ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສາສະດາຈານ ຈີນ ຖືກຍ້າຍ ໄປສະຖານທີ່ອື່ນທີ່ບໍ່ມີໃຜຮູ້ຈັກ


ຕຳຫຼວດຈີນ ໄດ້ພັງປະຕູເຂົ້າໄປໃນເຮືອນ ຂອງທ່ານ ຊັນ ເວິນກວງ, ສາສະດາຈານ ຜູ້ທີ່ໄດ້ກະສຽນແລ້ວ ຈາກມະຫາ
ວິທະຍາໄລ ຊານດົງ (Shandong University) ຜູ້ທີ່ໄດ້ຕິຕຽນ ປະວັດສິດທິມະນຸດ ຂອງຈີນ, ໃນຂະນະທີ່ທ່ານ ໃຫ້ສຳພາດ ທາງໂທລະສັບ ກັບ ວີໂອເອ ພະແນກພາສາຈີນກາງ ໃນລາຍ
ການໂທລະພາບ ທີ່ອອກອາກາດສົດຢູ່ນັ້ນ.
ຕຳຫຼວດຈີນ ໄດ້ພັງປະຕູເຂົ້າໄປໃນເຮືອນ ຂອງທ່ານ ຊັນ ເວິນກວງ, ສາສະດາຈານ ຜູ້ທີ່ໄດ້ກະສຽນແລ້ວ ຈາກມະຫາ ວິທະຍາໄລ ຊານດົງ (Shandong University) ຜູ້ທີ່ໄດ້ຕິຕຽນ ປະວັດສິດທິມະນຸດ ຂອງຈີນ, ໃນຂະນະທີ່ທ່ານ ໃຫ້ສຳພາດ ທາງໂທລະສັບ ກັບ ວີໂອເອ ພະແນກພາສາຈີນກາງ ໃນລາຍ ການໂທລະພາບ ທີ່ອອກອາກາດສົດຢູ່ນັ້ນ.

ທ່ານ ຊັນ ເວິນກວງ ອາຈານສອນບຳນານ ໃນແຂວງ ຊັນດົງ ທາງພາກຕາເວັນອອກ
ສຽງເໜືອຂອງຈີນ ທີ່ປາກົດວ່າ ຖືກອຳນາດປົກຄອງຈີນກັກໂຕໄວ້ ໃນຂະນະທີ່ໃຫ້ສຳ
ພາດທາງໂທລະສັບກັບວິທະຍຸ ສຽງອາເມລິກາ ຫຼື ວີໂອເອ ໃນສັບປະດາແລ້ວນີ້ ໄດ້
ຖືກຍ້າຍໄປຈາກໂຮງແຮມ ທີ່ທາງການທະຫານບໍລິຫານໄປແຫ່ງຫົນທີ່ບໍ່ບອກໃຫ້ຊາບ
ຕາມຄຳເວົ້າຂອງພະນັກງານໂຮງແຮມທີ່ແຈ້ງໃຫ້ວີໂອເອພະແນກພາສາຈີນກາງຊາບ
ໃນຕອນເຊົ້າວັນອາທິດມື້ນີ້.

ໃນວັນພະຫັດຜ່ານມາ ແຫຼ່ງຂ່າວ ໄດ້ບອກວີໂອເອ ພະແນກພາສາຈີນກາງວ່າ ອາຈານ
ສອນໄວ 84 ປີ ໄດ້ຖືກກັກໂຕຢູ່ບ້ານພັກພູເຂົາ ຢັນສີ ໃນເຂດຈີນານ ຂອງທະຫານ ທີ່
ເປັນໂຮງແຮມເຄືອຄ່າຍຂອງທະຫານ ທັງເປັນສູນກາງຕ້ອນຮັບ ໃນ ຈີນານ ທາງພາກ
ຕາເວັນອອກຂອງຈີນ. ເພິ່ນໄດ້ຖືກນຳໂຕອອກໄປ ໃນຂະນະທີ່ໃຫ້ການສຳພາດທາງ
ໂທລະສັບກັບໂທລະພາບສຽງອາເມລິກາ ພະແນກພາສາຈີນກາງຢູ່ ໃນລາຍການ
Issues & Opinions ໃນຕອນເຊົ້າວັນພຸດສັບປະດາແລ້ວນີ້ ເວລາທ່ານໄດ້ຕ້ອງຕິ
ຍຸທະສາດຕ່າງປະເທດແລະການທູດຂອງຈີນຢູໃນອັຟຣິກາ. ໃນຂະນະທີ່ສຳພາດຢູ່ນັ້ນ
ທ່ານ ຊັນ ໄດ້ບອກວີໂອເອວ່າ ເຈົ້າໜ້າທີ່ ໄດ້ບຸກເຂົ້າໄປໃນເຮືອນຂອງເພິ່ນ ເພື່ອຫັກ
ຫ້າມບໍ່ໃຫ້ເພິ່ນໄດ້ປາກເວົ້າຕໍ່ຕ້ານລັດຖະບານ.

ລຸນຫຼັງນັກຂ່າວວີໂອເອໄດ້ໄປກວດເບິ່ງໂຮງແຮມດັ່ງກ່າວໃນ ຈີນານ ໃນວັນເສົາວານນີ້
ນັກຂ່າວດັ່ງກ່າວພ້ອມດ້ວຍຜູ້ຊ່ອຍໄດ້ຊອກຄົ້ນເບິ່ງຫ້ອງຂອງອາຈານຄົນນັ້ນ ເພື່ອຊອກ
ຫາຮ່ອງຮອຍຂອງການເຄື່ອນໄຫວຕ່າງໆ. ເຮືອນນ້ອຍດັ່ງກ່າວຍັງຖືກອັດຢູ່ຕາມເດີມ.
ໃນຕອນເຊົ້າວັນອາທິດມື້ນີ້. ນັກຂ່າວຂອງວີໂອເອ ໄດ້ເຄາະປະຕູຫ້ອງ ແຕ່ບໍ່ໄດ້ຍິນສຽງ
ຕອບ.

ໃນການສຳພາດກັບແຫຼ່ງຂ່າວທີ່ຫ້ອງຮັບແຂກຊັ້ນທີນຶ່ງນັ້ນ ນັກຂ່າວຂອງວີໂອເອ ໄດ້ຮັບ
ຊາບວ່າ ພວກເຈົ້າໜ້າທີ່ ໄດ້ນຳໂຕອາຈານດັ່ງກ່າວໄປບ່ອນອື່ນແລ້ວ ເມື່ອສອງມື້ກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG