ສື່ມວນຊົນລັດຖະບານຈີນ ກ່າວວ່າ ມີອີກຄົນນຶ່ງໄດ້ເສຍຊີວິດ
ຍ້ອນໄຂ້ຫວັດສັດປີກສາຍພັນໃໝ່ ຊຶ່ງໃນເວລານີ້ໄດ້ເອົາຊີວິດ
ຜູ້ຄົນໄປແລ້ວທັງໝົດ 44 ຄົນ.
ອົງການຂ່າວຊິນຫົວຂອງທາງການຈີນ ກ່າວວ່າ ຜູ້ຊາຍອາຍຸ 61
ປີຄົນນຶ່ງຈາກ ແຂວງ Hebei ໃນພາກເໜືອຂອງປະເທດ ໄດ້
ເສຍຊີວິດໃນວັນຈັນວານນີ້ຍ້ອນ ອະໄວຍະວະຫຼາຍຢ່າງ ບໍ່ເຮັດ
ວຽກ. ລາຍງານກ່າວວ່າ ຜູ້ຊາຍຄົນນີ້ໄດ້ກວດພົບເຫັນວ່າຕິດ
ເຊື້ອໄວຣັສ H7N9 ໃນວັນທີ 20 ເດືອນກໍລະກົດຜ່ານມາ.
ຈີນ ລາຍງານວ່າ ມີ 134 ຄົນ ໄດ້ຕິດເຊື້ອໄວຣັສດັ່ງກ່າວ ນັບຕັ້ງແຕ່ໄດ້ປະກົດໃຫ້ເຫັນ ໃນເດືອນມີນາຜ່ານມາ. ໃນນັ້ນ ແມ່ນຮວມທັງກໍລະນີນຶ່ງ ຢູ່ທີ່ແຂວງ Guangdong ທາງພາກໃຕ້ຂອງປະເທດ ທີ່ໄດ້ກ່າວເຖິງຢູ່ໃນລາຍງານຂອງອົງ ການຂ່າວຊິນຫົວ.
ປັກກິ່ງ ໄດ້ສັ່ງໃຫ້ຍົກເລີກການຮັບມືສຸກເສີນກັບເຊື້ອໄວຣັສ H7N9 ທີ່ຍັງບໍ່ໄດ້ມີການ
ແຜ່ລາມຢ່າງວອງໄວ ແລະສ່ວນໃຫຍ່ກໍໄດ້ຖືກຄວບຄຸມໃຫ້ຢູ່ແຕ່ໃນບໍລິເວນ ພາກຕາເວັນອອກຂອງຈີນ. ມີແຕ່ກໍລະນີດຽວເທົ່ານັ້ນ ທີ່ມີລາຍງານວ່າ ໄດ້ເກີດຂື້ນຢູ່ນອກແຜ່ນດິນໃຫຍ່ ນັ້ນກໍຄືຢູ່ທີ່ໄຕ້ຫວັນ.
ການແຜ່ຂະຫຍາຍຂອງເຊື້ອໄວຣັສສັດປີກສາຍພັນໃໝ່ ແມ່ນຮ້າຍແຮງກວ່າໃນກໍ ລະ
ນີຕ່າງໆທີ່ມີການຢືນຢັນແລ້ວ ຂອງສາຍພັນ H5N1 ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີ ວິດຫຼາຍກວ່າ 360 ຄົນໃນຮອບທົດສະວັດຜ່ານມາ. ແຕ່ມີຄວາມວິຕົກກັງວົນວ່າ ເຊື້ອໄວຣັສ
ສາຍພັນໃໝ່ນີ້ ອາດປັບໂຕ ແລະສາມາດແຜ່ລາມອອກໄປໄດ້ຢ່າງງ່າຍດາຍກວ່າເກົ່າ.