ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ປະຕິເສດ ຕໍ່ການກ່າວຫາ ຂອງ ທຳນຽບຫ້າແຈ (ວີດີໂອ)


ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້ທໍາ​ການຕິຕຽນ​ເພີ້ມຂຶ້ນຕໍ່​ການ​ພະຍາຍາມໂຈມ​ຕີ​ ເຈາະ​ເອົາ​ຂໍ້ມູນຄວາມ​ລັບ​ທາງ​ຄອມ​ພິວ​ເຕີ້ ທີ່​ມາ​ຈາກຈີນ.
ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້ທໍາ​ການຕິຕຽນ​ເພີ້ມຂຶ້ນຕໍ່​ການ​ພະຍາຍາມໂຈມ​ຕີ​ ເຈາະ​ເອົາ​ຂໍ້ມູນຄວາມ​ລັບ​ທາງ​ຄອມ​ພິວ​ເຕີ້ ທີ່​ມາ​ຈາກຈີນ.
ກອງທັບ​ຈີນ ປະຕິ​ເສດຕໍ່ລາຍ​ງານ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ
ສະຫະລັດ ທີ່​ກ່າວ​ຫາປັກ​ກິ່ງວ່າ ​ໃຊ້ການ​ຈາລະ​ກຳ​ທາງ​ອິນ​ເຕີ​
ແນັດ ​ເພື່ອພະຍາຍາມລັກຂະ​ໂມ​ຍ​ເອົາ​ຂໍ້​ມູນກ່ຽວ​ກັບນະ​ໂຍບາຍ​
ການ​ຕ່າງປະ​ເທດ​ຂອງສະຫະລັດແລະແຜນ​ການ​ທາງ​ທະຫານ
ຂອງ​ສະຫະລັດ.

ທ່ານ Hua Chunying ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ
ກ່າວ​ໃນ​ການ​ຖະ ​ແຫຼງຂ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ການ​ກ່າວ
​ອ້າງ ​ຂອງ​ທຳນຽບຫ້າ​ແຈສະຫະລັດ ​ແມ່ນ​ບໍ່​ມີ​ຫລັກ​ຖານ​ຫຍັງ
ເລີຍ ​ແລະ​ກໍບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ​ມີ​ແຕ່​ຈະ​ສ້າງ​ຄວາມ ​ເສຍ​
ຫາຍຕໍ່​ຄວາມສໍາພັນ​ລະຫວ່າງສະຫະ​ລັດແລະ​ຈີນ​ເທົ່າ​ນັ້ນ.

ທ່ານ​ກ່າວຕື່ມ​ວ່າ “ຈີນ​ເຄີຍ​ກ່າວ​ມາ​ຫຼາຍໆ​ເທື່ອ​ແລ້ວ​ວ່າ ຕົນ​ຄັດ
ຄ້ານ​ຢ່າງ​ໜັກ​ແໜ້ນ​ຕໍ່ການ​ໂຈມ​ຕີບໍ່ ວ່າ​ໃນ​ຮູບ​ແບບ​ໃດ. ພວກ​
ເຮົາ​ເຕັມ​ໃຈ​ທີ່​ຈະ​ສົນທະນາ​ຫາລື ​ແບບ​ບໍ່​ມີ​ອະຄະຕິ ແລະສ້າງ
ສັນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ອິນ​ເຕີ​ແນັດ​ກັບ​ຝ່າຍ​ສະຫະລັດ. ​

ແຕ່​ພວກ​ເຮົາ ຂໍ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ການ​ຕຳ​ໜິຕິຕຽນ​ແບບ​ບໍ່​ມີຫຼັກຖານ​ແລະການ
​ໂຄສະນາ ຊວນ​ເຊື່ອ.” ລາຍ​ງານ​ຂອງທໍານຽບຫ້າ​ແຈ ​ທີ່​ນຳ​ອອກເຜີຍ​ແຜ່ໃນ​ວັນ​ຈັນ​ວານ
​ນີ້ເວົ້າວ່າ ການ​ໂຈມ​ຕີ​ສ່ວນ​ນຶ່ງ​ທາງ​ອິນ​ເຕີ​ແນັດຕໍ່​ລະບົບ​ຄອມ​ພິວ​ເຕີ້ຂອງລັດຖະບານ
ສະຫະລັດ “ປະກົດ​ວ່າແມ່ນມາ​ຈາກອົງການ​ຈັດຕັ້ງຕ່າງໆຂອງລັດຖະບານ​ແລະ​ກອງ
ທັບ​ຈີນ ​ໂດຍ​ກົງ.” ນີ້ແມ່ນ​ເທື່ອ​ທຳ​ອິດ​ ທີ່ລາຍ​ງານປະ​ຈໍາປີ​ກ່ຽວ​ກັບກ​ອງທັບ​ຈີນ​ ​ໄດ້​ກ່າວ​
ຫາ​ປັກ​ກິ່ງ ໂດຍ​ກົງວ່າ ​ແນ​ເປົ້າໝາຍ​ໃສ່​ຕາໜ່າງຄອມ​ພິວ​ເຕີ້​ຂອງກະຊວງ​ປ້ອງ​ກັນ​ປະ
​ເທດ ສະຫະລັດ.

ບັນດ​າ​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້ທໍາ​ການຕິຕຽນ​ເພີ້ມຂຶ້ນຕໍ່​ການ​ພະຍາຍາມໂຈມ​ຕີ​ເຈາະ
​ເອົາ​ຂໍ້ມູນຄວາມ​ລັບ​ທາງ​ຄອມ​ພິວ​ເຕີ້ທີ່​ມາ​ຈາກຈີນ. ​ແຕ່ສ່ວນ​ໃຫຍ່​ແລ້ວເຂົາ ເຈົ້າ​ໄດ້​ຫຼີກ
​ເວັ້ນຈາກການ​ກ່າວ​ຫາ​ໂດຍ​ກົງຕໍ່ລັດຖະບານ​ຈີນໂດຍຫວັງ​ວ່າ ​ຈະ​ໃຊ້​ການເຈລະຈາ
ເພື່ອ​ແກ້ໄຂບັນຫາດັ່ງກ່າວ​ນີ້.

ທ່ານ Steve Tsang ນັກ​ຊ່ຽວຊານ​ກ່ຽວ​ກັບ​ຈີນ​ທີ່​ມະຫາວິທະຍາ​ໄລ Notting-ham
ຂອງ​ອັງກິດ ກ່າວ​ຕໍ່​ວີ​ໂອ​ເອວ່າ ທ່ານ​ເວົ້າວ່າທຳນຽບຫ້າ​ແຈ​ຕ້ອງ​ພົບ​ເຫັນ ຫຼັກຖານ​ທີ່
ແໜ້ນໜາ​ຈຶ່ງ​ສາມາດກ່າວ​ຫາ​ຢ່າງ​ແຮງ​ແບບ​ນີ້.

Pentagon Report: China Projecting Power
please wait

No media source currently available

0:00 0:02:01 0:00
ລິງໂດຍກົງ
XS
SM
MD
LG