ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວຈີນ ປະທ້ວງຕໍ່ ແຜນການຂະຫຍາຍ ໂຮງງານຜະລິດເຄມີ


ເຈົ້າໜ້າທີ່ຕໍາຫລວດຈັບນັກປະທ້ວງຄົນນຶ່ງ ໃນຂະນະທີ່ທໍາການປະທ້ວງ ຕໍ່ແຜນການຂະຫຍາຍ ໂຮງງານຜະລິດເຄມີຂອງນໍ້າມັນ ແຫ່ງນຶ່ງຢູ່ໃນເມືອງ Ningbo ຂອງຈີນ ໃນວັນເສົາ ທີ 27 ຕຸລາ, 2011.
ເຈົ້າໜ້າທີ່ຕໍາຫລວດຈັບນັກປະທ້ວງຄົນນຶ່ງ ໃນຂະນະທີ່ທໍາການປະທ້ວງ ຕໍ່ແຜນການຂະຫຍາຍ ໂຮງງານຜະລິດເຄມີຂອງນໍ້າມັນ ແຫ່ງນຶ່ງຢູ່ໃນເມືອງ Ningbo ຂອງຈີນ ໃນວັນເສົາ ທີ 27 ຕຸລາ, 2011.
ປະຊາຊົນຢູ່ໃນເມືອງ Ningbo ທາງພາກຕາເວັນອອກຂອງຈີນ
ໄດ້ປະທະກັນກັບຕໍາຫລວດ ໃນຂະນະທີ່ທໍາການປະທ້ວງ ຕໍ່ ແຜນການຂະຫຍາຍໂຮງງານຜະລິດເຄມີແຫ່ງນຶ່ງ ທີ່ເຂົາເຈົ້າ
ເວົ້າວ່າ ມັນປ່ອຍມົນລະພິດອອກມາ ແລະທໍາລາຍສຸຂະພາບ
ຂອງສາທາລະນະຊົນ.

ສູນຂໍ້ມູນເພື່ອສິດທິມະນຸດແລະປະຊາທິປະໄຕ ທີ່ຕັ້ງຢູ່ຮົງກົງ
ເວົ້າວ່າ ມີຢ່າງໜ້ອຍ 10 ຄົນ ໄດ້ຮັບບາດເຈັບ ໃນຂະນະທີ່
ພວກປະທ້ວງປະມານ 1 ພັນຄົນ ປະທະກັນກັບຕໍາຫລວດ
ຢູ່ໃນເມືອງ Zhenhai ໃນວັນ ສຸກວານນີ້ ແລະວັນເສົາມື້ນີ້.

ກຸ່ມດັ່ງກ່າວເວົ້າວ່າ ບັນຍາກາດແມ່ນເຄັ່ງຂຶມໃນເຊົ້າວັນເສົາມື້ນີ້ ໂດຍມີຕໍາຫລວດ ຫລາຍ ກວ່າ 1 ພັນຄົນ ພາກັນຕັນຖະໜົນຫົນທາງ ທີ່ເນ່ງໄປຫາບ່ອນທີ່
ເກີດການຂັດແຍ່ງກັນນັ້ນ.

ໄລຍະສອງສາມປີມານີ້ ແມ່ນໄດ້ເຫັນການປະທ້ວງຂອງປະຊາຊົນຈີນ ກ່ຽວກັບບັນຫາສິ່ງ ແວດລ້ອມເພີ້ມຫລາຍຂຶ້ນ. ໃນເດືອນກໍລະກົດຜ່ານມາ ພວກເຈົ້າໜ້າທີ່ຈີນ ກໍໄດ້ຍົກເລີກ ໂຄງການສ້າງທໍ່ລໍາລຽງ ສິ່ງເສດເຫລືອຈາກໂຮງງານອຸດສາຫະກໍາ ລຸນຫລັງທີ່ພວກປະ ທ້ວງ ພາກັນເຂົ້າຍຶດຄອງຫ້ອງການລັດຖະບານແຫ່ງນຶ່ງ ໃນພາກໃຕ້ຂອງຈີນ.
XS
SM
MD
LG