ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຈີນ ​ຢືນຢັນ​​ສາຍ​ພົວພັນ​ອັນ​​ແໜ້ນ​ແຟ້ນ​ກັບ ຣັດ​ເຊຍ ຄືນ​ໃໝ່​


ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ (ຊ້າຍ) ແລະ​ປະ​ທານ​ປະ​ເທດ​ ສີ ຈິ່ນ​ຜິງ ​ຂອງ​ຈີນ ຢືນ​ຖ່າຍ​ຮູບ​ຮ່ວມ​ກັນ ໃນ​ຂ​ະ​ນະ​ຢູ່ກອງ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ໃນ​ນະ​ຄອນ​ຫລວງປັກ​ກິ່ງ, ໃນວັນ​ທີ 4 ກຸມ​ພາ, 2022
ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ (ຊ້າຍ) ແລະ​ປະ​ທານ​ປະ​ເທດ​ ສີ ຈິ່ນ​ຜິງ ​ຂອງ​ຈີນ ຢືນ​ຖ່າຍ​ຮູບ​ຮ່ວມ​ກັນ ໃນ​ຂ​ະ​ນະ​ຢູ່ກອງ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ໃນ​ນະ​ຄອນ​ຫລວງປັກ​ກິ່ງ, ໃນວັນ​ທີ 4 ກຸມ​ພາ, 2022

ສື່​ມວນ​ຊົນ​ແຫ່ງ​ລັດຂອງຈີນກ່າວ​ວ່າ ປະທານ​ປະ​ເທດ ທ່ານ​ ສີ ຈິ່ນ​ຜິງ ​ໄດ້​ຢືນຢັນ​ຄືນ​ໃໝ່​ກ່ຽວ​ກັບ​ສາຍ​ພົວພັນ​ອັນ​ໃກ້​ຊິດ​ຂອງ​ປະ​ເທດ​ຕົນ​ກັບຣັດ​ເຊຍ ​ໃນ​ລະຫວ່າງ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ​ຣັດເຊຍ ທ່ານ ວ​ລາດິ​ເມຍ ປູ​ຕິນ​ ໃນ​ວັນ​ພຸດ​ວານ​ນີ້.

ທ່ານສີກ່າວ​ຕໍ່​ຄູ່​ຕຳ​ແໜ່ງຣັດ​ເຊຍ​ຂອງ​ທ່ານ​ວ່າ ຕົນ​ສະ​ໜັບ​ສະ​ໜູນ​ແກ້​ໄຂ​ວິ​ກິດ​ການ​ໃນ​ຢູ​ເຄ​ຣນ ທີ່​ມີການ​ເຈ​ລະ​ຈາ, ອີງ​ຕາມ​ທັງ​ສຳ​ນັກ​ຂ່າວ ​ຊິນ​ຫົວ ແລະ​ໂທ​ລະ​ພາບ CCTV ຂອງ​ລັດ.

ຖະ​ແຫຼງການ​ຂອງ​ວັງເຄ​ຣັມ​ລິນ​ກ່າວ​ວ່າ ຜູ້​ນຳ​ຈີນ “​ໄດ້​ເວົ້າ​ເຖິງ​ຄວາມ​ຊອບ​ທຳ” ຂອງ​ການ​ກະທຳ​ຂອງຣັດເຊຍ​ໃນ​ການ​ປົກ​ປ້ອງ “ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ຊາດຕົນ ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​ທີ່​ສ້າງຂຶ້ນ​ມາ​ໂດຍ​ກຳລັງ​ພາຍ​ນອກ.”

ທ່ານ​ສີ ​ຈິ່ນ​ຜິງ ​ແລະ​ທ່ານ​ປູ​ຕິນ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ​ຢູ່​ນອກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ​ເຊິ່ງ​ສອງ​ຝ່າຍໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ​“ຈະ​ບໍ່​ມີ​ຂອບ​ເຂດຈຳ​ກັດ” ສຳ​ລັບ​ການ​ເປັນ​ຄູ່​ຮ່ວມ​ມືຂອງ​ເຂົາ​ເຈົ້າ.

ສົນທິສັນຍາດັ່ງກ່າວ ໄດ້ລົງນາມບໍ່​ພໍ​ເທົ່າ​ໃດອາທິດ ກ່ອນທີ່ຣັດເຊຍຈະເປີດ ການບຸກລຸກຢູເຄຣນໃນວັນທີ 24 ກຸມພາຜ່ານ​ມາ. ຈີນໄດ້ປະຕິເສດທີ່ຈະວິພາກ ວິຈານຣັດເຊຍຕໍ່ການກະທຳຂອງປະ​ເທດນັ້ນ​ຢູ່ໃນຢູເຄຣນ, ແມ່ນ​ກະ​ທັ້ງ​ມາ​ຮອດ​ຕອນນີ້ ກໍຍັງບໍ່ທັນເອີ້ນ​ມັນວ່າເປັນການບຸກລຸກເທື່ອ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຕຳໜິ​ທ່າ​ທີ​ຂອງ​ຈີນ ​ເມື່ອ​ຖືກ​ຖາມ​ໂດຍ​ວີ​ໂອ​ເອພະ​ແນກເອ​ເຊຍ-​ປາຊີ​ຟິກ​ໃນ​ວັນ​ພຸດ​ວານ​ນີ້. ໂຄສົກທ່ານນັ້ນ ກ່າວວ່າ ເຖິງ​ແມ່ນຈີນຈະອ້າງວ່າເປັນກາງກໍ​ຕາມ ແຕ່ "ການ ປະພຶດຂອງຈີນ ເຮັດໃຫ້ເຫັນ​ຢ່າງຈະແຈ້ງວ່າຍັງລົງທຶນໃສ່ໃນສາຍພົວພັນທີ່ໃກ້ຊິດກັບຣັດ​ເຊຍ." ​ໂຄສົກນັ້ນ​ກ່າວອີກ​ວ່າ, ປັກ​ກິ່ງ​ສືບ​ຕໍ່​ເຮັດ​ໃຫ້​ການ​ໂຄສະນາ​ຂອງຣັດ​ເຊຍເຜີຍ​ແຜ່ໄປ​ທົ່ວ​ໂລກ, ປົກປ້ອງ​ມົສກູ​ໃນ​ອົງການ​ສາກົນ, ​ແລະ​ສືບ​ຕໍ່​ປະຕິ​ເສດ​ຕໍ່ຫຼັກ​ຖານ​ກ່ຽວ​ກັບ​ຄວາມ​ໂຫດຮ້າຍ​ຂອງຣັດ​ເຊຍ​ໃນຢູ​ເຄ​ຣນ "​ໂດຍໃຫ້​ຂໍ້​ສະ​ເໜີແນະ​ວ່າ​ມັນເປັນ​ການ​ຈັດສາກ​ຂຶ້ນມາ ​ແທນ​ທີ່​ຈະ​ວ່າ​ມັນເປັນ​ການ​ບຸກ​ລຸກ."

ໂຄສົກທ່ານນັ້ນກ່າວວ່າ "ໂລກກຳລັງເບິ່ງວ່າປະເທດໃດ ທີ່ລຸກ​ຂຶ້ນ​ປ້ອງ​ກັນຫຼັກ ການພື້ນຖານຂອງເສລີພາບ, ການຕັດສິນໃຈຢ່າງ​ເດັດ​ດ່ຽວຂອງຕົນເອງ ແລະ ອະທິປະໄຕ, ແລະໃຜຢືນຢູ່ຄຽງຂ້າງ ຫຼືສະໜັບສະໜຸນຣັດເຊຍຢ່າງງຽ​ບໆ ໃນ ສົງຄາມທີ່ເລືອກເຮັດທີ່ກຳນົດໄວ້ລ່ວງໜ້າ ແລະບໍ່ໄດ້ມີ​ການເກາະ​ຜິດ​ໃດໆ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG