ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ເປີດຄືນໃໝ່ ເຂດຂັດແຍ້ງ ທີ່ຮ້ອນແຮງ ໃຫ້ເຮືອຫາປາ ຂອງຟີລິບປິນ ເຂົ້າໄປໄດ້


ແຜນທີ່ ສະແດງໃຫ້ເຫັນ ເກາະ Thitu, ໃນໝູ່ເກາະ Spratly
ແຜນທີ່ ສະແດງໃຫ້ເຫັນ ເກາະ Thitu, ໃນໝູ່ເກາະ Spratly

ຈີນ ໄດ້ປ່ອຍໃຫ້ເຮືອຫາປາຂອງ ຟີລິບປິນ ເດີນທາງເຂົ້າໃນເຂດນໍ້າ ຂອງທະເລຈີນໃຕ້
ທີ່ມີບັນຫາ, ເຊິ່ງຄັ້ງນຶ່ງ ໄດ້ເປັນຈຸດສູນກາງ ຂອງຄວາມຂັດແຍ້ງສອງຝ່າຍນັ້ນ, ໃນສິ່ງ
ທີ່ປາກົດວ່າ ເປັນໄມຕີຈິດທີ່ດີ ທີ່ຈະຊ່ວຍຜ່ອນຄາຍຄວາມຕຶງຄຽດຂອງສາຍພົວພັນ ຈີນ
ກັບລັດຖະບານ ມະນີລາ ແລະ ຫຼາຍປະເທດໃນເອເຊຍຕາເວັນອອກສຽງໃຕ້.

ຈີນ ໄດ້ອະນຸຍາດໃຫ້ເຮືອເຂົ້າໄປໃນໝູ່ເກາະ Scarborough ນັບຕັ້ງແຕ່ເດືອນເມສາ
ທີ່ຜ່ານມາ, ເຊິ່ງມີເນື້ອທີ່ 150 ຕາລາງກິໂລແມັດ ພ້ອມດ້ວຍບຶງທະເລ ຢູ່ພາກຕາເວັນ
ຕົກ ຂອງເກາະ Luzon ຂອງ ຟີລິບປິນ, ອີງຕາມການກ່າວຂອງເຈົ້າໜ້າທີ່ ແລະ ການ
ສຶກສາ. ມັນໄດ້ຖືກພິຈາລະນາວ່າເປັນສະຖານທີ່ຫາປາທີ່ສຳຄັນ.

ເຮືອຫາປາ ລຳນີ້ ໄດ້ຖືກນຳໃຊ້ ເພື່ອອອກໄປຫາປາ ໃນເຂດເກາະຕື້ນ Scarborough ທີ່ມີບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້, ພາບຖ່າຍໂດຍ Masinloc, Zambales ໃນຟີລິບປິນ ເມື່ອວັນທີ 22 ເມສາ 2015.
ເຮືອຫາປາ ລຳນີ້ ໄດ້ຖືກນຳໃຊ້ ເພື່ອອອກໄປຫາປາ ໃນເຂດເກາະຕື້ນ Scarborough ທີ່ມີບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້, ພາບຖ່າຍໂດຍ Masinloc, Zambales ໃນຟີລິບປິນ ເມື່ອວັນທີ 22 ເມສາ 2015.

ທ່ານ Euan Graham ຜູ້ອຳນວຍການຮັກສາຄວາມປອດໄພສາກົນ ທີ່ສະຖາບັນ
Lowy ເພື່ອນະໂຍບາຍສາກົນໃນນະຄອນ Sydney ກ່າວວ່າ “ສິ່ງທີ່ໄດ້ເກີດຂຶ້ນຢູ່
ອ້ອມໝູ່ເກາະ Scarborough ແມ່ນບໍ່ໄດ້ຖືກລາຍງານຢ່າງກວ້າງຂວາງ, ແຕ່ວ່າມີ
ເຮືອຫາປາ ຟີລິບປິນ ເຂົ້າໄປໃນເຂດທະເລນັ້ນ. ການອະນຸຍາດຂອງ ຈີນ ໄດ້ຊີ້ໃຫ້
ເຫັນວ່າ ໃນແງ່ໃດນຶ່ງແທ້ຈິງແລ້ວ ຈີນ ໄດ້ເລີ່ມທີ່ຈະທຳການ ອຳນວຍຄວາມສະ
ດວກໃຫ້.”

ຍາມຊາຍຝັ່ງ ຈີນ ໄດ້ຄວບຄຸມການເຂົ້າເຖິງໝູ່ເກາະ Scarborough ຢ່າງຈິງຈັງ,
ເຖິງແມ່ນວ່າ ທັງສອງປະເທດ ຈະອ້າງກຳມະສິດເອົາມັນກໍຕາມ. ການຄວບຄຸມດັ່ງກ່າວ
ໄດ້ເຮັດໃຫ້ຊາວປະມົງຈຳນວນຫຼາຍ ແລະ ກຳລັງດີ້ນຮົນໃນ ຟີລິບປິນ ມີຄວາມໂມໂຫ,
ເຊິ່ງອາໄສຢູ່ 220 ກິໂລແມັດຫ່າງຈາກໝູ່ເກາະດັ່ງກ່າວ, ໃກ້ກວ່າເຂດຫາປາທີ່ໃກ້ທີ່ສຸດ
ຂອງ ຈີນ ດ້ວຍ.

ໝູ່ເກາະດັ່ງກ່າວແມ່ນນອນຢູ່ພາຍໃນເຂດເສດຖະກິດພິເສດ 370 ກິໂລແມັດຂອງ
ຟີລິບປິນ, ແຕ່ ຈີນ ມີກອງທັບທີ່ແຂງແກ່ນຫຼາຍກວ່າ ຟີລິບປິນ, ເຊິ່ງຍັບຍັ້ງ ທຸກໆ
ການບັງຄັບໃຫ້ຖອນຕົວອອກໄປ.

ກຳປັ່ນຍາມຊາຍຝັ່ງຂອງ ຈີນ ໄດ້ຫ້າມເຮືອຂອງ ຟີລິບປິນ ບໍ່ໃຫ້ເຂົ້າໄປໃນໝູ່ເກາະ
ນັບຕັ້ງແຕ່ມີການປະເຊີນໜ້າທີ່ເຄັ່ງຕຶງມາໃນປີ 2012. ຫຼັງຈາກ ຟີລິບປິນ ໄດ້ຖອນ
ເຮືອຂອງເຂົາເຈົ້າອອກໄປ ໃນປີນັ້ນ, ຈີນ ກໍໄດ້ຂະຫຍາຍ ການລາດຕະເວນ ຂອງ
ເຂົາເຈົ້າ ເພີ່ມຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG