ເຈົ້າໜ້າຈີນ ໄດ້ປ່ອຍນັກຂ່າວແມ່ຍິງໄວ 71 ປີ ທີ່ໄດ້ຕິດຄຸກຍ້ອນເປີດເຜີຍຂໍ້ມູນລັບຂອງລັດ ຍ້ອນເຫດຜົນທາງດ້ານການແພດ.
ລາຍງານຂ່າວຂອງທາງການແຈ້ງກ່ຽວກັບການປ່ອຍໂຕດັ່ງກ່າວໃນວັນພະຫັດມື້ນີ້ ບໍ່ເທົ່າໃດຊົ່ວໂມງ ຫລັງຈາກສານໄດ້ຫລຸດໂທດຈຳຄຸກໃຫ້ຍານາງ Gao Yu ລົງຈາກ 7 ປີ ມາເປັນ 5 ປີ.
ຫລັງຈາກການຕັດສິນດັ່ງກ່າວແລ້ວ ທະນາຍຄວາມຂອງຍານາງໄດ້ກ່າວວ່າ ຈະຊອກຫາຊ່ອງທາງເພື່ອໃຫ້ເຈົ້າໜ້າທີ່ປ່ອຍນາງຍ້ອນເຫດຜົນທາງດ້ານສຸຂະພາບ ໃນຂະນະທີ່ຍານາງໄດ້ມີບັນຫາກ່ຽວກັບການເປັນໂຣກຫົວໃຈ.
ຍານາງ Gao ເຄີຍຖືກຕິດຄຸກມາກ່ອນ 6 ປີ ລຸນຫລັງການປາບປາມຂອງລັດຖະບານ ໃນການປະທ້ວງທີ່ຈະຕຸລັດ Tiananmen ເມື່ອ 1989 ແລະ ຕ້ອງໂທດຍ້ອນເປີດເຜີຍ
ຂໍ້ມູນຄວາມລັບຂອງລັດ.
ຍານາງໄດ້ຖືກຕິດຄຸກອີກຕື່ມໃນຕົ້ນປີນີ້ ຍ້ອນຄວາມຜິດໃນການເປີດເຜີຍເອກກະສານ ລັບ ທີ່ຮູ້ກັນໂດຍສື່ມວນຊົນໃນນາມ ເອກກະສານເລກ 9. ທະນາຍຄວາມຂອງຍານາງ ກ່າວວ່າ ພວກເຂົາເຈົ້າໄດ້ສະແດງຫຼັກຖານຕ່າງໆຕໍ່ສານ ທີ່ບົ່ງໃຫ້ເຫັນວ່າ ຍານາງບໍ່ໄດ້ເປີດເຜີຍເອກກະສານ ດັ່ງກ່າວ, ລັດຖະບານນາໆຊາດ ແລະກຸ່ມປົກປ້ອງສິດທິມະນຸດ ໄດ້ກ່າວປະນາມການຄຸມຂັງ ດັ່ງກ່າວ ຍ້ອນເຫດຜົນທາງການເມືອງ.
ສະຫະລັດ ໄດ້ຮວມເອົາຍານາງ Gao ເຂົ້າຢູ່ໃນການປຸກລະດົມທາງສື່ສັງຄົມທີ່ເອີ້ນວ່າ “ປ່ອຍນັກໂທດ 20 ຄົນ ຫຼື Free the 20” ຊຶ່ງໄດ້ເນັ້ນເຖິງກໍລະນີນັກໂທດການເມືອງແມ່ຍິງ 20 ຄົນ ຈາກ 13 ປະເທດ.
ກ່ອນການດຳເນີນຄະດີໃນເດືອນເມສາ ຍານາງ Gao ໄດ້ໄປປະກົດຕົວທາງໂທລະພາບ ຂອງລັດແລະໄດ້ຍອມຮັບຜິດ ແຕ່ຕໍ່ມານາງໄດ້ບອກວ່າ ການດຳເນີນຄະດີຂອງສານໄດ້ບັງຄັບໃຫ້ຍານາງສາລະພາບ.