ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ປະທ້ວງ ທີ່ກຳປັ່ນລົບ ສຫລ ແລ່ນເຂົ້າໃກ້ ເກາະທຽມຈີນ ຢູ່ທະເລຈີນໃຕ້


ການກໍ່ສ້າງຂອງຈີນ ທີ່ເກາະ Mischief Reef ໃນເຂດໝູ່ເກາະ Spratly ທີ່ມີການຂັດແຍ້ງ ຢູ່ທະເລຈີນໃຕ້.
ການກໍ່ສ້າງຂອງຈີນ ທີ່ເກາະ Mischief Reef ໃນເຂດໝູ່ເກາະ Spratly ທີ່ມີການຂັດແຍ້ງ ຢູ່ທະເລຈີນໃຕ້.

ຈີນ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແຮງ ​ໃນ​ວັນ​ສຸກ​ມື້ນີ້ ຫລັງ​ຈາກ​ກຳ​ປັ່ນ​ລົບ​ລຳ​ນຶ່ງ​ຂອງ​ສະຫະລັດ ​ໄດ້​ແລ່ນຜ່ານ​ເຂົ້າ​ໄປ​ໃກ້ໆ ​ເກາະ​ທຽມ​ຂອງ​ຈີນ ຢູ່ທະ​ເລ​ຈີນ​ໃຕ້ ທີ່ເປັນ​ເຂດ​
ຍຸດ​ທະ​ສາດ​.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ກຳປັ່ນ​ລົບ
USS John McCain ​ໄດ້​ລະ​ເມີດ​ກົດໝາຍ​ຂອງ​ຈີນ ​ແລະ​ຂອງ​ນາໆຊາດ ​ໂດຍ​ບ່ອນ
​ທຳລາຍ​ຕໍ່​ອະ​ທິປະ​ໄຕ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຈີນພ້ອມ​ທັງ​ເປັນ ອັນຕະລາຍ​ຕໍ່​ບັນດາ​
ພະນັກງານ​ທີ່​ເຮັດ​ວຽກ​ຢູ່​ໃນ​ເຂດ​ແນວ​ໜ້າ.

​ໂຄສົກ​ກ່າວ​ຕໍ່​ໄປ​ວ່າ ກອງທັບ​ເຮືອ​ຂອງ​ຈີນ ​“ໄດ້​ລະບຸ ​ເຕືອນ ​ແລະ​ກໍ​ຂັບ​ໄລ່​ກຳປັ່ນ​ລຳ​
ດັ່ງກ່າວ​ອອກໄປ.”

ເຈົ້າໜ້າ​ທີ່​ກອງທັບ​ເຮືອ​ ຂອງ ​ສະຫະລັດທ່ານ​ນຶ່ງ ກ່າວ​ໂດຍ​ຂໍ​ສະຫງວນ​ຊື່ວ່າ ເຮືອ​ພິ
ຄາດ​ຂອງ​ສະຫະລັດ ໄດ້ແລ່ນ​ຜ່ານ​ເກາະ Mischief ​ໃນ​ລັດສະໝີ 6 ​ໄມ​ລ໌ທະ​ເລ ຊຶ່ງ
​ເປັນ​ສ່ວນ​ນຶ່ງ ​ຂອງ​ການ​ປະຕິບັດ​ງານ “ອິດສະຫຼະພາບ​ໃນ​ການ​ເດີນ​ເຮືອ” ຢູ່​ໃນ​ເຂດ
​ນ່ານນ້ຳ​ສາກົນ.

ນີ້​ແມ່ນການ​ປະຕິບັດ​ງານອິດສະຫຼະພາບ​ໃນ​ການ​ເດີນ​ເຮືອເທື່ອ​ທີ​ສາມ ທີ່​ສະຫະ​ລັດ​
ໄດ້​ຈັດ​ໃຫ້​ມີ​ຂຶ້ນ ນັບ​ແຕ່​ປະທານາທິບໍດີ ​ດໍ​ໂນ​ລ ທຣຳ ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ເດືອນ
​ມັງກອນ. ​ເຈົ້າໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ກອງທັບຂອງ​ຕົນຈະ​ສືບ​ຕໍ່​ສົ່ງ​ກຳ​ປັ່ນ​ລົບ ​ເຮືອ
ບິນ ​ແລະທຳການ​ປະຕິບັດ​ງານ ​ຢູ່​ໃນ​ທຸກໆ​ບ່ອນ ທີ່​ກົດໝາຍ​ນາໆ​ຊາດ​ອະນຸຍາດໃຫ້.

ຈີນ ຊຶ່ງ​ໄດ້​ອ້າງ​ເອົາ​ກຳມະສິດ​ໃນ​ທະ​ເລ​ຈີນ​ໃຕ້​ເກືອບ​ທັງ​ໝົດ​ນັ້ນ ​ໄດ້​ທຳ​ການ​ປະ​ທ້ວງ
ຢູ່​ເລື້ອຍໆ ​ຕໍ່ການ​ປະຕິບັດ​ງານ​ທຳນອງ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG