ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສອບປາກຄຳ ພວກນັກຂ່າວ ທີ່ສົງໄສ ຂູ່ເຂັນເອົາເງິນ


ຜູ້ຊາຍຄົນນຶ່ງ ກຳລັງເບິ່ງໄປຍັງຍ່ານການເງິນ Pudong ໃນນະຄອນຊຽງໄຮ້.
ຜູ້ຊາຍຄົນນຶ່ງ ກຳລັງເບິ່ງໄປຍັງຍ່ານການເງິນ Pudong ໃນນະຄອນຊຽງໄຮ້.

ຕຳຫຼວດ​ຈີນ​ໄດ້​ຈັບ​ກຸມ​ພວກ​ນັກ​ຂ່າວ​ຫຼາຍ​ຄົນ ​ຢູ່ຫ້ອງການ​ໜັງສື
ພິມ​ທີ່​ມີ​ອິດ​ທິພົນ​ສະບັບ​ນຶ່ງ​ໃນ​ຂໍ້​ສົງ​ໄສ​ຖານ​ຍັກ​ຍອກເງິນຈາກ​ທຸ
ລະ​ກິດ​ຕ່າງໆ.

ພວກນັກ​ຂ່າວທີ່​ຫ້ອງການໜັງສືພິມ 21st Century Business
Herald ​ແມ່ນ​ຮວມຢູ່ໃນ​ຈຳນວນ 8 ຄົນ ​ທີ່​ສື່​ມວນ​ຊົນຂອງທາງ
ການຈີນ​ກ່າວ​ວ່າ ກຳລັງ​ຖືກ​ຕຳຫລວດສອບ​ປາກຄຳ ​ທີ່​ນະຄອນ​
ຊຽງ​ໄຮ້.

ນອກນັ້ນ ພະນັກງານ​ຫລາຍ​ຄົນ ​ກໍ​ຖືກ​ຈັບ​ກຸມ​ເຊັ່ນ​ກັນໃນ​ສອງ​
ບໍລິສັດ​ປະຊາສຳພັນ ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ​ເຮັດ​ວຽກ​ກັບ​
ພວກ​ນັກ​ໜັງສືພິມ​ເພື່ອ​ຍັກ​ຍອກ​ເອົາ​ເງິນ​ຈາກ 10 ບໍລິສັດ​ເປັນ​ຢ່າງ​ນ້ອຍ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ ກ່າວ​ວ່າ ພວກ​ຜູ້​ຕ້ອງ​ສົງ​ໄສ​ເຫຼົ່ານີ້​ ກ່າວ​ຕໍ່​ພວກ​ບໍລິສັດ​ໃຫ້​ຈ່າຍ​ຄ່າ​ບໍລິການ​ຫຼື​ຄ່າ​ທຳນຽມ​ຈຳນວນ​ຫຼວງ​ຫຼາຍ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ອອກ​ຂ່າວ​ທີ່​ດີ ​ຈາກ​ໜັງສືພິມ​ດັ່ງກ່າວ.

ຖ້າ​ພວກ​ບໍລິສັດ​ເຫຼົ່າ​ນີ້ບໍ່​ຈ່າຍ​ຄ່າ​ບໍລິການ ໜັງສືພິມ​ດັ່ງກ່າວ ຈະ “ລາຍງານ​ຂ່າວ​ໃນ​ທາງ​ບໍ່​ດີ ​ໂດຍ​ໂຈມ​ຕີ​ໃນທາງ​ປອງ​ຮ້າຍ​ ຕໍ່​ພວກ​ບໍລິສັດ​ເຫຼົ່າ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້​ເວົ້າ​ຫຍັງ ຖ້າ​ຫາກ​ມີ​ຂ່າວ​ທີ່​ຜິດພາດ​ໄດ້ພິມລົງ​ໃນ​ໜັງສືພິມດັ່ງ ກ່າວ​ຍ້ອນ​ສາ​ເຫດ​ເລື້ອງການ​ຍັກ​ຍອກ​ເອົາ​ເງິນ​ນີ້.

ປັກ​ກິ່ງ​ໄດ້​ທຳ​ການ​ປາບ​ປາມ​ພວກ​ນັກ​ຂ່າວ​ ທີ່​ຮັບ​ສິນ​ບົນ ອັນ​ເປັນ​ປາ ກົດການ​ທີ່​ຫຼາຍ​ຄົນ​ກ່າວ​ວ່າ ​ເປັນ​ສິ່ງ​ທຳ​ມະ​ດາ ​ໃນ​ອາ​ຊີບ​ທີ່​ຈ່າຍເງິນເດືອນ​ຕ່ຳນັ້ນ.

XS
SM
MD
LG