ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໐ ມີນາ ໒໐໒໕

ຈີນປະຕິເສດ ຂໍ້ຮຽກຮ້ອງຂອງຕາເວັນຕົກ ສຳລັບການປະຕິຮູບດ້ານສິດທິມະນຸດ ຢູ່ກອງປະຊຸມ ສ​ປ​ຊ


ສະຫະລັດ ແລະ ຈີນ ກ່ຽວກັບບັນຫາສິດທິມະນຸດ
ສະຫະລັດ ແລະ ຈີນ ກ່ຽວກັບບັນຫາສິດທິມະນຸດ

ໃນວັນພະຫັດວານນີ້, ຈີນ​ໄດ້​ປະຕິ​ເສດ​ຄຳແນະນຳທີ່ນຳພາໂດຍ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ສິດທິ​ມະນຸດ ​ເຊິ່ງລວມເຖິງການ​ຮຽກຮ້ອງ​ໃຫ້​ມີ​ເສລີພາບ​ຫຼາຍ​ຂຶ້ນ​ໃນ​ຮົງ​ກົງ​ ແລະ​ຊາວ ວີເກີ ​ໃນ​ເຂດ ຊິນຈຽງ (Xinjiang), ​ແຕ່​ໄດ້​ຍອມຮັບຄຳແນະນຳອື່ນໆ​ຈາກ​ບັນດາ​ພັນທະ​ມິດ, ໃນຂະນະທີ່ຕົນ​ພະຍາຍາມ​ປົກ​ປ້ອງ​ປະຫວັດຂອງ​ຕົນ ຢູ່ທີ່ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​.

ກອງ​ປະຊຸມ​ສະພາ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ເຈນີວາ​ ປິດ​ ​ທ້າຍຂະ​ບວນການ​ທົບທວນ​ທີ່​ປັກ​ກິ່ງ​ໄດ້​ພະຍາຍາມຫຼີກລ້ຽງ​ການ​ວິພາກ​ວິຈານ ຫຼັງຈາກ​ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປີ 2022 ທີ່​ກ່າວ​ວ່າ ການ​ກັກ​ຂັງ​ຊາວ ວີເກີ (Uyghurs) ​ແລະ​ຊາວ​ມຸສລິ​ມ​ອື່ນໆ​ໃນ​ແຂວງ ຊິນຈຽງ (Xinjiang) ຂອງ​ຈີນ ອາດ​ຖືເປັນ​ອາດຊະຍາ​ກຳ​ຕໍ່​ມະນຸດ​ຊາດ. ຈີນ​ປະ​ຕິ​ເສດ​ຕໍ່ທຸກໆການ​ລ່ວງ​ລະ​ເມີດ.

ປະທານສະພາ ທ່ານ ໂອມາ ຊໄນເບີ (Omar Zniber) ກ່າວ​ວ່າ ຈີນ​ໄດ້ຍອມ​ຮັບ​ເອົາ​ເກືອບ 70 ເປີເຊັນ ຂອງ​ຄຳແນະນຳ​ການ​ປະຕິ​ຮູບ​ຫຼາຍກວ່າ 400 ຂໍ້​ທີ່ໄດ້​ຮັບ ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ທົບທວນ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ ເຊີນ ຊູ (Chen Xu) ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນທາງ​ການ​ທູດ ​ແລະ​ເຈົ້າ​ໜ້າ​ທີ່​ຈີນຈຳນວນຫຼາຍ ​ວ່າໄດ້​ບັນ​ລຸ​ຄວາມ​ຄືບ​ໜ້າ​ ແລະ​ການ​ພັດ​ທະ​ນາ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ແຕ່​ລະ​ມື້. ທ່ານ​ກ່າວ​ວ່າ ຈີນ ​ປະຕິ​ເສດຄຳແນະນຳ​ທີ່ມີ "ແຮງຈູງໃຈທາງ​ດ້ານ​ການ​ເມືອງທີ່ອີງໃສ່ຂໍ້ມູນທີ່ບໍ່ຖືກຕ້ອງ, ມີ​ອັກຄະຕິ​ທາງ​ອຸດົມ​ການ ຫຼື​ແຊກ​ແຊງ​ອຳນາດ​ອະທິປະ​ໄຕ​ແບບ​ດັ້ງ​ເດີມ​ຂອງ​ຈີນ" ​ແລະ​ກ່າວ​ປະນາມ​ອັນ​ທີ່​ທ່ານ​ເອີ້ນ​ວ່າເປັນຄວາມ​ພະຍາຍາມ​ທີ່​ຈະ "ໃສ່ຮ້າຍ ​ແລະ​ໂຈມ​ຕີ" ຈີນ. ແຕ່ນັກວິຈານຂອງຈີນກ່າວວ່າອັດຕາການຍອມຮັບທີ່ສູງຂອງຈີນນັ້ນ ເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ໂດຍນັກການທູດຕາເວັນຕົກຄົນນຶ່ງໄດ້ກ່າວຫາວ່າປະເທດດັ່ງກ່າວໄດ້ "ສ້າງຄວາມໄດ້ປຽບ" ໂດຍການລົງທຶນໃສ່ທາງດ້ານການເມືອງເພື່ອສະກັດກັ້ນການວິພາກວິຈານ.

ກ່ອນໜ້ານີ້ ອົງການຂ່າວ Reuters ລາຍງານວ່າ ຈີນໄດ້ຊັກຊວນບັນດາປະເທດທີ່ບໍ່ແມ່ນປະເທດຕາເວັນຕົກ ໃຫ້ຍ້ອງຍໍສະຖິຕິຂອງຕົນໂດຍການຮຽກຮ້ອງໃຫ້ພວກເຂົາໃຫ້ "ຄໍາແນະນໍາທີ່ສ້າງສັນ."

ເອກອັກຄະລັດຖະທູດອັງກິດ ທ່ານ ໄຊມອນ ແມນລີ Simon Manley ໄດ້ຮຽກຮ້ອງຕໍ່ສະພາວ່າ ຈີນໄດ້ປະຕິເສດຂໍ້ແນະນຳທຸກຢ່າງຂອງຕົນ ລວມທັງການຮຽກຮ້ອງໃຫ້ຢຸດຕິການຂົ່ມເຫັງຊາວ ວີເກີ (Uyghurs) ແລະຂໍໃຫ້ຍົກເລີກກົດໝາຍຄວາມໝັ້ນຄົງຮົງກົງ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

China on Thursday rejected Western-led recommendations for human-rights reforms including calls for greater freedoms in Hong Kong and for Uyghurs in Xinjiang, but accepted others from allies, as it sought to defend its record at a U.N. meeting.

The U.N. Human Rights Council session in Geneva caps off a review process in which Beijing has strived to fend off criticism following a 2022 U.N. report which said the detention of Uyghurs and other Muslims in China's Xinjiang region may constitute crimes against humanity. China denies any abuses.

The council's president, Omar Zniber, said China had accepted nearly 70% of the more than 400 reform recommendations it received as part of the U.N. review.

"Progress and development on human rights is achieved in China with each passing day," China's ambassador, Chen Xu, told the meeting, alongside a large delegation of Chinese diplomats and officials. He said it rejected recommendations that were "politically motivated based on disinformation, ideologically biased or interfering in China's traditional sovereignty" and condemned what he called an attempt to "smear and attack" it. Yet China's critics say its high acceptance rate is misleading, with one Western diplomat alleging the country had "stacked the deck" by investing political capital in quelling criticism.

Reuters previously reported that China had lobbied non-Western countries to praise its record by asking them to make "constructive recommendations."

British ambassador Simon Manley complained to the council that China had rejected each and every one of its recommendations, including a call for an end to persecutions of Uyghurs and for the Hong Kong security law to be repealed.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG