ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປະຕິເສດ ຕໍ່ການຂໍອຸທອນ ຂອງ ນັກເຄຶ່ອນໄຫວ ດ້ານ ສິດທິມະນຸດ (ວີດີໂອ)


ພວກປະທ້ວງ ລັດຖະບານຈີນ ຍົກຮູບພາບ ທ່ານ Xu Zhiyong ນັກກົດໝາຍດ້ານສິດທິມະນຸດ ທີ່ຖືກຕັດສິນລົງໂທດ.
ພວກປະທ້ວງ ລັດຖະບານຈີນ ຍົກຮູບພາບ ທ່ານ Xu Zhiyong ນັກກົດໝາຍດ້ານສິດທິມະນຸດ ທີ່ຖືກຕັດສິນລົງໂທດ.
ສານ​ແຫ່ງ​ນຶ່ງຂອງຈີນ ​ໄດ້​ຕັດສິນ​ລົງ​ໂທດ ໃຫ້ນັກເຄື່ອນ
ໄຫວດ້ານສິດທິມະນຸດ ທີ່ມີຊື່ສຽງຄົນນຶ່ງ ຕິດ​ຄຸກ​ສີ່​ປີ.

ສານປະຊາຊົນສູງ​ສຸດໃນນະຄອນຫຼວງປັກກິ່ງໄດ້ປະຕິ
ເສດ
ຕໍ່ການຂໍ​ອຸທອນຂອງ ​ ທ່ານ Xu Zhiyong ນັກເຄື່ອນ
ໄຫວດ້ານສິດທິມະນຸດ ​ທີ່​ຖື​ກພົບເຫັນວ່າມີຄວາມຜິດ ​
ໃນ​ເດືອນ​ມັງ​ກອນຜ່ານມາ ​ໃນ​ຖານ “​ເຕົ້າ​ໂຮມ​ຝູ​ງຊົນ
ລົບ​ກວນ​ຄວາມ​ເປັນ ລະບຽບຂອງ​ສາທາລະນະຊົນ.”

ທ່ານ Xu ​ຊຶ່ງເປັນທະນາຍຄວາມນັ້ນ ໄດ້​ປຸກລະດົມກ່ຽວ
ກັບ​ສິດທິ​ເພື່ອໃຫ້ພວກ ​ເດັກນ້ອຍໄດ້ຮັບການສຶກສາ ​ແລະ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ເປີດ
ເຜີຍ​ສັບສົມບັດ​ຂອງ​ເຂົາ​ເຈົ້າ.

ສະຫະລັດ ສະຫະພາບ​ຢູ​ໂຣບ ​ແລະ​ຫລາຍ​ໆ​ອົງການປົກປ້ອງ​ສິດທິ​ມະນຸດ ພາ ກັນ​ປະ​
ທ້ວງຕໍ່​ການ​ຕັດສິນ​ລົງ​ໂທດດັ່ງກ່າວຂອງຈີນ.
CHINA DISSIDENT SOTVO
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG