ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ຄັດຄ້ານ ຕໍ່ການກວດໂຄວິດ ສໍາລັບນັກທ່ອງທ່ຽວຊາວຈີນ


ແຟ້ມ-ນັກທ່ອງທ່ຽວຄົນນຶ່ງ ຍູ້ລໍ້ໃສ່ກະເປົາເຄື່ອງ ຢູ່ທີ່ເດີ່ນບິນສາກົນຊວງລຽວ (Shuangliu) ທ່າມກາງຄື້ນຟອງຂອງຜູ້ຕິດເຊື້ອພະຍາດໂຄວິດ-19, ໃນເມືອງເຊິງຕູ, ແຂວງເສສວນ, ປະເທດຈີນ, ວັນທີ 30 ທັນວາ 2022.
ແຟ້ມ-ນັກທ່ອງທ່ຽວຄົນນຶ່ງ ຍູ້ລໍ້ໃສ່ກະເປົາເຄື່ອງ ຢູ່ທີ່ເດີ່ນບິນສາກົນຊວງລຽວ (Shuangliu) ທ່າມກາງຄື້ນຟອງຂອງຜູ້ຕິດເຊື້ອພະຍາດໂຄວິດ-19, ໃນເມືອງເຊິງຕູ, ແຂວງເສສວນ, ປະເທດຈີນ, ວັນທີ 30 ທັນວາ 2022.

ຈີນ ຄັດຄ້ານຕໍ່ການກວດໂຄວິດ-19 ຮອບໃໝ່ ໃນວັນອັງຄານມື້ນີ້ ສໍາລັບນັກທ່ອງທ່ຽວຊາວຈີນ ທີ່ໄດ້ຖືກກໍານົດໂດຍຫຼາຍໆປະເທດ, ເຊິ່ງພວກເຂົາກ່າວວ່າ ເປັນມາດຕະການ “ທີ່ຂາດພື້ນຖານທາງດ້ານວິທະຍາສາດ.”

ໂຄສົກກະຊວງການຕ່າງປະເທດຈີນ ທ່ານມາວ ນິງ (Mao Ning) ກ່າວກັບບັນດານັກຂ່າວໃນລະຫວ່າງການ​ຖະ​ແຫຼງ​ຂ່າວວ່າ ຈີນ ສາມາດກໍານົດ “ມາດຕະການຕອບໂຕ້ ບົນພື້ນຖານຂອງການຕອບສະໜອງທີ່ສໍາຄັນ.”

ຈີນ ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ເພີ້ມຂຶ້ນແບບທັນທີທັນໃດ, ໃນຂະນະທີ່ລັດ ຖະບານຂອງປະເທດອື່ນໆ ໄດ້ຕໍາໜິຈີນວ່າ ບໍ່ມີຄວາມແຈ່ມແຈ້ງຕໍ່ຂໍ້ມູນການຕິດ ເຊື້ອ.

ສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ປະກາດໃນອາທິດທີ່ຜ່ານມາວ່າ ຜູ້ໂດຍສານທາງອາກາດທີ່ເດີນທາງມາຈາກຈີນ ຈໍາເປັນຈະຕ້ອງໄດ້ຈັດສົ່ງຜົນກວດໂຄວິດ-19 ເປັນລົບ ຫຼື ຫຼັກຖານທີ່ພິສູດວ່າ ໄດ້ຮັບການຟື້ນຟູຈາກໄວຣັສແລ້ວ ກ່ອນຂຶ້ນເຮືອບິນ. CDC ໄດ້ອ້າງວ່າ “ຂາດຂໍ້ມູນທີ່ແຈ່ມແຈ້ງ ແລະພຽງພໍ ກ່ຽວກັບການລະບາດ ພ້ອມທັງລໍາດັບຂໍ້ມູນໃນກຸ່ມເຊລຢູ່ໃນສິ່ງທີ່ມີຊີວິດຂອງໄວຣັສ ທີ່ໄດ້ລາຍງານຈາກລັດຖະບານ ຈີນ.”

ອົງການ CDC ກ່າວວ່າ “ຂໍ້ມູນດັ່ງກ່າວເຫຼົ່ານີ້ມີຄວາມສໍາຄັນຕໍ່ການຕິດຕາມການເພີ້ມຂຶ້ນໃນທັນທີຂອງກໍລະນີຢ່າງມີປະສິດທິພາບ, ແລະຫຼຸດໂອກາດໃນການກ້າວເຂົ້າສູ່ຄວາມກັງວົນກ່ຽວກັບໄວຣັສສາຍພັນໃໝ່.”

ອັງກິດ, ຝຣັ່ງ, ການາດາ, ເກົາຫຼີໃຕ້, ສະເປນ ແລະກາຕ້າ ລວມຢູ່ໃນກຸ່ມຂອງບັນດາປະເທດ ທີ່ໄດ້ປະກາດຂໍ້ກໍານົດທີ່ຄ້າຍຄືກັນ ສໍາລັບການກວດນັກທ່ອງທ່ຽວຊາວຈີນ.

ເຈົ້າໜ້າທີ່ຂອງສະຫະພາບຢູໂຣບ ມີກໍານົດທີ່ຈະພົບປະກັນ ໃນວັນພຸດມື້ອື່ນນີ້ ເພື່ອຫາລືກ່ຽວກັບວິທີການຮ່ວມມື ສໍາລັບນະໂຍບາຍໂຄວິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG