ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລົດໄຟຄວາມໄວສູງຂອງຈີນ


ລົດໄຟຄວາມໄວສູງຂອງຈີນ
ລົດໄຟຄວາມໄວສູງຂອງຈີນ

ຈີນໄດ້ເປີດທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ນະຄອນ
ຊຽງໄຮ້ແລະເມືອງຫັງໂຈ ຊຶ່ງເປັນບາດກ້າວອັນລ່າສຸດ
ໃນແຜນການອັນທະເຍີທະຍານ ເພື່ອຈະຂະຫຍາຍໃນ
ອັນທີ່ເປັນຕາໜ່າງທາງລົດໄຟຄວາມໄວສູງທີ່ໃຫຍ່ທີ່ສຸດ
ໃນໂລກຢູ່ແລ້ວນັ້ນ.

ລົດໄຟຂະບວນທຳອິດ​ໄດ້ເລີ້ມອອກເດີນທາງເທິງທາງ
ລົດໄຟສາຍດັ່ງກ່າວໃນວັນອັງຄານມື້ນີ້ ດ້ວຍຄວາມໄວ
ເຖິງ 350 ກິໂລແມັດຕໍ່ຊົ່ວໂມງແລະໃຊ້ເວລາແລ່ນໃນ
ໄລຍະທາງ 202 ຫຼັກກິໂລແມັດ ແຕ່ພຽງ 45 ນາທີທໍ່ ນັ້ນ.

ເຈົ້າຄອງນະຄອນຊຽງໄຮ້ກ່າວວ່າ ທາງລົດໄຟດັ່ງກ່າວຈະ
ເລັ່ງລັດການເຊື່ອມຕໍ່ໃນເຂດສາມຫຼ່ຽມປາກແມ່ນໍ້າຢັງເຊ.

ປັດຈຸບັນຈີນມີທາງລົດໄຟຄວາມໄວສູງຍາວ 7,431 ຫຼັກ
ກິໂລແມັດ ຫລາຍ​ກ່ວາ 3 ເທົ່າຂອງປະເທດຍີ່ປຸ່ນ.

ເປົ້າໝາຍຂອງຈີນກໍຄືໃຫ້ມີທາງລົດໄຟຄວາມໄວສູງຍາວ 13,000 ຫຼັກກິໂລແມັດພາຍໃນປີ
2012 ແລະຮັບໃຊ້ປະຊາຊົນຫຼາຍກວ່າ 90% ຂອງຈີນພາຍໃນປີ 2020. ຄາດວ່າຕົ້ນທຶນ
ໃນການກໍ່ສ້າງທັງໝົດມີມູນຄ່າ 300 ຕື້ໂດລາ.

XS
SM
MD
LG