ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ສຫລ ເປັນຫ່ວງ ກ່ຽວກັບ ເສລີພາບ ໃນການນັບຖື ສາສະໜາ ໃນຈີນ


ຜູ້ນັບຖືສາສະໜາ ເຂົ້າຮ່ວມໃນພິທີບູຊາ ຢູ່ໃນໂບດກາໂຕລິກ ໃຕ້ດິນ ທີ່ເມືອງທ່ຽນຈິນ.
ຜູ້ນັບຖືສາສະໜາ ເຂົ້າຮ່ວມໃນພິທີບູຊາ ຢູ່ໃນໂບດກາໂຕລິກ ໃຕ້ດິນ ທີ່ເມືອງທ່ຽນຈິນ.

ເຈົ້າ​ໜ້າ​ທີ່ ສະຫະລັດ ຄົນ​ໜຶ່ງ​ ທີ່​ໄປໃຫ້ການຕໍ່​ລັດຖະສະພາ ​ໄດ້​ຮຽກ ຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ​ຈັດ​ເອົາ ຈີນ ​ແລະ ປະ​ເທດ​ອື່ນໆ​ທີ່​ໄດ້​ລະ​ເມີດ​ສິດທິ​ມະນຸດ ​ແລະ ສິດ​ເສລີພາບ ໃນ​ການ​ນັບຖື​ສາ​ສະໜາ ​ເຂົ້າ​ໄວ້​ໃນ​ກຸ່ມ “ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງໂດຍ ສະ​ເພາະ” ຄືນ ອີກ ​ໃນ​ບົດ​ລາ​ຍງານ​ປະຈຳປີ​ຂອງ​ຕົນ.

ປະທານ​ຄະນະ​ກຳ​ມະ​ທິການ ​ກ່ຽວ​ກັບ​ ອິດສະຫຼະພາບ​ໃນ​ການ​ນັບຖື​ສາສະໜາ ສາກົນ ສະຫະລັດ ທ່ານ Robert George, ​ເຊິ່ງ​ເປັນຄະນະ​ກຳມະ​ທິການລັດຖະບານ​ກາງ​ສອງ​ ຝ່າຍ​, ໄດ້​ກ່າວ​ຕໍ່ຄະນະ​ກຳມະການ​ລັດຖະສາ​ພາ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ເຊື່ອ​ວ່າ ຈີນ ​ແລະ ບາງ​ປະ​ເທດບໍ່​ໄດ້​ມີ​ຄວາມ​ກ້າວໜ້າ​ ໃນ​ການ​ປົກ​ປ້ອງ​ສິດ​ເສລີພາບ​ທາງ​ດ້ານ​ສາສະ ໜາໃນ​ລະຫວ່າງ​ປີ​ທີ່​ຜ່ານ​ມາ.

ທ່ານ​ໄດ້ຮຽກຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັ​ດ ຈັດ​ເອົາ​ບັນ ດາ​ປະ​ເທດ​ທີ່​ລ່ວງ​ລະ​ເມີດ​ຮ້າຍ​ແຮງ​ຕໍ່​ສິດ​ເສລີພາບ​ໃນ​ການນັບຖື​ສາສະໜາ ​ເຂົ້າ​ໄວ້​ໃນ​ບັນຊີ​ດັ່ງກ່າວ.

ທ່ານ​ໄດ້​ກ່າວ​ວ່າ “ພວກເຮົາ​ໄດ້ແນະນຳ​ວ່າ​ ບັນດາ 8 ​ປະ​ເທດ​ຕໍ່​ໄປ​ນີ້​ຄວນ​ຖືກ​ຈັດ​ເຂົ້າ​ໄວ້ໃນ​ກຸ່ມ​ດັ່ງກ່າວ​ຄືນ​ອີກ ປະກອບ​ມີ​ ມຽນມາ, ຈີນ, ​Eritrea, ອີຣ່ານ, ​ເກົາຫຼີ​ເໜືອ, ຊາ​ອຸ​ດີ​ອາ​ເຣ​ເບຍ, ຊູ​ດານ, ​ເທີ​ກມີ​ນິສຖານ ​ແລະ ອຸສ​ເບ​ກິ​ສຖານ.”

ຕໍ່​ມາ​ທ່ານ George ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ຈີນ ຕ້ອງ​ປັບ​ປຸງ​ປະຫວັດ ດ້ານສິດທິ​ມະນຸດ​ຂ​ອງ ພວກ​ເຂົາ​ເຈົ້າ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຢາກ​ເຫັນ​ ຈີນ ໃຫ້​ຄວາມ​ເຄົາລົບ​ຫຼາຍ​ຂຶ້ນ ຕໍ່ ​ສິດທິ​ຂອງ​ຊາວ​ພຸດ ຕີ​ເບ​ດ, ຕໍ່​ສະມາຊິກ​ສາສະໜາ ​ຄຣິສຕຽນ, ຕໍ່​ສະ​ມາ​ຊິກ​ຂອງ​ໂບດ ກາ​ໂຕ​ລິກ, ຕໍ່​ຊາວ​ມຸສລິ​ມ ວີ​ເກີ, ຕໍ່ກຸ່ມ Falun gong. ພວກ​ເຮົາ​ຢາກ​ເຫັນ ຈີນ ໃຫ້​ສິດ, ​ແລະ ນັບຖື​ສິດ​ເສລີພາບ​ຂອງ​ກຸ່ມສັງຄົມ​ພົນລະ​ເຮືອນ. ​ມັນ​ມີ​ການ​ຄວບ​ຄຸມ​ຈາກ​ລັດຖະບານ​ຫຼາຍ​ໂພດຕໍ່ປະຊາ​ຊົນ​ ຈີນ ​ແຕ່ລະຄົນ ​ແລະ ຄອບ​ຄົວ​ຂອງພວກ​ເຂົາ​ເຈົ້າ.”

ສະ​ມາຊິກ​ສະພາ ພັກຣີພັບ​ບລີ​ກັນ ທ່ານ Chris Smith ປະທານ​ຂອງ​ອານຸກຳມະການ​ ສິດທິ​ມະນຸດ ສະພາຕ່ຳ ​ໄດ້​ກ່າວ​ວ່າ ທ່ານ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສະຖານະການ​ໃນ ຈີນ ​ເຊັ່ນກັນ.

XS
SM
MD
LG