ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເອີ້ນ ການ​ອອກ ຄວາມເຫັນ ຂອງ ສ​ຫ​ລ ແລະຍີ່ປຸ່ນ ​ວ່າ ເປັນການເກາະຜິດ (ວີດີໂອ)


ນາຍພົນ Wang Guangzhong ຮອງເສນາທິການສູງສຸດຈີນ
ກ່າວປາໄສ ຕໍ່ກອງປະຊຸມ ຄ​ວາມ​ໝັ້ນ​ຄົງ ທີ່ສິງກະໂປ ວັນທີ 1 ມິຖຸນາ 2014.
ນາຍພົນ Wang Guangzhong ຮອງເສນາທິການສູງສຸດຈີນ ກ່າວປາໄສ ຕໍ່ກອງປະຊຸມ ຄ​ວາມ​ໝັ້ນ​ຄົງ ທີ່ສິງກະໂປ ວັນທີ 1 ມິຖຸນາ 2014.
ນາຍ​ພົນອາວຸ​ໂສ​ຈີນ​ທ່ານ​ນຶ່ງ​ໄດ້​ກ່າວ​ໂຈມ​ຕີ​ສະຫະລັດ​ແລະ
​ຍີ່ປຸ່ນ ທີ່ໄດ້ຕຳ​ໜິຕິຕຽນ ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຈີນໃນ
​ບັນດາ​ຂົງ​ເຂດ ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ ໃນ​ທະ​ເລ​ຈີນ​ໃຕ້ ​
ໂດຍ​ເອີ້ນ ​ການ​ອອກ​ຄວາມ​ຄິດ​ຄວາມ​ເຫັນ ​ນັ້​ນວ່າ ​ເປັນ​
“ການ​ເກາະ​ຜິດ”.

ພົນ​ໂທ Wang Guanzhong ຮອງ​ເສນາ​ທິການ​ສູງ​ສຸດ​ຂອງ​
ຈີນກ່າວ ​ຕໍ່ກອງ​ປະຊຸມ ວ່າດ້ວຍຄວາມ​ປອດ​ໄພ ​ທີ່​ສິງກະ​ໂປ
​ໃນ​ວັນ​ອາທິດ​ມື້​ນີ້​ວ່າຄວາມ​ຄິດ​ຄວາມ​ເຫັນ​ຂອງ​ນາຍົກລັດຖະ
ມົນຕີ Shinzo Abe ​ແຫ່ງ​ຍີ່ປຸ່ນ ​ແລະ​ຂອງທ່ານ Chuck
Hagel ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ ສະຫະລັດ​ນັ້ນ ​ໄດ້​ພາ
​ໃຫ້ທ່ານ​ມີ​ຄວາມ​ໂມ​ໂຫ​ໂທ​ໂສ.

​ໃນ​ຄຳ​ປາ​ໄສ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Hagel ​ໄດ້​ກ່າວ​ຫາ​ຈີນ​ວ່າ “ດຳເນີນການ
ເພື່ອສ້າງຄວາມ​ທີ່​ບໍ່​ທຸ່ນ​ທ່ຽງ​ຂຶ້ນ”
​ໃນທະ​ເລ​ຈີນ​ໃຕ້. ທ່ານ​ໄດ້​ກ່າວຕໍ່​ບັນດາ​ເຈົ້າ​
ໜ້າ​ທີ່​ປ້ອງ​ກັນປະ​ເທດ ທີ່​ກອງ​ປະຊຸມ​ປະຈຳ​ປີ Sangri-La Dialog ວ່າ ວໍ​ຊິງ​ຕັນ​
ຈະ​ບໍ່” ​ເບິ່ງ​ໄປ​ທາງ​ອື່ນ” ຖ້າ​ລະບຽບ​ຂອງ​ນາໆ​ຊາດ​ຖືກ​ຂົ່ມຂູ່.

​ໃນການໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ຕໍ່​ກອງ​ປະຊຸມດັ່ງກ່າວ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານ Abe ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ ກ່ຽວກັບໃຫ້ການ “ສະໜັບສະໜຸນ​ຢ່າງ​ສຸດ​ຂີດ” ຂອງ​ຍີ່ປຸ່ນ ​ຕໍ່​ບັນດາ​ປະ​ເທດ ​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ເຂົາ​ເຈົ້າ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພໃນ​ເຂດ​ທະ​ເລ​ແລະ​ໃນ​ເຂດ​
ນ່ານຟ້າ​ຂອງ​ເຂົາ​ເຈົ້າ.

ນາຍ​ພົນ Wang ​ເອີ້ນ​ຖ້ອຍ​ຖະ​ແຫຼ​ງ​ເຫຼົ່າ​ນັ້ນ​ວ່າ ​ເປັນ​ຮູ​ບ​ແບບອັນ​ນຶ່ງ​ຂອງ​ການ​ເກາະ​ຜິດ​ຕໍ່​ຈີນ​ແລະ “ເປັນ​ເລື້ອງ​ທີ່​ນຶກ​ຄິດ​ບໍ່​ເຖິງ” ​ແລະ​ກ່າວ​ວ່າ ຈີນ​ບໍ່​ເຄີຍ​ເອົາ​ບາດກ້າວ​ທຳ​ອິດ​ຈັກ​ເທື່ອ ​ເພື່ອ​ເກາະຜິດ​ໃຫ້​ເກີດ​ບັນ ຫານັ້ນ.
[sbourommavong] CHINA US JAPAN SOTVO Edl Version1
please wait

No media source currently available

0:00 0:00:47 0:00
XS
SM
MD
LG