ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ໃຫ້​ການ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງ ຕໍ່​ການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ກຳ​ລັງ​ທະ​ຫານ ເພື່ອ​ນຳ​ເອົາ​ໄຕ້​ຫວັນ ມາ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ


​ໄຕ້​ຫວັນ ແລະ​ຈີນ (ແຟ້ມ)
​ໄຕ້​ຫວັນ ແລະ​ຈີນ (ແຟ້ມ)

ຈີນ ໃນ​ວັນ​ພຸດມື້ນີ້ ໃຫ້​ກາ​ນ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງ ຕໍ່​ການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ກຳ​ລັງ​ທະ​ຫານ ເພື່ອ​ນຳ​ເອົາ​ໄຕ້​ຫວັນ​ມາ​ຢູ່​ພາຍ​ໃຕ້​ການ​ຄວ​ບ​ຄຸ​ມ​ຂອງ​ຕົນ ທ່າມ​ກາງ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງໃນ​ລະ​ດັບ​ສູງ​ສຸດ​ລະ​ຫວ່າງ​ທັງ​ສອງ​ຝ່າຍໃນ​ຮອບ​ຫຼາຍໆ​ປີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ມີ​ການ​ອອກຖະ​ແຫຼງ​ການ​ ​ໂດຍ​ຫ້ອງ​ການ​ກິດ​ຈະ​ການ​ຂອງ​ລັດ​ຖະ​ບານ ແລະ​ພະ​ແນກ​ຂ່າວ​ຂອງ​ໄຕ້​ຫວັນ ເກືອບ​ນຶ່ງ​ອາ​ທິດ​ຫຼັງ​ຈາກ​ມີ​ການ​ຍິງ​ລູກ​ສອນ​ໄຟແລະ​ການ​ແລ່ນ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ ແລະ​ເຂດ​ອາ​ກາດ​ຂອງ​ກຳ​ປັ່ນ​ລົບ​ແລະ​ເຮືອ​ບິນ​ຂອງກອງ​ທັບ​ອາ​ກາດ​ຈີນ.

ການ​ຊ້ອມ​ລົບ​ຂອງ​ຈີນ​ໄດ້​ລົບ​ກວນ​ຖ້ຽວ​ບິນ ແລະ​ການ​ຂົນ​ສົ່ງ​ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ຕ່ອງ​ໂສ້​ອຸບ​ປະ​ທານ​ໃນ​ການ​ສະ​ໜອງ​ສິນ​ຄ້າ​ຂອງ​ໂລກ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ປະ​ນາມ​ຢ່າງ​ແຮງ​ຈາກ​ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ປະ​ເທດ​ອື່ນໆ​ອີກ.

ຖະ​ແຫຼງ​ການ​ເປັນ​ພາ​ສາ​ອັງ​ກິດ​ຂອງ​ຈີນ​ ກ່າວ​ວ່າ ປັກ​ກິ່ງ​ຈະ “ເຮັດ​ວຽກ​ດ້ວຍ​ຄວາມ​ຈິງ​ໃຈ​ເປັນ​ທີ່​ສຸດ ແລະທຸ້ມ​ເທ​ຄວາມ​ພະ​ຍາ​ຍາມ​ສູງ​ສຸດ ເພື່ອ​ໃຫ້​ມີ​ການ​ບັນ​ລຸ​ການ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ນຶ່ງ​ດຽວ​ຢ່າງ​ສັນ​ຕິ.”

ຖະ​ແຫຼງ​ການ​ກ່າວ​ຕໍ່​ໄປ​ຕື່ມ​ວ່າ “ແຕ່​ພວກ​ເຮົາ​ຈະ​ບໍ່​ປະ​ຕິ​ເສດ​ເຖິງ​ການ​ໃຊ້​ກຳ​ລັງ ແລະ​ພວກ​ເຮົາ​ຂໍ​ສະ​ຫງວນ​ທ່າ​ທີ​ກ່ຽວ​ກັບ​ທາງ​ເລືອກ​ເພື່ອ​ຈະ​ນຳ​ໃຊ້​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ. ນີ້​ແມ່ນ​ເພື່​ອ​ຄຸ້ມ​ຄອງ​ຕໍ່​ການ​ແຊກ​ແຊງ​ ຂອງ​ພາຍນອກ​ ແລະ​ກິດ​ຈະ​ກຳ​ແບ່ງ​ແຍກ​ດິນ​ແດນ.”

ຖະ​ແຫຼງ​ການ​ຍັງ​ເວົ້າ​ວ່າ “ພວກ​ເຮົາ​ແມ່ນ​ກຽມ​ພ້ອມ​ສະ​ເໝີ​ເພື່ອ​ຈະ​ນຳ​ໃຊ້​ກຳ​ລັງ​ຫຼື​ວິ​ທີການ​ທີ່​ຈຳ​ເປັນ​ອື່ນໆ​ຕໍ່​ການ​ເຂົ້າ​ແຊກ​ແຊງ​ຂອງ​ກຳ​ລັງ​ພາຍນອກຫຼື​ການ​ເຄື່ອນ​ໄຫວ​ແບບ​ຫົວ​ຮຸນ​ແຮງ​ຂອງ​ພວກ​ແບ່ງ​ແຍກ​ດິນ​ແດນ. ເປົ້າ​ໝາຍ​ຂັ້ນ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ກໍ​ແມ່ນ​ເພື່ອ​ຄ້ຳ​ປະ​ກັນ​ໂອ​ກາດ ໃນ​ການ​ທ້ອນ​ໂຮມຊາດ​ດ້ວຍ​ສັນ​ຕິ​ວິ​ທີ​ ​ແລະ​ຂັ້ນ​ຕອນ​ໃນ​ການ​ສ້າງ​ຄວາມ​ກ້າວ​ໜ້າຂອງ​ຈີນ.”

ຈີນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ແບບ​ຂົ່ມ​ຂູ່​ມີ​ຂຶ້ນ​ຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຂອງ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ໃນ​ອາ​ທິດ​ແລ້ວ ແຕ່​ໄຕ້​ຫວັນ​ກ່າວ​ວ່າ ການ​ຢ້ຽມ​ຢາມ​ໃນ​ທຳ​ນອງນີ້ ແມ່ນ​ມີ​ຂຶ້ນ​ຢູ່​ເປັນ​ປະ​ຈຳ​ແລະ​ຈີນ​ໄດ້​ນຳ​ໃຊ້​ເຫດ​ການ​ດັ່ງ​ກ່າວ ເພື່ອ​ເປັນ​ຂໍ້​ແກ້​ຕົວ ສຳ​ລັບ​ເພີ້ມ​ທະ​ວີ​ການ​ຂົ່ມ​ຂູ່​ຂອງ​ຕົນ.

ນອກ​ເໜືອ​ໄປ​ຈາກ​ການ​ຕອບ​ໂຕ້​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ເພ​ໂລ​ຊີ​ແລ້ວ ຈີນ​ຍັງ​ກ່າວ​ວ່າ ຕົນ​ໄດ້​ຢຸດ​ເຊົາ​ການ​ເຈ​ລະ​ຈາ ​ກ່ຽວ​ກັບ​ຫຼາຍໆ​ບັນ​ຫາ ນັບ​ແຕ່​ຄວາມ​ໝັ້ນຄົງ​ທາງ​ທະ​ເລ ໄປ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ​ສະ​ຫະ​ລັດ ຊຶ່ງ​ເປັນ​ຜູ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ທະ​ຫານ ແລະ​ການ​ເມືອງ​ຂອງ​ໄຕ້​ຫວັນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໄຕ້​ຫວັນ ໄດ້​ເຕືອນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ຊ້ອມ​ລົບທາງ​ທະ​ຫານຂອງ​ຈີ​ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ມັ​ກ​ໃຫຍ່​ໄຝ່​ສູງ​ທີ່​ຈະ​ເຂົ້າ​ຄວບ​ຄຸມ​ບໍ​ລິ​ເວນ​ອັນ​ກວ້າງ​ຂວາງ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ ໃນ​ຂະ​ນະ​ທີ່​ໄທ​ເປ​ເອງ​ກໍ​ໄດ້​ເລີ້ມ​ທຳ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພ້ອມ ໃນ​ການ​ປ້ອງ​ກັນ​ໂຕຂອງ​ຕົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG