ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຊາວບ້ານຈີນ ໄວ້ອາໄລ ໃຫ້ນາຍ Xue Jinbo


ຊາວບ້ານຈີນ ທີ່ Wukan ໃນແຂວງກວາງຕຸ້ງ ໂຮມຊຸມນຸມປະທ້ວງ ແລະໄວ້ອາໄລໃຫ້ນາຍ Xue Jinbo (5 ທັນວາ 2011)
ຊາວບ້ານຈີນ ທີ່ Wukan ໃນແຂວງກວາງຕຸ້ງ ໂຮມຊຸມນຸມປະທ້ວງ ແລະໄວ້ອາໄລໃຫ້ນາຍ Xue Jinbo (5 ທັນວາ 2011)

ຊາວຈີນຈຳນວນຫຼາຍພັນຄົນທີ່ບ້ານຫາປາແຫ່ງນຶ່ງໄດ້ພາກັນໄປໂຮມຊຸມນຸມໄວ້ອາໄລໃຫ້
ແກ່ຊາວບ້ານໃນເຂດທ້ອງຖິ່ນຄົນນຶ່ງທີ່ໄດ້ເສຍຊີວິດ ລະຫວ່າງທີ່ຢູ່ພາຍໃຕ້ການຄຸ້ມຄອງ
ຂອງຕຳຫຼວດທ່າມກາງທີ່ມີການປະເຊີນໜ້າກັບພວກເຈົ້າໜ້າທີ່ກ່ຽວກັບການຢຶດເອົາດິນທີ່
ເປັນບັນຫາຖົກຖຽງໂຕ້ແຍ້ງ.

ລາຍງານຂ່າວຈາກບ້ານ Wukan ໃນແຂວງກວາງຕຸ້ງທາງພາກໃຕ້ຂອງຈີນແຈ້ງວ່າມີຊາວ
ບ້ານຫຼາຍເຖິງ 7,000 ຄົນໄດ້ໄປໂຮມຊຸມນຸມກັນໃນພິທີໄວ້ອາໄລໃຫ້ນາຍ Xue Jinbo ຜູ້ທີ່ໄດ້ທຳການເຈລະຈາກັບເຈົ້າໜ້າທີ່ລັດຖະບານກ່ຽວກັບການຢຶດເອົາດິນຂອງພວກຊາວ
ບ້ານ ກ່ອນທີ່ລາວຖືກຈັບ.

ພວກຊາວບ້ານທີ່ພາກັນຮ້ອງໄຫ້ ຊຶ່ງໄດ້ອັດຕັນ ບໍ່ໃຫ້ພວກເຈົ້າໜ້າທີ່ເຂົ້າໄປໃນບ້ານຂອງ
ພວກເຂົາເຈົ້ານັ້ນໄດ້ຕິດປ້າຍປະທ້ວງສະແດງຄວາມໂກດແຄ້ນແລະຮູບຂະໜາດໃຫຍ່ຂອງ
ນາຍ Xue.

ເຈົ້າໜ້າທີ່ລັດຖະບານຈີນກ່າວວ່ານາຍ Xue ອາຍຸ 42 ປີໄດ້ເປັນຫົວໃຈວາຍແລະເສຍຊີ
ວິດຢູ່ທີ່ໂຮງໝໍ ແຕ່ວາລະສານຮົງກົງສະບັບນຶ່ງ ທີ່ອອກໃນສັບປະດານີ້ໄດ້ອ້າງຄຳເວົ້າລູກ
ສາວຂອງລາວທີ່ກ່າວວ່າຮ່າງກາຍບິດາຂອງນາງໄດ້ມີຮອຍບາດແຜຢູ່ທີ່ໜ້າຜາກແລະຄາງ
ພ້ອມທັງມີຮ່າງກາຍທີ່ເໜົ່ານູມ ແລະໄຄ່. ຄອບຄົວຂອງລາວເຊື່ອວ່າ ລາວໄດ້ຖືກທຸບຕີຈົນ
ເຖິງແກ່ຊີວິດ.

XS
SM
MD
LG