ຈີນ ໃນວັນເສົາມື້ນີ້ ເລີ້ມເກັບພາສີຫຼາຍຕື້ໂດລາຕໍ່ສິນຄ້າຂອງສະຫະລັດ ຂະນະທີ່ປະເທດດັ່ງກ່າວພວມກະກຽມທີ່ຈະເປີດເຜີຍບັນຊີດຳ ບໍລິສັດຕ່າງປະເທດ “ທີ່ບໍ່ໜ້າເຊື່ອຖື” ທີ່ພວກນັກວິເຄາະກ່າວວ່າ ແນໃສ່ເພື່ອຈະລົງໂທດບັນດາບໍລິສັດ ສະຫະລັດແລະຕ່າງປະເທດ ທີ່ບໍ່ຊື້ອຸບປະກອນໂທລະຄົມມະນາຄົມຂອງບໍລິສັດຍັກໃຫຍ່ຫົວເຫວີຍ.
ການເຄື່ອນໄຫວຂອງປັກກິ່ງ ທີ່ຈະເກັບພາສີແບບລົງໂທດ 60 ຕື້ໂດລາ ຕໍ່ສິນຄ້າສະຫະລັດແຕ່ 5 ຫາ 25 ເປີເຊັນ ແລະມີຂຶ້ນເພື່ອເປັນການຕອບໂຕ້ຕໍ່ການເກັບພາສີຂອງວໍຊິງຕັນ ໃນມູນຄ່າ 200 ຕື້ໂດລາ ຕໍ່ສິນຄ້າຈີນ ທີ່ເພີ້ມຂຶ້ນເປັນ 25 ເປີເຊັນ.
ວໍຊິງຕັນ ແລະປັກກິ່ງ ເລີ້ມເຮັດສົງຄາມການຄ້າລະຫວ່າງກັນຄືນອີກ ໃນເດືອນແລ້ວ ຫຼັງຈາກການເຈລະຈາດ້ານການຄ້າຢູ່ສະຫະລັດໄດ້ສິ້ນສຸດລົງໂດຍປາສະຈາກການຕົກລົງກັນ ຊຶ່ງຄະນະເຈລະຈາຂອງອາເມຣິກັນ ໄດ້ກ່າວຫາຄະນະເຈລະຈາຂອງຈີນວ່າ ບໍ່ປະຕິບັດຕາມຄວາມໝັ້ນໝາຍທີ່ໄດ້ໃຫ້ໄວ້ກ່ອນໜ້ານັ້ນ.
ມາຈົນຮອດປັດຈຸບັນນີ້ ປະເທດທັງສອງ ໄດ້ເກັບພາສີຕອບໂຕ້ກັນ ໃນການຄ້າສອງຝ່າຍ 360 ຕື້ໂດລາ.
ການເກັບພາສີຕອບໂຕ້ໄປມາລະຫວ່າງປະເທດທັງສອງໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນ ໃນໄລຍະສອງສາມອາທິດຜ່ານມາ ຍ້ອນວໍຊິງຕັນໄດ້ເຄື່ອນໄຫວທີ່ຈະຈັດເອົາບໍລິສັດຍັກໃຫຍ່ໂທລະຄົມມະນາຄົມ ຫົວເຫວີຍ ຂອງຈີນ ເຂົ້າໃນບັນຊີດຳ ຍ້ອນຄວາມເປັນຫ່ວງໃນດ້ານຄວາມໝັ້ນຄົງແຫ່ງຊາດ ຊຶ່ງເປັນໄພຂົ່ມຂູ່ຕໍ່ຄວາມໄຝ່ຝັນທະເຍີທະຍານລະດັບໂລກຂອງບໍລິສັດດັ່ງກ່າວ.
ກະຊວງການຄ້າຂອງສະຫະລັດໄດ້ຈັດເອົາບໍລິສັດຫົວເຫວີຍເຂົ້າໄວ້ໃນ “ບັນຊີລາຍຊື່ລັກສະນະພິເສດ” ບົນພື້ນຖານດ້ານຄວາມໝັ້ນຄົງແຫ່ງຊາດ ເມື່ອວັນທີ16 ພຶດສະພາຜ່ານມາ ຊຶ່ງເປັນການເຄື່ອນໄຫວເພື່ອຈະຈຳກັດການຊື້ຊິ້ນສ່ວນຕ່າງໆທີ່ຜະລິດໂດຍສະຫະລັດທີ່ທາງບໍລິສັດດັ່ງກ່າວຕ້ອງການເພື່ອສ້າງອຸບປະ ກອນຂອງຕົນ. ແຕ່ການຜ່ອນຜັນ 90 ມື້ໄດ້ຖືກປະກາດໃນເວລາຕໍ່ມາ.
ເພື່ອເປັນການຕອບໂຕ້ຄືນ ກະຊວງການຄ້າຂອງຈີນ ໃນວັນສຸກວານນີ້ ກ່າວວ່າ ຕົນຈະອອກ “ບັນຊີບໍລິສັດທີ່ບໍ່ໜ້າເຊື່ອຖື” ເພື່ອຈະຍົກເລີກສັນຍາທາງດ້ານການຄ້າຂອງຕົນແລະໃຫ້ເຊົາສົ່ງອຸບປະກອນໃຫ້ແກ່ບໍລິສັດຈີນ.
ຜູ້ປະກາດຂ່າວ ກັງ ຫຸຍ ຂອງ CCTV ຊຶ່ງເປັນໂທລະພາບຂອງທາງການຈີນ ທີ່ຖ່າຍທອດໂດຍໂທລະພາບຫຼາຍໆຊ່ອງ ໃນວັນສຸກວານນີ້ ກ່າວວ່າ “ສຳລັບມາດຕະການຕອບຕອບຂອງຈີນນັ້ນ ສິ່ງທີ່ພວກເຮົາໄດ້ເວົ້າໄປ ພວກເຮົາຈະປະຕິບັດ.”
ທ່ານກັງ ຫຸຍ ກ່າວຕື່ມວ່າ “ການເຈລະຈາ ແລະປະຕູຂອງພວກເຮົາ ແມ່ນຍັງເປີດກວ້າງຢູ່. ການຕໍ່ສູ້ ແລະພວກເຮົາຈະຕໍ່ສູ້ຈົນເຖິງທີ່ສຸດ.”