ທາງການຈີນກ່າວວ່າ ຈຳນວນຄົນເສຍຊີວິດ ຍ້ອນແຜ່ນດິນ
ໄຫວຮ້າຍແຮງ ຢູ່ໃນແຂວງຢຸນນ່ານ ທາງພາກຕາເວັນຕົກ
ສຽງໃຕ້ຂອງຈີນ ເມື່ອວັນອາທິດທີ່ຜ່ານມານັ້ນ ໄດ້ເພີ້ມສູງຂຶ້ນ
ເປັນຮອດ 589 ຄົນແລ້ວ.
ພະນັກງານກູ້ໄພທັງຫຼາຍ ຍັງພາກັນສືບຕໍ່ດຶງຊາກສົບອອກມາ
ຢ່າງບໍ່ຢຸດຢັ້ງ ຈາກເຮືອນຊານຫຼາຍພັນຫຼັງ ທີ່ຫັກພັງລົງມາ
ເວລາແຜ່ນດິນໄຫວ ຄວາມແຮງ 6.1 ຣິກເຕີ້ ປະທະຂົງເຂດນັ້ນ.
ບັນດາເຈົ້າໜ້າທີ່ ກ່າວວ່າ ເຮືອນຊານ 80.000 ຫຼັງ ຫັກພັງລົງ
ຊຶ່ງເຮັດໃຫ້ປະຊາຊົນ ຢ່າງນ້ອຍ 230.000 ຄົນຕ້ອງຍ້າຍຖິ່ນຖານ ແລະຢ່າງນ້ອຍ
2.400 ຄົນໄດ້ຮັບບາດເຈັບ.
ພາຍຸຝົນຟ້າຮ້ອງ ຍັງເຮັດໃຫ້ຄວາມພະຍາຍາມຄົ້ນຫາ ລຳບາກເພີ້ມຂຶ້ນ ແລະກີດກັ້ນບັນດາ ເຈົ້າໜ້າທີ່ ໃນການນຳສົ່ງເຄື່ອງຂອງ ຊ່ວຍເຫຼື່ອທີ່ຈຳເປັນ ໄປຍັງ ເຂດພູເຂົາ ສອກຫລີກ ຫ່າງໄກນັ້ນ.
ຈຸດສູນກາງຂອງແຜ່ນໄຫວແມ່ນຢູ່ໃນເຂດ Ludian ຊຶ່ງເປັນບ່ອນທີ່ເຮືອນຊານທັງຫຼາຍ
ໄດ້ກໍ່ສ້າງຂຶ້ນແບບບໍ່ດີປານໃດ ດ້ວຍດິນຈີ່ແລະຕົມ.
ທາງການຈີນກ່າວວ່າ ແຜ່ນດິນໄຫວຄັ້ງນີ້ ແມ່ນຄັ້ງຮ້າຍແຮງທີ່ສຸດ ທີ່ໄດ້ປະທະບໍລິເວນ
ດັ່ງກ່າວ ໃນຮອບ 14 ປີ.
ພາກຕາເວັນຕົກສຽງໃຕ້ຂອງຈີນ ແມ່ນມັກເກີດແຜ່ນດິນໄຫວຢູ່ເລື້ອຍໆ. ໃນປີ 2012
ກໍໄດ້ເກີດແຜ່ນດິນໄຫວ ຢູ່ເຂດແຂວງຢຸນນ່ານ ຊຶ່ງເຮັດໃຫ້ ຢ່າງນ້ອຍ 80 ຄົນເສຍຊີວິດ.