ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ປະຕິເສດ ຕໍ່ລາຍງານ ຂອງ ສຫລ ກ່ຽວກັບ ງົປປະມານ ທາງທະຫານ


ບັນດາຜູ້ຕາງໜ້າທະຫານ ຈາກກອງທັບປົດປ່ອຍ ປະຊາຊົນຈີນ ພາກັນຢ່າງໄປສູ່ ຫໍສາລາປະຊາຊົນ
ບັນດາຜູ້ຕາງໜ້າທະຫານ ຈາກກອງທັບປົດປ່ອຍ ປະຊາຊົນຈີນ ພາກັນຢ່າງໄປສູ່ ຫໍສາລາປະຊາຊົນ
ຈີນປະຕິ​ເສດ​ຕໍ່ລາຍ​ງານ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດສະ
ຫະລັດ ທີ່ສະ​ເໜີແນະວ່າ ປັກ​ກິ່ງ​ໄດ້​ປະເມີນຄ່າຕ່ຳເກີນໄປ
ຢ່າງຫລວງຫຼາຍ ກ່ຽວກັບ​ງົບປະມານ ທີ່ຕົນໄດ້​ໃຊ້​ຈ່າຍ ໃນ
ດ້ານປ້ອງ​ກັນ​ປະ​ເທດ ປີ​ກາຍ​ນີ້.

ລາຍ​ງານ​ປະ​ຈຳປີ​ຂອງທຳ​ນຽບຫ້າ​ແຈ ທີ່ສົ່ງໄປໃຫ້​ລັດຖະ
ສະພາສະຫະລັດ​ ​ໃນ​ວັນ​ພະຫັດ​ວານ​ນີ້ ກ່າວ​ວ່າ ການ​ໃຊ້​
ຈ່າຍ​ທາງດ້ານທະຫານຂອງຈີນ ແມ່ນປະ ມານ 145 ພັນ
​ລ້ານ​ໂດ​ລາ ​ໃນ​ປີ 2013 ຊຶ່ງ​ປະມານ 20 ​ເປີ​ເຊັນ ສູງ​ກວ່າ
119 ພັນ 500 ​ລ້ານ​ໂດ​ລາ ທີ່ຈີນກ່າວ​ວ່າ ​ຕົນ​ໄດ້​ໃຊ້​ຈ່າຍ
ໄປນັ້ນ.

​ນອກນັ້ນແລ້ວ ເອກ​ກະສາ​ນຂອງກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ຍັງ​ໃຫ້ຂໍ້ ສັງເກດ​
ວ່າ ​ປັກ​ກິ່ງກຳລັງ​ຂະຫຍາຍ​ຄວາມອາດ​ສາມາດ​ໃນການສະແດງກຳລັງ ຂອງ​ຕົນ​ຢູ່​ໃນ
ຕ່າງປະ​ເທດ. ລາຍງານສະບັບນີ້ໄດ້ກ່າວອ້າງເຖິງການສ້າງຄວາມ ກ້າວໜ້າທາງດ້ານ
ກອງທັບແລະກອງທັບອາກາດຂອງຈີນ ຕະຫລອດທັງຄວາມ ກ້າວໜ້າທາງດ້ານເທັກ
ໂນໂລຈີນລູກສອນໄຟ ເທັກໂລຈີເຮືອບິນບໍ່ມີຄົນຂັບແລະການເຮັດສົງຄາມທາງອິນ
ເຕີແນັດ.

ກະຊວງປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນຂໍ “ຄັດ​ຄ້ານ​ຢ່າງ​ແນວ​ແນ່”
ຕໍ່​ລາຍ​ງານ ​ໂດຍ​ກ່າວ​ວ່າ “​ເປັນ​ການ​ກ່າວ​ຫາ ​ທີ່​ບໍ່​ມີ​ເຫດຜົົນ ເວົ້າ ໂຍກເກີນຄວາມຈິງ
ກ່ຽວກັບການ​ຂົ່ມຂູ່​ຂອງ​ກອງທັບ​ຈີນ​ແລະ​ເປັນ​ທິດ​ທາງ​ໃນ​ປະຕິບັດທີ່ຜິດ​ທີ່​ສຸດ.”

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ສົງ​ໄສ​ມາ​ເປັນ​ເວລາ​ນານແລ້ວວ່າ ຈີນບໍ່ໄດ້​ບອກ​ຄວາມ​
ຈິງ​ກ່ຽວກັບ​ການ​ໃຊ້​ຈ່າຍ​ທາງ​ທະຫານຂອງຕົນ ​ເພາະວ່າ ທັງຂາດ​ຄວາມ ໂປ່ງໃສ ​ແລະ
​ເຫດຜົນ​ຢ່າ​ງອື່ນ ເຊັ່ນການ​ສໍ້​ລາດ​ບັງ​ຫລວງເປັນຕົ້ນ.
XS
SM
MD
LG