ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທະກັນ ລະຫວ່າງຕໍາຫຼວດ ແລະພວກປະທ້ວງ ຢູ່ຈີນ


ການປະທ້ວງທີ່ປະເທດຈີນ (22 ທັນວາ 2011)
ການປະທ້ວງທີ່ປະເທດຈີນ (22 ທັນວາ 2011)

ຍັງ​ມີ​ຄວາມ​ເຄັ່ງ​ຕຶງ​ສູງ​ຢູ່ຕໍ່​ມາ ​ທີ່​ເມືອງ Haimen ຊຶ່ງ​ເປັນ​ຫົວ​ເມືອງນ້ອຍໆ​ໃນ​ພາກ​ໃຕ້ຂອງ​
ຈີນທ່າມກາງການ​ສືບ​ຕໍ່​ຂັດ​ແຍ້​ງກ່ຽວ​ກັບ​ແຜນການ​ທີ່​ຈະ​ຂະຫຍາຍ​ໂຮງ​ໄຟຟ້າ.

ຕຳຫຼວດປາບ​ຈະ​ລາ​ຈົນ​ໄດ້​ພາກັນລາ​ຕະ​ເວນຢູ່​ຕາມ​ບໍລິ​ເວນ​ທາງ​ເຂົ້າ​ໄປ​ສູ່​ເມືອງດັ່ງກ່າວ​ເພື່ອ​
ປ້ອງ​ກັນປາບ​ປາມ ​ບໍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ. ພວກ​ທີ່​ເຫັນ​ເຫດ ການ​ກ່າວ​ວ່າ ຕຳຫຼວດ​
ໄດ້​ຈັບ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ.

ລາຍ​ງານ​ຂ່າວ​ໂທລະພາບ ​ທີ່​ອອກ​ອາກາດ​ໃນ​ວັນ​ພະຫັດ​ມື້ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ຕຳຫຼວດ​
ໄດ້​ຍິງ​ລະ​ເບີດ​ນໍ້າຕາ​ແລະ​ໃຊ້​ໄມ້ຄ້ອນ​ເພື່ອ​ສະກັດ​ກັ້ນພວກ​ປະ​ທ້ວງ​ຫຼາຍຮ້ອຍ​ຄົນ​ທີ່​ໄ​ປ​ໂຮມ
ຊຸມນຸມ​ກັນ​ຢູ່​ຕາມທາງ​ຫຼວງ​ໃນແຂວງ​ກວ້າງ​ຕຸ້ງທາງ​ພາກ​ໃຕ້ຂອງ​ຈີນຂະນະ​ທີ່​ການ​ປະ​ທ້ວງ
ຍັງ​ດຳ​ເນີນຢູ່​ຕໍ່​ມາ​ເປັນ​ມື້ທີ​ສາມ.

ໃນ​ມື້ວັນ​ພຸດ​ວານ​ນີ້ ພວກ​ທີ່ເຫັນ​ເຫດການ​ເວົ້າວ່າ ພວກ​ປະທ້ວງ​ໄດ້​ພາກັນ​ທຸບ​ລົດ ​ແລະ
ແກ​ວ່ງກ້ອນ​ຫີ​ນ​ເຂົ້າ​ໃສ່​ຕຳຫຼວດ ຊຶ່ງ​ຕຳຫຼວດກໍ​ໄດ້​ຍິງ​ລະ​ເບີດ​ນໍ້າ​ຕາ​ຂັບ​ໄລ່​ພວກປະທ້ວງ​
ທີ່​ໄປ​ໂຮມ​ຊຸມນຸມ​ກັນ​ຢູ່​ອ້ອມ​ແອ້ມ​ບໍລິ​ເວນ​ໂຮງການ​ຂອງ​ລັດຖະບານ.

ຄວາມ​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນຂະນະ​ທີ່​ພວກ​ປະ​ທ້ວງ​ແລະ​ເຈົ້າໜ້າ​ທີ່​ທີ່​ບ້ານ​ວູການຊຶ່ງ​ຕັ້ງຢູ່​
ໃນ​ແຂວງ​ກວາງຕຸ້ງ​ຄື​ກັນນັ້ນ ​ໄດ້​ບັນລຸ​ການ​ຜ່ອນ​ສັ້ນຜ່ອນ​ຍາວ ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ​ໃນ
ມື້ວັນ​ພຸດ​ວານ​ນີ້ເຮັດ​ໃຫ້ການ​ປະ​ທ້ວງ​ເປັນ​ເວລາ​ຫຼາຍໆ​ເດືອນ ​ກ່ຽວກັບ​ການ​ຢຶດ​ເອົາ​ດິນທີ່
ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງນັ້ນ.

XS
SM
MD
LG