ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງຈີນ ສັ່ງຫ້າມປະທານແອບເວີແກຣນ ຈາກຕະຫຼາດຫຼັກຊັບ ເປັນເວລາຕະຫຼອດຊີວິດ


ແຟ້ມຮູບ-ໃນພາບຂອງວັນທີ 12 ມິຖຸນາ 2015, ຜູ້ກໍ່ຕັ້ງບໍລິສັດ Evergrande China ທ່ານສູ ເຈຍຢິນ (Xu Jiayin) ເຂົ້າຮ່ວມຖະແຫຼງຂ່າວ ສໍາລັບທີມເຕະບານ Guangzhou Evergrande ໃນເມືອງກວາງຊູ, ແຂວງກວາງດົງ ທີ່ຕັ້ງຢູ່ທາງພາກໃຕ້ຂອງຈີນ.
ແຟ້ມຮູບ-ໃນພາບຂອງວັນທີ 12 ມິຖຸນາ 2015, ຜູ້ກໍ່ຕັ້ງບໍລິສັດ Evergrande China ທ່ານສູ ເຈຍຢິນ (Xu Jiayin) ເຂົ້າຮ່ວມຖະແຫຼງຂ່າວ ສໍາລັບທີມເຕະບານ Guangzhou Evergrande ໃນເມືອງກວາງຊູ, ແຂວງກວາງດົງ ທີ່ຕັ້ງຢູ່ທາງພາກໃຕ້ຂອງຈີນ.

ພວກເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ຈີນ ​ຈະ​ຫ້າມ​ປະ​ທານ​ຂອງບໍ​ລິ​ສັດຊັບສິນຍັກໃຫຍ່ເອເວີແກຣນ (Evergrande) ​ຈາກ​ຕະຫຼາດ​ຫຼັກ​ຊັບ​ ເປັນເວລາຕະຫຼອດຊີວິດ, ເຊິ່ງບໍລິສັດນີ້ໄດ້ປະສົບກັບບັນຫາ ຈະ​ຕ້ອງໄດ້​ຮັບ​ການ​ປັບ​ໃໝ​ຢ່າງ​ໜັກໜ່ວງ, ອີງຕາມບໍລິສັດຍ່ອຍ ທີ່ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້, ອີງຕາມລາຍງານຂອງອົງການຂ່າວ AFP.

ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບຂອງ​ຈີນ ຫຼື CSRC “ວາງ​ແຜນ​ຈະຕັດສິນເຫັນພ້ອມນຳການສັ່ງ​ຫ້າມ​ ທ່ານສູ ເຈຍຢິນ (Xu Jiayin) ບໍ່​ໃຫ້​ເຂົ້າມາດໍາເນີນງານຢູ່​ຕະຫຼາດ​ຫຼັກ​ຊັບອີກ​ຕະຫຼອດ​ຊີວິດ​,” ອີງຕາມໜ່ວຍ​ງານ​ໃຫຍ່​ ເຮັງດາ ຣຽວ ເອສເຕດ (Hengda Real Estate) ຂອງບໍລິສັດ ຕາມທີ່ກ່າວ​ໃນ​ເອກະສານທີ່ຍື່ນ​ເຖິງ​ຕະຫຼາດ​ຫຼັກ​ຊັບ ເຊັນເຊັນ (Shenzhen).

ແອບເວີແກຣນ "ໄດ້ຮັບແຈ້ງການລ່ວງໜ້າຈາກ CSRC ກ່ຽວກັບການລົງໂທດດ້ານການບໍລິຫານ ແລະການຫ້າມຂອງຕະຫຼາດທີ່ແນເປົ້າໝາຍໃສ່ພຶດຕິກໍາທີ່ຜິດກົດຫມາຍ ແລະບໍ່ໄດ້ຮັບອະນຸຍາດ," ອີງຕາມການກ່າວຂອງສຳເນົາເອກະສານ.

ບໍລິສັດ​ເອງ ​ຈະ "ຖືກສັ່ງ​ໃຫ້​ແກ້​ໄຂ ​ແລະ​ອອກ​ຄຳ​ເຕືອນ ພ້ອມ​ທັງ​ປັບ​ໃໝເປັນຈໍານວນເງິນ 4.175 ຕື້​ຢວນ ຫຼື 580 ລ້ານ​ໂດ​ລາ​."

ການຕັດສິນດັ່ງກ່າວ ຈະສະຫຼຸບວ່າ ທ່ານ ສູ "ໄດ້ທໍາການຕັດສິນໃຈ ແລະດໍາເນີນການສໍ້ໂກງທາງດ້ານການເງິນດ້ວຍການໃຊ້ວິທີການທີ່ຊົ່ວຮ້າຍ ແລະຢູ່ພາຍໃຕ້ສະຖານະການທີ່ຮ້າຍແຮງທີ່ສະເພາະເຈາະຈົງ", ອີງຕາມສຳເນົາເອກະສານ.

ທ່ານ​ຍັງ​ຈະ "ຖືກ​ອອກ​ຄຳ​ເຕືອນ ​ແລະ​ປັບ​ໃໝໃນຈໍານວນເງິນ 47 ລ້ານ​ຢວນ."

ຫນີ້ສິນມະຫາສານຂອງແອບເວີແກຣນ ໄດ້ກາຍມາເປັນສັນຍາລັກອັນສໍາຄັນກ່ຽວກັບວິກິດການຕະຫຼາດຊັບສິນຂອງຈີນ ມາເປັນເວລາຫຼາຍປີ, ໂດຍມີຜົນສະທ້ອນຕໍ່ລະບົບເສດຖະກິດຂະໜາດໃຫຍ່ອັນດັບສອງຂອງໂລກ.

ໃນເດືອນມັງກອນ, ສານຂອງຮົງກົງ ໄດ້ອອກຄໍາສັ່ງໃຫ້ຍຸຕິການປະຕິບັດງານສໍາລັບ ແອບເວີແກຣນ, ເຖິງແມ່ນບໍລິສັດກ່າວວ່າ ການດໍາເນີນງານຂອງຕົນຢູ່ໃນແຜ່ນດິນໃຫຍ່ ຈະບໍ່ໄດ້ຮັບຜົນກະທົບໃດໆຈາກການຕັດສິນກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG