ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ປະທະ ພາກຕາເວັນຕົກສຽງໃຕ້ ຂອງຈີນ


ແຜ່ນດິນໄຫວໃນລະດັບຕື້ນ ທີ່ມີຄວາມແຮງ 5.5 ຣິກເຕີ້ ສັ່ນສະເທືອນເຂດພາກຕາເວັນຕົກສຽງໃຕ້ຂອງປະເທດ ໃນຕອນບ່າຍ ວັນອາທິດ ທີ 3 ມີນາ 2013 ມື້ນີ້.
ແຜ່ນດິນໄຫວໃນລະດັບຕື້ນ ທີ່ມີຄວາມແຮງ 5.5 ຣິກເຕີ້ ສັ່ນສະເທືອນເຂດພາກຕາເວັນຕົກສຽງໃຕ້ຂອງປະເທດ ໃນຕອນບ່າຍ ວັນອາທິດ ທີ 3 ມີນາ 2013 ມື້ນີ້.
ເຈົ້າໜ້າທີ່ຈີນເວົ້າວ່າ ແຜ່ນດິນໄຫວໃນລະດັບຕື້ນ ທີ່ມີຄວາມ
ແຮງ 5.5 ຣິກເຕີ້ ໄດ້ສັ່ນສະເທືອນພາກຕາເວັນຕົກສຽງໃຕ້
ຂອງຈີນ ເຮັດໃຫ້ບ້ານເຮືອນຫລາຍໆ ຮ້ອຍຫລັງພັງລົງ ແລະ
ປະມານ 20 ຄົນ ໄດ້ຮັບບາດເຈັບ.

ອົງການຂ່າວຊິນຫົວຂອງທາງການຈີນເວົ້າວ່າ ແຜ່ນດິນໄຫວ
ໄດ້ກະທົບໃສ່ເຂດຊົນນະບົດຂອງແຂວງຢຸນນານ ທາງພາກ
ຕາເວັນຕົກສຽງໃຕ້ຂອງປະເທດ ໃນຕອນບ່າຍວັນອາທິດມື້ນີ້
ຊຶ່ງໄດ້ທໍາລາຍບ້ານເຮືອນ 700 ຫລັງ ແລະເຮັດໃຫ້ເຮືອນ
ຊານອີກ 2.500 ຫລັງ ໄດ້ຮັບຄວາມເສຍຫາຍ. ບໍ່ມີລາຍງານວ່າ
ໄດ້ມີຄົນຕາຍຈັກຄົນ.

ອົງການຂ່າວຊິນຫົວເວົ້າອີກວ່າ ຈຸດໃຈກາງຂອງແຜ່ນດິນໄຫວ ແມ່ນຢູ່ໃຕ້ພື້ນດິນເລິກລົງ ໄປພຽງແຕ່ 9 ກິໂລແມັດເທົ່ານັ້ນ.

ຫ້ອງການວ່າດ້ວຍແຜ່ນດິນໄຫວປະຈໍາແຂວງ ໄດ້ສົ່ງທີມງານ
ຂອງພວກເຂົາເຈົ້າໄປກວດກາເບິ່ງຂົງເຂດທີ່ເກີດແຜ່ນດິນໄຫວ ນັ້ນແລ້ວ.
XS
SM
MD
LG