ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ສະເໜີຍົກເລີກ ຂໍ້ຈຳກັດ ໃນສະໄໝການດຳລົງຕຳແໜ່ງ ສຳລັບ ປະທານປະເທດ ສີ


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃຫ້ຄຳເຫັນໃນລະຫວ່າງ
ກອງປະຊຸມຖະແຫຼງຂ່າວຮ່ວມທີ່ຫໍປະຊຸມໃຫຍ່ປະຊາຊົນ ຈີນ ໃນນະຄອນຫຼວງ ປັກກິ່ງ, ປະເທດ ຈີນ. 9 ມັງກອນ, 2018.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃຫ້ຄຳເຫັນໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຮ່ວມທີ່ຫໍປະຊຸມໃຫຍ່ປະຊາຊົນ ຈີນ ໃນນະຄອນຫຼວງ ປັກກິ່ງ, ປະເທດ ຈີນ. 9 ມັງກອນ, 2018.

ຄະນະກຳມະການສູນກາງພັກ ຂອງພັກຄອມມູນິສ ຈີນ ໄດ້ສະເໜີການຍິກເລີກຂໍ້ຈຳກັດ
ການດຳລົງຕຳແໜ່ງສຳລັບປະທານປະເທດ ແແລະ ຮອງປະທານປະເທດຈາກລັດຖະ
ທຳມະນູນ ອີງຕາມລາຍງານສະບັບນຶ່ງໂດຍອົງການຂ່າວທາງການ ຊິນຫົວ.

ໃນປັດຈຸບັນນີ້ລັດຖະທຳມະນູນກ່າວວ່າ ປະທານປະເທດ ແລະ ຮອງປະທານປະເທດ
“ຕ້ອງດຳລົງຕຳແໜ່ງ 5 ປີບໍ່ດົນກວ່າສອງສະໄໝ.”

ການປ່ຽນແປງຈະອາດນຸຍາດໃຫ້ປະທານປະເທດ ສີ ຈິ່ນຜິງ ດຳລົງຕຳແໜ່ງກາຍປີ
2023. ທ່ານໄດ້ເປັນປະທານປະເທດນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.

ອົງການຂ່າວຊິນຫົວຍັງໄດ້ລາຍງານວ່າພັກຄອມມູນິສ ຈີນ ຂອງ ຄະນະກຳມະການສູນ
ກາງພັກໄດ້ທຳການສະເໜີທີ່ຂຽນວ່າ “ຄວາມຄິດຂອງທ່ານ ສີ ຈິ່ນຜິງ ກ່ຽວກັບ ສັງຄົມ
ນິຍົມ ກັບລັກສະນະພິເສດຂອງ ຈີນ ສຳລັບຍຸກໃໝ່” ເຂົ້າໃນລັດຖະທຳມະນູນຂອງປະ
ເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG