ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ຈີນ ປະຕິເສດ ລາຍງານ ດ້ານສິດທິມະນຸດ ຂອງ ສະຫະລັດ


ທ່ານ Hong Lei ໂຄສົກການຕ່າງປະເທດຈີນ ປະຕິເສດບໍ່ຮັບເອົາລາຍງານປະຈໍາປີຂອງ ສະຫະລັດ ທີ່ກ່າວວ່າ ປະຫວັດສາດນັບຖືສິດທີມະນຸດຂອງຈີນ ຮອຍປີທີ່ຜ່ານມາ ນີ້ຮ້າຍລົງກວ່າເກົ່າ.

ປັກ​ກິ່ງ ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ເອົາລາຍ​ງານ​ປະ​ຈໍາປີ​ຂອງກະ​ຊວງ​ການ​ຕ່າງປະ​ເທດ
ສະຫະລັດທີ່​ກ່າວວ່າ ​ປະຫວັດ​ການ​ນັບຖື​ສິດ​ມະນຸດ​ຂອງຈີນໃນ ​ຮອບປີ​ທີ່​ຜ່ານ
​ມາ​ນັ້ນ ຂີ້ຮ້າຍ​ລົງ​ກວ່າ​ເກົ່າ.

​ລາຍ​ງານ​ຂອງກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ​ທີ່​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ
​ພະຫັດວານ​ນີ້​ ​ໄດ້ຈັດ​ວ່າການ​ເຄົາລົບ​ນັບຖືສິດທິ​ມະນຸດຢູ່​ໃນ​ຈີນແມ່ນ​ມີ​ສະພາບ
​ຂີ້ຮ້າຍ​ທີ່​ສຸດ​ໂດຍ​ເວົ້າວ່າ ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ເພີ່ມ​ການ​ດຳ​ເນີນຄວາມ​ພະຍາຍາມ
​ເພື່ອ​ປິດ​ປາກ​ປິດ​ສຽງ ພວກ​ຄັດຄ້ານ​ລັດຖະບານ ແລະ​ຈໍາກັດ​ຮັດ​ແຄບສິດເສລີ
ໃນ​ການ​ປາກ​ເວົ້າ.

ໃນ​ວັນ​ສຸກ​ມື້ນີ້ ໂຄ​ສົກກະຊວງການ​ຕ່າງປະ​ເທດຈີນ ທ່ານ Hong Lei ບໍ່​ໄດ້​ໃຫ້
​ຄວາມ​ສຳຄັນ​ຕໍ່​ລາຍ​ງານຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ໂດຍກ່າວ​ວ່າ
“ເຕັມ​ໄປ​ດ້ວຍ​ຄວາມອະຄະຕິ.”

ໃນ​ແຕ່ລະ​ປີ ປັກ​ກິ່ງ​ແມ່ນ​ປ​ະຕິ​ເສດ​ບໍ່​ຮັບ​ເອົາ​ລາຍ​ງານ​ຂອງ​ສະຫະລັດ ​ໂດຍ​ເວົ້າ
ວ່າ ​ເປັນ​ການ​ແຊກ​ແຊກ​ເຂົ້າ​ໃນ​ກິດຈະການ​ພາຍ​ໃນຂອງ​ຕົນ.

ລາຍ​ງານ​ຂອງສະຫະລັດກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ຈີນກຳລັງ​ຫັນ​ໄປ​ໃຊ້ການ
​ດຳ​ເນີນ​ການ​ ແບບ​ຮວບ​ຮັດ​ຕັດ​ຕອນ​ທາງ​ດ້ານ​ກົດໝາຍ​ຫຼາຍຂຶ້ນ ​ເຊັ່ນ​ການ​
ກັກ​ບໍລິ​ເວນ ​ແລະ​ການບັງຄັບ​ໃຫ້ຫາຍ​ສາບ​ສູນ ເພື່ອ​ເປັນ​ການ​ປິດ​ປາກ
ບັນດາ​ນັກ​ເຄື່ອນໄຫວທາງ​ການ​ເມືອງ ​ແລະ​ພວກ​ຄັດຄ້ານ​ລັດຖະບານ​ອື່ນໆ​.

ລາຍ​ງານ​ດັ່ງກ່າວ​ໄດ້​ນຳ​ອອກ​ເຜີຍ​ແຜ່​ ບໍ່​ເທົ່າ​ໃດອາທິດ ຫຼັງຈາກທະນາຍຄວາມ​
ຕາບອດທີ່​ຄັດຄ້ານ​ລັດຖະບານ ທ່ານ Chen Guangcheng ​ໄດ້​ຫລົບ​ໜີຈາ​ກ
ການ​ກັກ​ບໍລິ​ເວນ ​ໄປ​ຂໍຄວາມຄຸ້ມ​ຄອງ​ຈາກ​ສະຖານ​ທູດ​ສະຫະ​ລັດ ທີ່ໄດ້​ກໍ່​ໃຫ້​
ເກີດ​ມີ​ການ​ປະ​ເຊີນ​ໜ້າ​ກັນທາງ​ການ​ທູດຄັ້ງ​ໃຫ່ຍ ນັ້ນ.

XS
SM
MD
LG