ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນລົງໂທດ ອະດີດເຈົ້າໜ້າທີ່ບ້ານ 2 ຄົນ ໃນຂໍ້ຫາຄໍຣັບຊັ່ນ


ຊາວບ້ານຄົນນຶ່ງກໍາລັງຢ່າງຜ່ານ ຫີບປ່ອນບັດທີ່ຕັ້ງໄວ້ໃນໂຮງຮຽນ ທີ່ບ້ານ Wukan ເມືອງ Lufeng ແຂວງ Guangdong ພາກໃຕ້ຂອງຈີນ ເມື່ອວັນສຸກ ທີ 2 ເດືອນກຸມພາ, 2012. ຊາວບ້ານພາກັນປະທ້ວງຄັ້ງໃຫຍ່ ຕໍ່ຄວາມບໍ່ທ່ຽງທໍາ ແລະຍຶດດິນຄືນ ພ້ອມທັງຂັບໄລ່ບັນດາເຈົ້າໜ້າທີ່ບ້ານ.
ຊາວບ້ານຄົນນຶ່ງກໍາລັງຢ່າງຜ່ານ ຫີບປ່ອນບັດທີ່ຕັ້ງໄວ້ໃນໂຮງຮຽນ ທີ່ບ້ານ Wukan ເມືອງ Lufeng ແຂວງ Guangdong ພາກໃຕ້ຂອງຈີນ ເມື່ອວັນສຸກ ທີ 2 ເດືອນກຸມພາ, 2012. ຊາວບ້ານພາກັນປະທ້ວງຄັ້ງໃຫຍ່ ຕໍ່ຄວາມບໍ່ທ່ຽງທໍາ ແລະຍຶດດິນຄືນ ພ້ອມທັງຂັບໄລ່ບັນດາເຈົ້າໜ້າທີ່ບ້ານ.

ອະດີດ​ເຈົ້າ​ໜ້າ​ທີ່​ສອງ​ຄົນ ຢູ່ທີ່​ບ້ານແຫ່ງ​ນຶ່ງ​ໃນພາກ​ໃຕ້ຂອງ​ຈີນ ​ໄດ້​ຖືກ​ຂັບໄລ່​ອອກ
ຈາກ​ພັກ​ຄອມ​ມິ​ວນິສ ຊຶ່ງ​ເປັນ​ພັກ​ລັດຖະບານ​ຂອງ​ຈີນ ຫລັງ​ຈາກ​ທີ່ພວກ​ເຂົາ​ເຈົ້າ​
ໄດ້​ຕົກ​ເປັນ​ເປົ້າ​ ໃນການໂຮມ​ຊຸມນຸມ​ປະທ້ວງ​ຄັ້ງ​ໃຫ່ຍຕໍ່​ຕ້ານການສໍ້ລາດບັງ​ຫຼວງ ​ແລະ​
ກາ​ນຍຶດ​ເອົາ​ດິ​ນທີ່​ບໍ່ເປັນທໍາ​ໃນ​ປີ​ແລ້ວ​ນີ້.

ອົງການຂ່າວຊິນ​ຫົວຂອງ​ທາງ​ການ​ຈີນກ່າວ​ວ່າ ທ່ານ Xue Chang ອະດີດ​ຫົວໜ້າ​ພັກ​
ຄອມ​ມິ​ວນິສ ທີ່​ບ້ານ Wukan ​ໃນ​ແຂວງກວາງຕຸ້ງ ແລະທ່ານ Chen Shunyi ອະດີດ​
ຜູ້​ນໍາຄະນະ​ກໍາມະການ​ບ້ານ ​ຍັງໄດ້​ຖືກ​ສັ່ງ​ໃຫ້​ເອົາ​ເງິນ​ຫລາຍ​ພັນ​ໂດ​ລາ ທີ່​ເປັນ​ລາຍ​ໄດ້​
ຜິດ​ກົດໝາຍ ຂອງ​ພວກ​ເຂົາ​ເຈົ້ານັ້ນຄືນ​ໃຫ້​ແກ່​ຊາວບ້ານ.

ອະດີດ​ເຈົ້າ​ໜ້າ​ທີ່​ອີກ 6 ຄົນ​ຂອງ​ບ້ານ Wukan ກໍ​ໄດ້​ຖືກ​ລົງ​ໂທດ​ຄື​ກັນພ້ອມ​ໆ​ກັບ​ເຈົ້າ
ໜ້າ​ທີ່ເມືອງ​ແລະ​ເຈົ້າໜ້າ​ທີ່​ເທດສະບານອີກສິບ​ກວ່າ​ຄົນ.

ການ​ປະ​ທ້ວງ​ໄດ້​ເກີດ​ຂື້ນ​ທີ່ບ້ານ Wukan ​ໃນ​ເດືອນ​ກັນຍາປີ​ກາຍຊຶ່ງ​ພວກຊາວບ້ານ​ທີ່
ໃຈ​ຮ້າຍ​ໄດ້ກ່າວ​ຫາ​ວ່າ ​ເຈົ້າ​ໜ້າ​ທີ່ທ້ອງຖິ່ນພາກັນ​ຍຶດເອົາດິນດອນຂອງ​ເຂົາ​ເຈົ້າ​ແບບ​ຜິດ​
ກົດໝາຍ. ການ​ປະ​ທ້ວງ​ໄດ້​ໃຊ້​ເວ ລາ​ຢູ່​ຫລາຍ​ອາທິດ ​ແ​ລະ​ໄດ້​ເກີດ​ຄວາມ​ຮຸນ​ແຮງຂື້ນ​
ຫລັງ​ຈາກນຶ່ງໃນ​ບັນດາຜູ້​ນໍາພາການ​ປະ​ທ້ວງໄດ້​ເສຍ​ຊີວິດ​ຢູ່​ຂະນະ​ທີ່ໃນ​ຄວາມ​ຄຸ້ມຄອງ​
ຂ​ອງ​ເຈົ້າ​ໜ້າ​ທີ່​ຕໍາຫລວດ.

ການເສຍ​ຊີວິ​ດທີ່​ວ່າ​ນີ້​ໄດ້​ເປັນ​ເຫດ​ໃຫ້​ພວກຊາວບ້ານ​ພາກັນ​ເຂົ້າຄວບ​ຄຸມ​ບ້ານ Wukan ​
ໂດຍ​ໄດ້ບັງ​ຄັບ​ໃຫ້​ເຈົ້າ​ໜ້າ​ທີ່ຂອງ​ພັກ​ຫລົບໜີ​ແລະຕໍາຫລວດ​ໄດ້ປິດລ້ອມ​ບ້ານນີ້​ໄວ້.

XS
SM
MD
LG