ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ໃນພາກໃຕ້ຈີນ ມີເຫດຜົນພຽງພໍ ໃນການຮ້ອງທຸກ


ນຶ່ງໃນການເດີນຂະບວນປະທ້ວງ ຂອງພວກຊາວບ້ານທີ່ບ້ານ Wukan ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ (31 ທັນວາ 2011)
ນຶ່ງໃນການເດີນຂະບວນປະທ້ວງ ຂອງພວກຊາວບ້ານທີ່ບ້ານ Wukan ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ (31 ທັນວາ 2011)

ອົງການ​ຂ່າວ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ພວກ​ຊາວບ້ານ​ຢູ່​ທີ່​ບ້ານ​ແຫ່ງ​ນຶ່ງ ​ໃນພາກ​ໃຕ້
ຂອງ​ຈີນ ທີ່​ພາກັນ​ປະ​ທ້ວງ​ເປັນ​ເວລາ​ຫຼາຍໆ​ອາທິດກ່ຽວ​ກັບ​ການ​ຢຶດ​ເອົາດິນຂອງ​ພວກ​ເຂົາ
ເຈົ້ານັ້ນ ​ໄດ້​ພາກັນຮ້ອງທຸກແບບ​ມີ​ເຫດຜົນ​ພຽງພໍ.

ຄວາມ​ເຄັ່ງ​ຕຶງ ​ໄດ້​ລະ​ເບີດ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ທີ່​ບ້ານ Wukan ​ໃນ​ແຂວງ​ກວາງຕຸ້ງ​ ເມື່ອ​
ເດືອນ​ກັນຍາ​ຜ່ານ​ມາເວລາ​ພວກ​ຊາວ​ບ້ານ​ເລີ່​ມທຳ​ການ​ປະ​ທ້ວງ​ ໃນ​ອັນທີ່​ພວກ​ເຂົາ​ເຈົ້າ​ເຫັນ​
ວ່າ ​ເປັນ​ການ​ຢຶດ​ເອົາ​ດິນ​ແບບ​ຜິດ​ກົດໝາຍ ​ແລະ​ກາ​ນສໍ້​ລາດບັງ​ຫຼວງຂອງ​ພວກ​ເຈົ້າໜ້າ​ທີ່​
ທ້ອງ​ຖິ່ນ.

ໃນ​ວັນ​ເສົາ​ມື້ນີ້ ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ໄດ້​ອ້າງ​ຄຳ​ເວົ້າຂອງພວກ​ເຈົ້າໜ້າ​ທີ່ສືບ
ສວນ​ແຂວງ​ກວາງຕຸ້ງ​ທີ່​ກ່າວ​ວ່າ ບໍລິສັດ​ຜະລິດ​ປະສຸ​ສັດ Lufeng Fengtian ​ໄດ້​ນຳ​ໃຊ້
ດິນ​ຫຼາຍ​ເກີນ​ກວ່າ​ທີ່​ໄດ້​ຮັບ​ການ​ອະນຸຍາດ. ນອກ​ນັ້ນ​ແລ້ວຍັງ​ມີ​ອີກ​ບໍລິສັດ​ນຶ່ງເປັນ​ຜູ້​ຢູ່​ເບື້ອງ
ຫຼັງ​ໃນ​ການ​ຈ່າຍ​ເງິນ​ຄ່າ​ທີ່​ດິນ​ໃຫ້​ແກ່​ພວກ​ຊາວບ້ານ.

ພວກ​ເຈົ້າໜ້າ​ທີ່​ສືບສວນ​ຍັງ​ເວົ້າວ່າ ທ່ານ Xue Chang ອະດີດ​ເລຂາ​ຂອງຄະນະ​ກຳມະ
ການພັກ​ປະຈຳ​ບ້ານ ​ໄດ້​ສໍ້​ໂກງ​ເອົາ​ເງິນ​ໄປ​ຊື້ລົດ​ໃຊ້​ສ່ວນ​ໂຕ.

XS
SM
MD
LG