ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຈີນ ຢ້ຽມຢາມພວກປະສົບໄພ ຈາກແຜ່ນດິນໄຫວ (ສະໄລດ໌)


ພວກປະສົບໄພແຜ່ນດິນໄຫວໄປອາໃສຢູ່ໃນຖໍ້າຫີນ ຊຶ່ງກາຍເປັນບ່ອນພັກຊົ່ວຄາວ ຫລັງຈາກມີແຜ່ນດິນໄຫວທີ່ເກີດຕິດຕໍ່ກັນສອງຄັ້ງ ກະໜໍ່າໃສ່ເມືອງ Yiliang ແຂວງຢຸນນານຂອງຈີນ ໃນວັນທີ 8 ກັນຍາ ວານນີ້.
ພວກປະສົບໄພແຜ່ນດິນໄຫວໄປອາໃສຢູ່ໃນຖໍ້າຫີນ ຊຶ່ງກາຍເປັນບ່ອນພັກຊົ່ວຄາວ ຫລັງຈາກມີແຜ່ນດິນໄຫວທີ່ເກີດຕິດຕໍ່ກັນສອງຄັ້ງ ກະໜໍ່າໃສ່ເມືອງ Yiliang ແຂວງຢຸນນານຂອງຈີນ ໃນວັນທີ 8 ກັນຍາ ວານນີ້.
ນາຍົກລັດຖະມົນຕີຈີນ ໄດ້ໄປຢ້ຽມຢາມພວກປະສົບໄພຈາກ ແຜ່ນດິນໄຫວນາຍົກລັດຖະມົນຕີຈີນໄດ້ໄປຢ້ຽມຢາມພວກ
ປະສົບໄພຈາກແຜ່ນດິນໄຫວໃນວັນເສົາມື້ນີ້ ໃນເຂດຕາເວັນ
ຕົກສຽງໃຕ້ຂອງຈີນ.

ທ່ານເຫວນເຈຍບາວໄດ້ເດີນທາງໄປເຖິງເຂດທີ່ໄດ້ຮັບຄວາມ
ເສຍຫາຍ ໃນແລງ ວັນສຸກວານ ນີ້ ບໍ່ພໍເທົ່າໃດຊົ່ວໂມງ ລຸນຫລັງ
ທີ່ໄດ້ເກີດແຜ່ນດິນໄຫວ ຕິດຕໍ່ກັນຫລາຍຄັ້ງ ຊຶ່ງໄດ້ເຮັດໃຫ້ຢ່າງ
ໜ້ອຍ 80 ຄົນເສຍຊີວິດ ແລະຫລາຍກວ່າ 700 ຄົນໄດ້ຮັບບາດ
ເຈັບນັ້ນ.

ອົງການຂ່າວທາງການຈີນໄດ້ເຕືອນວ່າ ຈໍານວນຜູ້ເສຍຊີວິດຍ້ອນ
ເຫດແຜ່ນດິນຄັ້ງນີ້ ອາດເພີ້ມຂຶ້ນຫລາຍກວ່ານັ້ນ ເພາະວ່າຖະ
ໜົນຫົນທາງທີ່ຖືກຕັດຂາດ ແລະລະບົບການສື່ສານທີ່ໃຊ້ການ
ບໍ່ໄດ້ເຮັດໃຫ້ການເກັບກໍາຂໍ້ ມູນຫຍຸ້ງຍາກ.

ແຜ່ນດິນໄຫວລະດັບຕື້ນຂະໜາດ 5.6 ຣິກເກີ ໄດ້ຖະຫຼົ່ມແຂວງ
ຢຸນນານ ແລະກີວຊູ (Guizhou).

ບັນດາເຈົ້າໜ້າທີ່ກ່າວວ່າ ການຊ່ວຍເຫລືອສຸກເສີນ ກໍາລັງຖືກສົ່ງໄປຍັງແຂວງ Yunnan ບ່ອນ ທີ່ 100.000 ກວ່າຄົນຕ້ອງໄດ້ພາກັນຍົກຍ້າຍໜີ.

ເບິ່ງສະໄລດ໌ສະແດງໃຫ້ເຫັນສະພາບຜົນກະທົບຂອງແຜ່ນດິນໄຫວທີ່ຈີນ

XS
SM
MD
LG