ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສືບ​ສວນ​ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ ຢູ່​ບໍ​ລິ​ສັດ​ການ​ລົງ​ທຶນ​ຂອງລັດ ສຳ​ລັບ​ການ​ສໍ້​ລາດ​ບັງຫຼວງ


​ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປ້າຍ​ຂອງ​ບໍ​ລິ​ສັດ Citic Securities ຢູ່​ຫ້ອງ​ການ​ໃຫຍ່​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 27 ມີ​ນາ 2013.
​ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປ້າຍ​ຂອງ​ບໍ​ລິ​ສັດ Citic Securities ຢູ່​ຫ້ອງ​ການ​ໃຫຍ່​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ, 27 ມີ​ນາ 2013.

ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຢູ່​ບໍ​ລິ​ສັດ​ການ​ລົງ​ທຶນ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ ຈີນ ທີ່​ສຳ​ຄັນແຫ່ງ​ນຶ່ງ​ແມ່ນ​ກຳ​ລັງ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ​ສອບ​ສວນ​ສຳ​ລັບ​ກາ​ນ​ສໍ້​ລາດ​ບັງຫຼວງ, ອົງ​ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ລັດ​ຖະ​ບານ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້, ໃນ​ຂະ​ນະ​ທີ່​ການ​ປາບ​ປາມ​ຢ່າງບໍ່​ລົດ​ລະ​ຕໍ່​ການ​ສໍ້​ໂກງ​ໄດ້​ແຜ່​ລາມ​ໃນ​ຂະ​ແໜງ​ການ​ເງິນ.

ທ່ານ ຊູ ໂຊ, ຮອງ​ປະ​ທານ​ກຸ່ມ China Citic ແມ່ນ “ຖືກ​ສົງ​ໄສ ກ່ຽວ​ກັບ ການ​ລະ​ເມີດ​ລະ​ບຽບ​ວິ​ໄນ ແລະ ກົດ​ໝາຍ​ຮ້າຍ​ແຮງ,” ຄະ​ນະ​ກຳ​ມາ​ທິ​ການ​ສູນ​ກາງ​ສຳ​ລັບ​ການກວດ​ກາ​ລະ​ບຽບ​ວິ​ໄນ​ຂອງ​ພັກ​ຄອມ​ມູ​ນິ​ສ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ທາງ​ອອນ​ໄລ​ນ໌, ໂດຍບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

ກຸ່ມ Citic ແມ່ນ​ກຸ່ມ​ບໍ​ລິ​ສັດ​ການ​ລົງ​ທຶນ​ທີ່​ດຳ​ເນີນ​ການ​ໂດຍ​ລັດ​ຖະ​ບານ​ທີ່​ໃຫຍ່ ເຊິ່ງ​ມີ​ຊັບ​ສິນທັງ​ໝົດເທົ່າ​ກັບ 1.5 ພັນ​ຕື້​ໂດ​ລາ​ໃນ​ປີ​ກາຍນີ້, ອີງ​ຕາມ​ເວັ​ບ​ໄຊ້​ທາງ​ການ​ຂອງ​ເຂົາ​ເຈົ້າ.

ທ່ານ ຊູ, ນັກ​ເສດ​ຖະ​ກິດ​ອາ​ວຸ​ໂສ​ທີ່​ມີ​ພື້ນ​ຖານ ກ່ຽວ​ກັບ ການ​ເຂົ້າ​ຊື້​ກິດ​ຈະ​ການ​ໃນ​ຕ່າງ​ປະ​ເທດ ແລະ ການ​ປັບ​ປຸງ​ໂຄງ​ສ້າງ​ໃໝ່, ແມ່ນ​ໄດ້​ເປັນ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ​ນັບ​ຕັ້ງ​ແຕ່​ປີ 2019.

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ດຳ​ເນີນ​ການ​ປາບ​ປາມ​ເກືອບ​ວ່າ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຕໍ່​ເຈົ້າ​ໜ້າ​ທີ່ໆ​ສໍ້​ລາດ​ບັງຫຼວງ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກຳ​ອຳ​ນາດ​ນຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ຜູ້​ສະ​ໜັບສະ​ໜູນ​ເວົ້າ​ວ່າ ການ​ຕໍ່​ສູ້​ດັ່​ກ່າວ​ຈະ​ສະ​ໜັບ​ສະ​ໜູນ​ໃຫ້​ມີ​ລັດ​ຖະ​ບານ​ທີ່​ສະ​ອາດ, ໃນ​ຂະ​ນະ​ທີ່​ນັກ​ວິ​ຈານ​ໂຕ້​ຖຽງ​ວ່າ​ມັນ​ຍັງ​ຈະ​ເຮັດ​ໜ້າ​ທີ່​ເປັນ​ພາ​ຫະນະ​ສຳ​ລັບ​ທ່ານ ສີ ທີ່​ຈະ​ກວາດ​ລ້າງ​ຄູ່​ແຂ່ງ​ທາງ​ການ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG