ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະປິດຊ່ອງຫວ່າງ ດ້ານການທະຫານ ໃນໄວໆນີ້ ກັບກອງທັບສະຫະລັດ ຕາມການລາຍງານ ຂອງນາຍພົນຂັ້ນສູງ ຕໍ່ສະພາ


ພົນເຮືອເອກ ກອງທັບເຮືອສະຫະລັດ ຈອນ ອາກີລີໂນກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ບາງກອກ ປະເທດໄທ, ວັນທີ 13 ທັນວາ 2019.
ພົນເຮືອເອກ ກອງທັບເຮືອສະຫະລັດ ຈອນ ອາກີລີໂນກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ບາງກອກ ປະເທດໄທ, ວັນທີ 13 ທັນວາ 2019.

ພົນເຮືອເອກຖືກແຕ່ງຕັ້ງ ໃຫ້ເປັນຜູ້ບັນຊາການກອງກຳລັງສະຫະລັດຢູ່ໃນເຂດອິນໂດປາຊີຟິກ ໄດ້ກ່າວຕໍ່ບັນດາສະມາຊິກສະພາ ໃນວັນອັງຄານວານນີ້ວ່າ ອະນາຄົດຂອງໂລກອາດຂຶ້ນຢູ່ກັບວ່າ ສະຫະລັດແລະບັນດາພັນທະມິດຂອງຕົນຮັບມືຕໍ່ການສ້າງຄວາມເຂັ້ມແຂງດ້ານການທະຫານແລະການຮຸກຮານທີ່ເພີ້ມຂຶ້ນນັບມື້ຂອງຈີນແນວໃດ.

“ສັນຕິພາບຂອງໂລກແລະຄວາມຈະເລີນຮຸ່ງເຮືອງ ຂຶ້ນຢູ່ກັບການໄປມີໜ້າຂອງພວກເຮົາຢູ່ໃນເຂດອິນໂດ-ປາຊີຟິກ” ນັ້ນແມ່ນຄຳເວົ້າຂອງ ພົນເຮືອເອກ ກອງທັບເຮືອສະຫະລັດ ຈອນ ອາກີລີໂນ ທີ່ໄດ້ກ່າວໃນລະຫວ່າງການຖະແຫລງ ຕໍ່ຄະນະກຳມະການກອງທັບຂອງສະພາສູງ.

ທ່ານຈອນ ອາກີລີໂນ ຜູ້ທີ່ເປັນຜູ້ບັນຊາການກອງທັບເຮືອເຂດປາຊີຟິກ ໃນປັດຈຸບັນ ໄດ້ກ່າວຕື່ມວ່າ “ກອງທັບເຮືອສະຫະລັດ ແມ່ນມີແສນຍານຸພາບເຂັ້ມແຂງທີ່ສຸດ ທັງຍັງເປັນກອງທັບເຮືອທີ່ຍິ່ງໃຫຍ່ສຸດໃນໂລກຢູ່.”

ແຕ່ທ່ານກໍໄດ້ເຕືອນວ່າ ທ່າທີໄດ້ປຽບຂອງສະຫະລັດແມ່ນກຳລັງຫຼຸດລົງ. ທ່ານ ກ່າວອີກວ່າ “ຈີນແມ່ນເພີ້ມສັກກະຍາພາບແລະຄວາມສາມາດຂຶ້ນເລື້ອຍໆ ແລະໃກ້ຈະປິດຊ່ອນວ່າງອັນນັ້ນ. ພວກເຮົາໄດ້ເຫັນການເອົາມາດຕະການຮຸນແຮງໄວກວ່າທີ່ພວກເຮົາໄດ້ຄາດການເອົາໄວ້ ບໍ່ວ່າມັນຈະເປັນເລື້ອງກ່ຽວກັບ ເຂດຊາຍແດນຕິດກັບອິນເດຍ ຫຼືວ່າ ມັນຈະເປັນເລື້ອງໃນຮົງກົງ ຫຼືວ່າ ມັນຈະເປັນເລື້ອງຕໍ່ຕ້ານຊາວວີເກີ.”

ທ່ານອາກີລີໂນ ໄດ້ຖືກເລືອກໂດຍປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໃຫ້ມາກຳຕຳແໜ່ງກອງບັນຊາການທະຫານສະຫະລັດ ໃນເຂດອິນໂດ-ປາຊີຟິກຫຼື Indo-PACOM ຈາກຜູ້ບັນຊາການຄົນປັດຈຸບັນ ພົນເຮືອເອກ ຟີລິບ ເດວິດສັນ ຜູ້ທີ່ກຽມຈະກະສຽນນັ້ນ ອັນເປັນການເຕືອນຄັ້ງຫຼ້າສຸດໃນຫຼາຍຄັ້ງທີ່ຜ່ານມາ ໂດຍບັນດາເຈົ້າໜ້າທີ່ຂັ້ນສູງຂອງກອງທັບ ກ່ຽວກັບດ້ານການທະຫານຂອງຈີນ.

ເມື່ອອາທິດແລ້ວນີ້ ຜູ້ບັນຊາການທະຫານ ຂອງກອງກຳລັງສະຫະລັດ ໃນເຂດອາເມຣິກາກາງແລະໃຕ້ກໍໄດ້ກ່າວຕໍ່ບັນດາສະມາຊິກສະພາກ່ຽວກັບການທະຫານຂອງຈີນ ທີ່ໄດ້ເຄື່ອນໄຫວຫຼາຍຂຶ້ນ ຢູ່ໃນພາກພື້ນຂອງທ່ານ ທີ່ວ່າ ເຂດທະວີບອາເມຣິກາ ບັດນີ້ ໄດ້ກ່າຍມາເປັນ “ແນວໜ້າ” ໃນການແຍ່ງຊີງເພື່ອການຄອບງຳແລະການມີອິດທິພົນຂອງວໍຊິງຕັນກັບປັກກິ່ງ.

[[ https://www.voanews.com/americas/top-us-commander-warns-front-line-china-now-south-border ]]

ແລະເມື່ອຕົ້ນເດືອນນີ້ ທ່ານເດວິດສັນ ໄດ້ກ່າວວ່າ ການນຳຂອງຈີນ ໄດ້ “ເລັ່ງຄວາມທະເຍີທະຍານຂອງພວກເຂົາເພື່ອເຂົ້າມາແທນສະຫະລັດ” ໃນຖານະເປັນຜູ້ນຳຢູ່ໃນເວທີຂອງໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG