນດັ່ງກ່າວ ໄດ້ຕາຍໄປແລ້ວ ຍ້ອນການລະບາດຂອງພະຍາດນັ້ນ.
ຈີນ ກໍບໍ່ແມ່ນປະເທດດຽວ ທີ່ພະຍາຍາມຈະຢຸດຢັ້ງການແຜ່ລາມຂອງເຊື້ອໄວຣັສນີ້.
ເມື່ອຕົ້ນສັບປະດານີ້ ບັນດາເຈົ້າໜ້າທີ່ໃນອິນເດຍ ໄດ້ເລີ້ມການຄັດເລືອກເອົາ ໄກ່ແລະໄຂ່ ເພື່ອທຳລາຍ ໃນການຄວບຄຸມເຊື້ອໄວຣັສໄຂ້ຫວັດນົກ.
ແລະສາຍພັນເຊື້ອໄວຣັສ ທີ່ແຕກຕ່າງ ຄື H5N8 ໄດ້ແຜ່ລາມໄປທົ່ວເຂດພາກຕາເວັນອອກຂອງຢູໂຣບ ເມື່ອສອງສາມສັບປະດາຜ່ານມານີ້.
ການລະບາດຂອງໄຂ້ຫວັດນົກ ໃນຈີນ ຢ້ອນຫຼັງກັບຄືນໄປໃນປີ 2013 ຊຶ່ງໃນທີ່ສຸດ ໄດ້ສ້າງຄວາມເສຍຫາຍທາງດ້ານເສດຖະກິດ ໃນມູນຄ່າ 6.5 ຕື້ໂດລາ ອີງຕາມບັນດານັກຊ່ຽວຊານຂອງອົງການສະຫະປະຊາຊາດ.