ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນປິດ 16 ເວັບໄຊທ໌ ທີ່ອອກຂ່າວເປົ່າປີວ ກ່ຽວກັບ ການກໍ່ລັດຖະປະຫານ


ລັດຖະບານຈີນ ປິດ 16 ອີນເຕິແນດແວບໄຊສ
ລັດຖະບານຈີນ ປິດ 16 ອີນເຕິແນດແວບໄຊສ

ສື່ມວນ​ຊົນ​ຂອງ​ທາງ​ການຈີນ​ ກ່າວ​ວ່າ ລັດຖະບານ​ໄດ້​ປິດ 16 ​ເວັບ​ໄຊ​ທ໌ ​ຈັບຫົກ​ຄົນແລະ
ລົງ​ໂທດ​ສອງເວັບ​ໄຊ​ທ໌ສື່ສັງຄົມທີ່​ເຜີຍ​ແຜ່​ຂ່າວ​ເປົ່າ​ປີວ​ກ່ຽວ​ກັບ​ການກໍ່​ລັດຖະປະຫານ.

ອົງການ​ຂ່າວ​ຊິນ​ຫົວ ກ່າວໃນ​ຕອນ​ແລງ​ວັນ​ສຸກວ່າ ​ການ​ປາບ​ປາມໄດ້​ມີ​ຂຶ້ື້ນ ຫລັງ​ຈາກ​ມີ​
ຂ່າວ​ເປົ່າ​ປີວ​ທີ່ເພີ່ມ​ທະວີ​ຂຶ້ນທາງ​ອິນ​ເຕີ​ແນັດ ກ່ຽວ​ກັບ​ການກໍ່ລັດ​ຖະ​ປະຫານ ລຸນ​ຫຼັງທີ່​
ມີ​ການ​ປົກ ທ່າ​ນ Bo Xilai ນັກ​ການ ​ເມືອງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ ທີ່​ເປັນຜູ້​ນໍາ​ຂອງ
​ເມື​ອງ Chongquing.

ພວກນັກວິ​ເຄາະ​ກ່າວ​ວ່າ ​ເຫດການ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງຄວາມ​ຢາກ​ຮູ້​ຢາກ​
ເຫັນ​ຂອງ​ຈີນກ່ຽວ​ກັບ​ຫາງ​ສຽງມະຫາຊົນ ທີ່​ຕິດຕາມ​ຂ່າວທາງ​ອິນ​ເຕີ​ແນັດແລະ​ມີ​ຄວາມ​
ກະຕືລືລົ້ນຢາກ​ສົນທະນາ ເຫດ​ການດ້ານ ການ​ເມືອງ ​ເຖິງ​ແມ່ນ​ວ່າ​ມີ​ການ​ກວດກາແລະ​
ການ​ຂູ່​ທີ່​ຖືກ​ລົງໂທດກໍຕາມ.

XS
SM
MD
LG