ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ຄັດ​ຄ້ານ ການ​ຈັດ​ບໍ​ລິ​ສັດ ຈີນ ເຂົ້າ​ໃນ​ບັນ​ຊີ​ດຳ ຂອງ ສະ​ຫະ​ລັດ


ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ເກັງ ສວາງ ໃຫ້​ຄຳ​ເຫັນ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ນັກ​ຂ່າວ. 17 ກໍ​ລະ​ກົດ, 2019.
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ເກັງ ສວາງ ໃຫ້​ຄຳ​ເຫັນ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ນັກ​ຂ່າວ. 17 ກໍ​ລະ​ກົດ, 2019.

ສະ​ຫະ​ລັດ ​ຈະ​ຈຳ​ກັດ​ຮັດ​ແຄບ​ການ​ອອກວີ​ຊາ ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ ແລະ ພັກ
​ຄອມ​ມູ​ນິ​ສ ​ຈີນ ທີ່​ເຊື່ອ​ວ່າ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ຈັບ​ກຸມ​ຄຸມ​ຂັງ​ຫຼື​ການ​ລະເມີດ​ສິດ​
ທິ​ພວກ​ຊາວ ​ວີ​ເກີ້ ຊຶ່ງ​ເປັນ​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍ​ໃນ​ເຂດ ​ຊິນ​ຈຽງ ​ຂອງ ​ຈີນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ
​ສະ​ບັບ​ນຶ່ງ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ບຸກຄົນ​ເຫຼົ່າ​ນັ້ນ ອາດ​
ຈະ​ຖືກ​ຂໍ້​ຈຳ​ກັດ​ຮັດ​ແຄບ​ເຫຼົ່າ​ນີ້​ນຳ​ດ້ວຍ.”

ທ່ານ ​ພອມ​ພຽວ ກ່າວ​ຢູ່​ໃນ​ທວີດ​ເຕີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນັ້ນ ຍັງ​ເປັນ​ທີ່​ເຊື່ອ​ກັນ​ວ່າ
ເປັນ​ພວກ​ທີ່​ສົມ​ຮູ້​ຮ່ວມ​ຄິດ ໃນ​ການ​ລ່ວງ​ລະ​ເມີດ​ຕໍ່​ພວກ​ຄົນ​ເຊື້ອ​ສາຍ​ກາຊັກ​ສະ​ຖານ​ນຳ
​ດ້ວຍ.

ໃນ​ຂະ​ນະ​ທີ່​ບໍ່​ໄດ້​ມີ​ການ​ລະ​ບຸ​ຊື່​ຢ່າງ​ເຈາະ​ຈົງ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຈີນ​ຢູ່​ໃນ​ຖະ​ແຫຼງ​ການ
ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ກ່າວ​ວ່າລັດ​ຖະ​ບານ​ປະ​ທານ​າ
​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ພວມ​ພິ​ຈາ​ລະ​ນາ​ການ​ລົງ​ໂທດ​ຕໍ່​ເຈົ້າໜ້າ​ທີ່ ທີ່​ມີ​ສ່ວນ​ພົວ​ພັນ ​ໃນ​ການ​
ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ຈີນ ຕໍ່​ຊາວ​ມຸ​ສ​ລິມຮວມ​ທັງ​ເລ​ຂາ​ພັກ ໃນ​ເຂດ​ຊິນ​ຈຽງ ທ່ານເຈັນ
ຈວາງ​ໂກ ນຳ​ດ້ວຍ.

ເຈົ້າ​ໜ້າ​ທີ່ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ທ່ານ​ນຶ່ງ ແຈ້ງ​ໃຫ້​ວີ​ໂອ​ເອ​ຊາບ​ໃນ​ວັນ​ອັງ
​ຄານ​ວານນີ້​ວ່າ ປ​ະ​ຫວັດ​ໃນ​ການ​ອອກວີ​ຊາ ແມ່ນ​ຖື​ວ່າ​ “ເປັນ​ຄວາມລັບ” ພາຍ​ໃຕ້​ກົດ​
ໝາຍ​ຂອງ​ ສະ​ຫະ​ລັດ ດັ່ງ​ນັ້ນ ທາ​ງ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ

“ຈຶ່ງ​ຈະ​ບໍ່​ຊີ້​ແຈງ​ຫຼື​ເປີດ​ເຜີຍ​” ກ່ຽວ​ກັບ​ການ​ຂໍ​ວີ​ຊາ​ຂອງ​ສ່ວນ​ບຸກ​ຄົນ ໃນ​ເລື້ອງ​ນະ​ໂຍ​ບາຍ​
ວີ​ຊາ​ນີ້.

ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ “ຂໍ້​ຈຳ​ກັດ​ໃນ​ການ​ຂໍ​ວີ​ຊາ​ເຫຼົ່າ​ນີ້​ ແມ່ນ​ເປັນ​ການ​ຕອບ​ໂຕ້​ໂດຍ​ກົງ
​ຕໍ່​ການ​ປຸກ​ລະ​ດົມ​ກົດ​ຂີ່​ຢ່າງ​ໜັກ​ຂອງ​ປັກ​ກິ່ງ ຕໍ່​ພວກ​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍ​ຢູ່​ໃນ​ເຂດ​
ຊິນ​ຈຽງ.”

ຂໍ້​ຈຳ​ກັດ​ໃນ​ການ​ຂໍ​ວີ​ຊາ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວ​ກັນ​ວ່​າ ແມ່ນ​ເພື່ອ “ສະ​ໜັບ​
ສະ​ໜຸນ” ການ​ເອົາ​ມາດ​ຕະ​ການ​ຂອງ​ກະ​ຊວງ​ການ​ເງິນ ໃນ​ມື້​ວັນ​ຈັນ​ທີ່ຜ່ານ​ມາ ຊຶ່ງ 28
ອົງ​ການ​ແລະ​ບໍ​ລິ​ສັດ​ຂອງ​ຈີນໄດ້​ຖືກ​ຈັດ​ຊື່​ເຂົ້າ​ໄວ້​ໃນ​ບັນ​ຊີ​ດຳຂອ​ງ​ອັນ​ທີ່​ເອີ້ນ​ວ່າ “entity
list.”

ອົງ​ການ​ແລະ​ກຸ່ມ​ຕ່າງໆ​ທີ່​ມີ​ຊື່​ຢູ່​ໃນ​ບັນ​ຊີ​ດຳ​ແມ່ນ​ຖືກ​ຫ້າມ​ບໍ່​ໃຫ້​ຊື້​ເຄື່ອງ​ອາ​ໄຫຼ່​ ແລະ ອຸບ​
ປະ​ກອນ​ຮາຍ​ເທັກ​ຕ່າງໆ​ຈາກ​ບໍ​ລິ​ສັດ​ສະ​ຫະ​ລັດ ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​.

ປັກ​ກິ່ງ​ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ ​ດັ່ງ​ກ່າວນີ້ ແຊກ
​ແຊງ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG