ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໃຫ້ສັນຍາ ຈະກົດດັນ ເກົາຫຼີເໜືອ ໃຫ້ກັບມາ ເຈລະຈາ ເລື່ອງ ນິວເຄລຍ (ວີດີໂອ)


ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry (ຊ້າຍ)
ພົບປະກັບ ປະທານປະເທດຈີນ ທ່ານ Xi Jinping
ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry (ຊ້າຍ) ພົບປະກັບ ປະທານປະເທດຈີນ ທ່ານ Xi Jinping
ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້
ເສັດສິ້ນການຢ້ຽມ ຢາມປະ​ເທດ​ຈີນ ເປັນເວລາ 2 ມື້ ​ໃນ​ວັນ
ເສົາ​ມື້​ນີ້ດ້ວຍ​ຄວາມ​ເພິງ​ພໍ​ໃຈ​ກັບກຸງ​ປັກ​ກິ່ງ ທີ່​ໝາຍໝັ້ນຈະ
​ກົດ​ດັນ​ໃຫ້​ເກົາຫຼີເໜືອ ກັບ​ຄືນ​ເຂົ້າຮ່ວມການເຈລະ​ຈາ​ກ່ຽວ
ກັບ ນິວ​ເຄລຍ.

ຫລັງ​ຈາກ​ໄດ້​ພົບ​ປະ​ກັບປະທານ​ປະ​ເທດຈີນ ທ່ານ Xi Jin-
ping ​ໃນ​ວັນ​ສຸກ​ວານ​ນີ້ແລ້ວ ທ່ານ Kerry ກ່າວ​ວ່າ ຈີນ ​ບໍ່
​ມີ​ສິ່ງ​ໃດ​ອີກຫຼາຍໄປ​ກວ່າ​ນີ້ ໃນການ​ກ່າວ​ຢໍ້າ​ຢ່າງ​ໜັກແໜ້ນ
ຕໍ່ຄວາມໝັ້ນໝາຍຂອງຕົນ ທີ່ຢາກໃຫ້ແຫລມ​ເກົາຫລີເປັນ
ເຂດປອດນິວເຄລຍ.

ສ່ວນລັດຖະມົນຕີຕ່າງປະ​ເທດຈີນທ່ານ Wang Yi ກ່າວ​ວ່າ ຈີນຈະ​ບໍ່​ອະນຸຍາດ​ໃຫ້​ເກີດ​ຄວາມ​ວຸ້ນວາຍຫລືສົງຄາມ​ຢ່າງເດັດຂາດຢູ່ໃນເກົາຫລີ ​ແລະ​ມີ​ຄວາມ​ຈິງຈັງຕໍ່ທັງ​ຄຳເວົ້າ ​ແລະ​ການ​ປະຕິບັດ.

ຈີນ ​ເປັນ​ປະ​ເທດພັນທະ​ມິດ ທີ່ສໍາຄັນປະ​ເທດ​ດຽວ ຂອງເກົາຫຼີເໜືອ ​ພ້ອມທັງເປັນແຫຼ່ງ
ທີ່ມາອັນສຳຄັນໃນການຄ້າຂາຍ ​ແລະການ​ຊ່ວຍ​ເຫລືອ​ທາງເສດຖະກິດ.

ກຸງ​ພຽງ​ຢາງ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ແລະ​ທຳການ​ທົດ​ລອງ​ນິວ​ເຄລຍ​ໃຕ້​ດິນມາແລ້ວ. ​ເກົາ
ຫລີ​ເໜືອ ​ໄດ້​ຕ້ານ​ຢັນຕໍ່ຄວາມ​ກົດ​ດັນທີ່ໃຫ້ຕົນຍົກ​ເລີກ​ໂຄງການ​ນິວ​ເຄລຍຂອງ​ຕົນເພື່ອ​
ແລກປ່ຽນ​ກັບຊ່ວຍເຫຼືອດ້ານ​ອາຫານ ​ແລະ​ການ​ຊ່ວຍ​ເຫລືອອື່ນໆອີກ.

ທ່ານ Kerry ​ແລະປະ​ທານ​ປະ​ເທດ Xi ຍັງ​ໄດ້​ຫາລື​ກັນກ່ຽວ​ກັບສະພາບອາກາດ​ຮ້ອນເອົ້າ​
ຂອງ​ໂລກ ສິດທິ​ມະນຸດ ​ແລະ ໃນ​ອັນ​ທີ່ສະຫະລັດເຫັນ​ວ່າ ເປັນການດຳເນີນຄວາມພະຍາ ຍາມຂອງຈີນ ​ເພື່ອເຂົ້າຄວບຄຸມ​ເອ​ເຊຍ ​ໂດຍ​ການຕັ້ງ ເຂດປ້ອງ​ກັນ​ທາງ​ອາກາດຂອງຕົນ ເໜືອ​ທະ​ເລ​ຈີນ​ຕາ​ເວັນ​ອອກ. ຂົງ​ເຂດດັ່ງກ່າວນີ້ ແມ່ນ​ຮວມ​ທັງ​ໝູ່​ເກາະ ທີ່​ອ້າງເອົາກຳມະ ສິດຂອງຍີ່​ປຸ່ນນຳດ້ວຍ.

ທ່ານ Kerry ກ່າວ​ວ່າ ທ່ານ​ໄດ້​ຮຽກຮ້ອງ​ໃຫ້ກຸງ​ປັກກິ່ງ ໃຊ້ວິທີການທີ່ມີການປະ ເຊີນໜ້າ
ກັນໜ້ອຍລົງກ່ຽວກັບບັນຫາຂັດແຍ້ງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ. ລັດຖະມົນຕີຕ່າງປະ​ເທດຈີນ ປະສົງ​ຢາກໃຫ້ມີການ​ແກ້​ໄຂຢ່າງ​ສັນຕິ ​ແຕ່​ວ່າຈະ​ບໍ່​ລັງ​ເລ​ໃຈ​ ໃນ​ການ​ປົກປ້ອງ​ອະທິປະໄຕ
ຂອງ​ຕົນ.

ທ່ານ Kerry ​ໄດ້​ເດີນ​ທາງ​ອອກ​ຈາກກຸງ​ປັກກິ່ງ ​ໃນ​ຕອນບ່າຍຂອງວັນ​ເສົາ​ມື້ນີ້ແລະ​ມຸ່ງໜ້າ ໄປຍັງປະ​ເທດອິນ​ໂດ​ເນເຊຍ ຊຶ່ງເປັນບ່ອນຢຸດແວ່​ສຸດ​ທ້າຍໃນ​ການ​ຢ້ຽມຢາມ​ເອ​ເຊຍຂອງ. ທ່ານມີ​ແຜນທີ່​ຈະ​ກ່າວ​ຄຳປາໄສຄັ້ງ​ສໍາຄັນ​ ກ່ຽວກັບການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ໃນ
ລະຫວ່າງຢ້ຽມຢາມກຸງຈາກາຕ້າ.

kerry
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG