ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕອບໂຕ້ຢ່າງໂມໂຫ ຕໍ່ມາດຕະການລົງໂທດໃໝ່ຂອງ ສະຫະລັດ ຕໍ່ ເກົາຫຼີເໜືອ


ທຸງຊາດຂອງ ຈີນ ແລະ ເກົາຫຼີເໜືອ ຢູ່ນອກຮ້ານອາຫານ ຣິວກີຢອງ ໃນເມືອງ ນິງໂບ, ແຂວງ ເຊຈຽງ, ປະເທດ ຈີນ. 12 ເມສາ, 2016.
ທຸງຊາດຂອງ ຈີນ ແລະ ເກົາຫຼີເໜືອ ຢູ່ນອກຮ້ານອາຫານ ຣິວກີຢອງ ໃນເມືອງ ນິງໂບ, ແຂວງ ເຊຈຽງ, ປະເທດ ຈີນ. 12 ເມສາ, 2016.

ຈີນ ໄດ້ຕອບໂຕ້ຢ່າງໂມໂຫຕໍ່ມາດຕະການລົງໂທດໃໝ່ທີ່ ສະຫະລັດ ໄດ້ວາງຕໍ່ ເກົາຫຼີ
ເໜືອ ໃນວັນເສົາວານນີ້, ໂດຍການກ່າວວ່າ ເຂົາເຈົ້າ ຈະຂະຫຍາຍຄວາມພະຍາຍາມ
ເພື່ອຢຸດໂຄງການພັດທະນາອາວຸດ ນິວເຄລຍ ແລະ ລູກສອນໄຟຂີປະນາວຸດໄລຍະ
ໄກຂອງລັດຖະບານ ພຽງຢາງ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດສິ່ງທີ່ທ່ານ ເອີ້ນວ່າ ມາດ
ຕະການລົງໂທດ “ຊຸດໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ” ຕໍ່ໍ່ ເກົາຫຼີເໜືອ ໃນວັນສຸກແລ້ວນີ້
ແລະ ໄດ້ຂົ່ມຂູ່ວ່າຈະມີ “ຊຸດທີສອງອີກ” ຖ້າມາດຕະການດັ່ງກ່າວນັ້ນບໍ່ມີປະສິດຖິຜົນ.

ມາດຕະການລົງໂທດຕ່າງໆແນເປົ້າໃສ່ຄົນຜູ້ນຶ່ງ, ບໍລິສັດ​ 27 ແຫ່ງ ແລະ ກຳປັ່ນ 28
ລຳທີ່ຖືກລົງຖະບຽນໃນປະເທດ ຈີນ ແລະ 7 ປະເທດອື່ນໆ ດ້ວຍເຈຕະນາທີ່ຈະລົບ
ລ້າງການຂົນສົ່ງ ແລະ ການຄ້າ ທີ່ຜິດກົດໝາຍຂອງ ເກົາຫຼີເໜືອ. ມັນຈະກີດກັ້ນຊັບ
ສິນຕ່າງໆທີ່ຖືກຍຶດ ຄອງໂດຍບໍລິສັດຕ່າງໃນ ສະຫະລັດ ແລະ ຫ້າມບໍ່ໃຫ້ຄົນ ສະຫະ
ລັດ ຈາກການພົວພັນນຳເຂົາເຈົ້າ.

ກະຊວງການຕ່າງປະເທດຂອງ ຈີນ ໄດ້ອອກຖະແຫຼງການສະບັບນຶ່ງ ກ່າວວ່າ ປັກກິ່ງ
“ຄັດຄ້ານຢ່າງເດັດຂາດ” ຕໍ່ ສະຫະລັດ ສຳລັບ “ການປະກາດໃຊ້ມາດຕະການລົງໂທດ
ຝ່າຍດຽວ” ແລະ ໄດ້ປະຕິຍານ ທີ່ຈະ “ຮັບມືຢ່າງຈິງຈັງ” ຕໍ່ບັນຫາດັ່ງກ່າວ ອີງຕາມກົດ
ໝາຍ. ກະຊວງ ກະຍັງໄດ້ຮຽກຮ້ອງວ່າ ສະຫະລັດ ຈົ່ງຍົກເລີກມາດຕະການລົງໂທດ
ຕ່າງໆ “ເພື່ອຫຼີກລ່ຽງການສ້າງຄວາມເສຍຫາຍ ຕໍ່ການຮ່ວມມືສອງ ຝ່າຍໃນຫຼາຍຂົງ
ເຂດ.”

ຖະແຫຼງການຂອງວັນເສົາວານນີ້ແມ່ນການກ່າວປະນາມ ກ່ຽວກັບ ທຸກໆມາດຕະການ
ລົງໂທດຕໍ່ ເກົາຫຼີເໜືອ ເປັນຄັ້ງຫຼ້າສຸດຈາກຫຼາຍຄັ້ງ ຂອງ ຈີນ ທີ່ບໍ່ໄດ້ຖືກວາງຢູ່ພາຍ
ໃນແຜນງານຂອງ ສະຫະລັດ.

ຈີນ, ເຊິ່ງແມ່ນພັນທະມິດພຽງຜູ້ດຽວຂອງ ເກົາຫຼີເໜືອ, ໄດ້ຢືນຢັດວ່າ ເຂົາເຈົ້າໄດ້ບັງ
ຄັບໃຊ້ມາດຕະການລົງໂທດທີ່ມີຢູ່ຢ່າງເຕັມທີ່ຕໍ່ ພຽງຢາງ. ການຄ້າຂອງ ຈີນ ກັບ
ເກົາຫຼີເໜືອ ໃນເດືອນມັງກອນທີ່ ຜ່ານມາໄດ້ຫຼຸດລົງຕໍ່າທີ່ສຸດໃນຮອບເກືອບ 4 ປີ,
ເປັນການຊີ້ໃຫ້ເຫັນ ຄັ້ງຫຼ້າສຸດວ່າ ຈີນ ໄດ້ຮັກສາການກົດດັນຕໍ່ປະເທດໂດດດ່ຽວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG