ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ປະຕິຮູບ ການສໍາມະນາ ອອກແຮງງານ ແລະມີລູກ ໄດ້ຄົນດຽວ


ສູນອອກແຮງງານໜັກ ຂອງຈີນ ກໍາລັງຈະມີການປົດປ່ອຍນັກໂທດ ໃຫ້ເປັນອິດສະລະ
ສູນອອກແຮງງານໜັກ ຂອງຈີນ ກໍາລັງຈະມີການປົດປ່ອຍນັກໂທດ ໃຫ້ເປັນອິດສະລະ
ອົງການ​ຂ່າວຂອງ​ທາງ​ກາ​ນຈີນ ກ່າວ​ວ່າ ສະພາ​ແຫ່ງ​ຊາດ ​ໄດ້​
ລົງ​ຄະ​ແນນ​ສຽງ​ ລົບ​ລ້າງ ການສຳ​ມະ​ນາ ​ດ້ວຍ​ການ​ອອກ​ແຮງ​
ງານ​ໜັກ ຢູ່​ຕາມ​ສູນ​ຕ່າງໆ ທີ່​ເປັນບັນຫາຖົກ​ຖຽງໂຕ້​ແຍ້ງຂອງ
​ປະ​ເທດແລະ​ຜ່ອນຜັນນະ​ໂຍບາຍ​ມີ​ລູກ​ໄດ້​ຜູ້​ດຽວທີ່​ມີມາຫຼາຍ
ສິບ​ປີ​ແລ້ວ​ນັ້ນ.

ອົງ​ການ​ຂ່າວ​ຊິ​ນຫົວ ຂອງທາງການ​ຈີນ ລາຍງານໃນ​ວັນ​ເສົາ
​ມື້​ນີ້​ວ່າ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກໍາມະການຖາວອນ ປະ
ຈຳສະພາ​ປະຊາ​ຊົນ​ແຫ່ງ​ຊາດຂອງ​ຈີນດັ່ງກ່າວແມ່ນ​ເຮັດ​ໃຫ້
ການ​ຕັດສິນ​ໃຈໃນ​ເດືອນພະ​ຈິກທີ່​ຜ່ານ​ມາ​ໂດຍພັກຄອມ​ມິ​ວ
ນິສຈີນ ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ກາຍ​ເປັນ​ລະບຽບທີ່
ຖືກຕ້ອງ​ຕາມກົດໝາຍ.

ອົງການ​ຂ່າວ​ຊິນ​ຫົວກ່າວ​ວ່າ ​ເລີ້ມ​ແຕ່​ວັນ​ເສົາ​ມື້​ນີ້ ພວກ​ທີ່ຢູ່​ໃນ​
ສູນ​ອອກ​ແຮງ​ງານທັງ​ໝົດຈະ​ເລີ້ມຖືກ​ປ່ອຍ​ໃຫ້​ເປັນ​ອິດ​ສະລະ​.
ເຖິງ​ຢ່າງໃດ​ກໍ​ດີ ​ລາຍ​ງານ​ຂ່າວໄດ້​ເນັ້ນໜັກວ່າ​ໂທດ​ທັງ​ໝົດ​
ກ່ອນ​ການລົບ​ລ້າງ​ລະບົບ​ດັ່ງກ່າວຍັງ​ມີ​ຜົນ​ບັງຄັບ​ຢ່າງ ສົມບູນ
ຊຶ່ງ​ເປັນ​ຂໍ້​ກຳນົດ ທີ່​ແນ​ໃສ່​ເພື່ອ​ປ້ອງ​ກັນບໍ່​ໃຫ້ພວກ​ທີ່ຖືກ​ຄຸມຂັງ​ຟ້ອງ​ຮ້ອງ ລັດຖະບານ.

ພາຍ​ໃຕ້​ລະບົບ​ທີ່ມີ​ຊື່​ສຽງ​ບໍ່​ຄ່ອຍ​ດີດັ່ງກ່າວ​ນີ້ ຕໍາຫລວດ​ສາມາດ​ລົງ​ໂທດ​ພວກ​ທີ່​ຖືກກ່າວ
ຫາ​ກະ​ທໍາ​ຜິດ ​ໃຫ້​ໄປ​ຢູ່ສູນ​ອອກ​ແຮງ​ງານ​ໜັກ​ໄດ້ເຖິງ​ສີ່​ປີ ໂດຍປາດ​ສະ​ຈາກ​ການ​ດໍາເນີນ
​ຄະ​ດີ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ວ່າ ​ແມ່ນ​ຫຍັງ​ຈະ​ຖືກ​ນຳ​ມາ​ໃຊ້​ແທນ​ສູນ​ອອກ​ແຮງ​ງາ​ນໜັກ
ຊຶ່ງ​ເປັນ​ທີ່​ຄາດກັນວ່າ​ ກັກ​ຂັງພວກ​ນັກ​ໂທດເຖິງ 190,000 ພັນ​ຄົນ​.

ນອກ​ນັ້ນ ຄະນະ​ກໍາມະການ​ຖາວອນ​ປະຈຳ​ສະພາ​ຍັງ​ລົງ​ຄວາມ​ເຫັນວ່າ ສາມີ ພັນ​ລະຊາວ​
ຈີ​ນ ບັດ​ນີ້​ສາມາດ​ມີ​ລູກ​ໄດ້​ສອງ​ຄົນ ຖ້າ​ຫາກ​ວ່າ ພໍ່ຫລື​ແມ່ຄົນ​ໃດ ຄົນ​ນຶ່ງຫາກ​ເປັນ​ລູກ​ຄົນ
ດຽວຢູ່​ໃນຄອບຄົວ​ເຂົາ​ເຈົ້າ.
XS
SM
MD
LG