ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ​​ພິມເຜີຍ​ແຜ່ ລາຍ​ຊື່ ຂອງ ​ພະ​​ໂພທິສັດ ທີ່ຍັງມີຊີວິດ​ຢູ່


ອົງດາໄລລາມະ
ອົງດາໄລລາມະ

ຈີນ ​ໄດ້​ພິມເຜີຍ​ແຜ່ ລາຍ​ຊື່ຂອງ ”​ພະໂພທິສັດ ທີ່ຍັງມີຊີວິດ​ຢູ່”
ຂອງ​ພຸດທະສາສະໜານິກາຍ​ທິ​ເບ​ດໂດຍ​ກ່າວ​ວ່າ ການ​ເຄື່ອນ
​ໄຫວນີ້​ແມ່ນ​ເປັນ​ພາກສ່ວນ​ໃນ​ຄວາມ​ພ​ະຍາ​ຍາມເພື່ອປ້ອງ​ກັນ
ບໍ່​ໃຫ້​ມີ​ການ​ສໍ້​ໂກງ​ຂອງ​ຜູ້​ນຳທາງ​ສາສະໜາ ທີ່​ຫຼອກ​ລວງເອົາ​
ເງິນ​ຈາກ​ບັນດາ​ຜູ້​ເຊຶ່ອຖື.

ລັດຖະບານ​ຈີນ ໄດ້​ພິມເຜີຍ​ແຜ່​ລາຍ​ຊື່ ​ໃນ​ວັນ​ຈັນ​ວານ​ນີ້ ລາຍ​
ຊື່ຂອງ​ພະ​ໂພທິ ສັດທີ່​ມີ​ການກວດ​ສອບ​ແລ້ວຈຳນວນ 870 ອົງ
ໃນ​ໜ້າ​ແວັບ​ໄຊ​ຕ໌ຂອງອົງການ ຄຸ້ມ​ຄອງ​ກິດຈະການ​ສາສະໜາ​
ຂອງລັດ​ຖະບານ. ລາຍ​ຊື່ດັ່ງກ່າວ​ແມ່ນຮວມທັງ ຮູບ​ພາບ ຊື່
ວັນເດືອນ​ປີເກີດ ​ແລະ​ບັນດາວັດ​ທີ່ພະ​ໂພທິສັດ​ເຫຼົ່ານີ້ອາ​ໄສ​ຢູ່.

ຈີນ ​ໄດ້​ເລີ້ມ​ອອກ​ໃບ​ຢັ້ງຢືນ​ໃນ​ອັນ​ທີ່​ຮ້ອງ​ວ່າ “ພະ​ໂພທິສັດທີ່ຍັງມີຊີວິດຢູ່” ໃນປີ 2010
ແຕ່ນີ້ເປັນເທຶ່ອທຳອິດທີ່ລາຍລະອຽດສາມາດ​ເຂົ້າ​ໄປ​ເບິ່ງ​ໄດ້ໂດຍທາງອິນ ເຕີແນັດ.

ບັນດາຜູ້ຕິຕຽນກ່າວວ່າ ການພິມ​ເຜີຍ​ແຜ່​ລາຍ​ຊື່​ພະ​ໂພທິສັດ​ດັ່ງກ່າວ​ເປັນຄວາມ ພະຍາ
ຍາມຂອງລັດຖະບານຈີນ ເພື່ອຄວບຄຸມບັນດາຜູ້ນຳສາສະໜາພຸດທິເບດ ພ້ອມທັງ ຜູ້ທີ່
ຈະມາເກີດຄືນໃໝ່ ແທນ ອົງດາໄລ ລາມະ.

ອົງການຂ່າວຊິນຫົວ ຂອງທາງການຈີນ ກ່າວວ່າ ຂໍ້​ມູນທາງອິນເຕີແນັດດັ່ງກ່າວ ແມ່ນ
ຄວາມພະຍາຍາມ ​ເພື່ອສົ່ງເສີມ​ໃຫ້​ມີຄວາມກະຈ່າງແຈ້ງກ່ຽວ​ກັບ​ພຸດທະສາ​ສະໜາຂອງ
​ຊາວທິເບດແລະຄຸ້ມຄອງກົດລະບຽບກ່ຽວ​ກັບ​ບັນຫາການກັບ​ຄືນ​ຊາດ ມາເກີດໃໝ່ ຂອງ
ພະ​ໂພທິສັດທີ່ຍັງມີຊີວິດຢູ່.

ກ່ອນໜ້ານັ້ນ ຈີນ ແລະລັດຖະບານພັດ​ຖິ່ນທິເບດ ​ໄດ້​ມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນ ກ່ຽວກັບ
ການກັບ​ຄືນຊາດມາເກີດໃໝ່ ຂອງອົງ Panchgen ລາ​ມະ ທີ່​ມີ​ຄວາມ ສຳຄັນສຸດອັນ​ດັບ
ສອງຢູ່ ໃນພຸດທະສາສະໜາຂອງ​ຊາວທິເບດ ຊຶ່ງທັງສອງໄດ້ ​ແຕ່ງຕັ້ງ​ໃຫ້ເດັກນ້ອຍຜູ້
ຊາຍ ທີ່​ແຕກ​ຕ່າງ​ກັນ ​ໃຫ້​ເຂົ້າກຳຕຳແໜ່ງດັ່ງກ່າວໃນປີ 1995.

ຊາວທິເບດທີ່ນັບຖືສາສະໜາພຸດມີຄວາມເຊື່ອຖືວ່າ ບັນດາພະ​ໂພທິສັດ ສາມາດ ເລືອກ
ໄດ້ວ່າ ບ່່ອນໃດ ແລະເວລາໃດ ທີ່ພວກ​ພະ​ອົງຈະຄືນຊາດມາເກີດໃໝ່ໄດ້ ຫລືນຳໄປສູ່
ການເກີດໃໝ່ໃນຊີວິດໜ້າຂອງພວກ​ເພິ່ນ ເພື່ອຈະສືບ​ຕໍ່​ໃນການປະຕິບັດງານຊ່ວຍ
ເຫລືອຜູ້ຄົນ. ​ເຂົາ​ເຈົ້າເຊື່ອວ່າ ຜູ້ໃດຜູ້ໜຶ່ງສາມາດເປັນພະ​ໂພທິສັດ​ໄດ້ ໂດຍການກຳຈັດ
ສິ່ງທີ່​ເປື້​ອນ​ເປິຕ່າງໆອອກຈາກຈິດໃຈ​ໃຫ້​ຂາວ​ສະອາດໂດຍ ຜ່ານການສະມາທິ ແລະ
ພາວັນນາ.

XS
SM
MD
LG