ນັກວິຊາການທີ່ມີຊື່ສຽງຄົນນຶ່ງຂອງຈີນທີ່ໄດ້ຕຳໜິຕິຕຽນ ການ
ປະຕິບັດ ຂອງປັກກິ່ງ ຕໍ່ຊາວ Uighur ທີ່ເປັນຊົນກຸ່ມນ້ອຍນັ້ນ
ມີກຳນົດຈະຖືກດຳເນີນຄະດີໃນວັນພຸດມື້ນີ້ ໃນຂໍ້ຫາແບ່ງແຍກ
ດິນແດນ.
ທ່ານ Ilham Tohti ແມ່ນສາດສະດາຈານສອນເສດຖະສາດ
ແລະເປັນສະມາ ຊິກທີ່ກ້າປາກກ້າເວົ້າ ຂອງພວກຊົນກຸ່ມນ້ອຍ
ຈຸດັ່ງກ່າວ ໄດ້ຈົ່ມວ່າມາເປັນເວລາດົນນານແລ້ວ ກ່ຽວກັບການ
ປະຫັດປະຫານ ຢູ່ໃນເຂດ Xinjiang ທາງກ້ຳຕາ ເວັນຕົກສຸດ
ຂອງປະເທດຈີນ.
ທ່ານ Tohti ທີ່ປະຕິເສດຕໍ່ຂໍ້ກ່າວຫາແບ່ງແຍກດິນແດນນັ້ນ ປະເຊີນໜ້າກັບການຖືກ
ຕັດສິນໂທດຈຳຄຸກຕະຫລອດຊີວິດ ຖ້າຫາກທ່ານຖືກພົບເຫັນວ່າ ມີ ຄວາມຜິດຕາມ
ທີ່ຄາດໝາຍໄວ້ໂດຍສານ Urumqi ເມືອງເອກຂອງຂົງເຂດທີ່ວຸ້ນວາຍນັ້ນ.
ໃນການສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງຄະດີດັ່ງກ່າວ ບັນດານັກຂ່າວຕ່າງປະເທດ ແລະນັກການທູດຕາເວັນຕົກຈໍານວນນຶ່ງ ໄດ້ຖືກຂັດຂວາງໂດຍ ຕຳຫລວດ ບໍ່ໃຫ້
ເຂົ້າໄປໃກ້ສານ ບ່ອນທີ່ທ່ານ Tohti ກຳລັງຖືກດຳເນີນຄະດີຢູ່.
ທ່ານ Raphael Droszewski ຜູ້ຕາງໜ້າຂອງສະຫະພາບຢູໂຣບ ທີ່ນະຄອນຫຼວງ
ປັກກິ່ງ ແມ່ນຜູ້ນຶ່ງໃນຈຳນວນທີ່ຖືກຫ້າມບໍ່ໃຫ້ເຂົ້າໄປຮັບຟັງການດຳເນີນຄະດີ.
ທ່ານ Tohti ໄດ້ຖືກຈັບໃນເດືອນມັງກອນ ແລະຖືກກ່າວຫາ ໃນເວລາຕໍ່ມາວ່າ ຊຸກຍູ້
ການກໍ່ການຮ້າຍ ແລະສະໜັບສະໜຸນການແບ່ງແຍກດິນແດນ ຢູ່ໃນການ ໃຫ້ປາຖະ
ກະຖາ ໃນບົດຂຽນ ແລະການໃຫ້ຄວາມເຫັນຂອງທ່ານ ຕໍ່ສື່ມວນຊົນຕ່າງປະເທດ.
ພວກທະນາຍຄວາມຂອງທ່ານ ປະຕິເສດວ່າ ທ່ານ Tohti ບໍ່ເຄີຍຊຸກຍູ້ໃຫ້ມີການກໍ່
ຄວາມຮຸນແຮງ ແລະໄດ້ຊີ້ໃຫ້ເຫັນວ່າ ທ່ານໄດ້ປະຕິເສດຊ້ຳແລ້ວຊ້ຳອີກຕໍ່ການຮຽກ
ຮ້ອງ ໃຫ້ມີການແບ່ງແຍກດິນແດນ ຫລືເປັນເອກກະລາດຂອງເຂດ Xinjiang.