ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານປະເທດຈີນ ກ່າວວ່າ ຄວາມສໍາພັນ ສະຫະລັດ-ຈີນ ຢູ່ໃນຂັ້ນ ຫົວລ້ຽວຫົວຕໍ່ (ວີດີໂອ)


ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ພົບປະກັບ ​ທ່ານ Tom Donilon ທີ່​ປຶກສາຝ່າຍຄວາມ​ໝັ້ນຄົງແຫ່ງຊາດຂອງສະຫະລັດ
ຢູ່ປັກກິ່ງ, ວັນທີ 27 ພຶດສະພາ 2013.
ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ພົບປະກັບ ​ທ່ານ Tom Donilon ທີ່​ປຶກສາຝ່າຍຄວາມ​ໝັ້ນຄົງແຫ່ງຊາດຂອງສະຫະລັດ ຢູ່ປັກກິ່ງ, ວັນທີ 27 ພຶດສະພາ 2013.
ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ກ່າວ​ວ່າ ຄວາມສໍາພັນ​
ຂອງ​ປັກ​ກິ່ງກັບ ວໍ​ຊິງ​ຕັນ ກໍາລັງ​ຢູ່​ໃນ​ຂັ້ນ “ຫົວລ້ຽວຫົວ​ຕໍ່” ​ທີ່​ຈະ
ເສີມຂະຫຍາຍຕໍ່​ຈາກ​ຜົນ​ສໍາ​ເລັດ​ທີ່ໄດ້​ຮັບມາ ​ແລະ​ເປີດ​ຂອບ
​ເຂດ​ໃໝ່​ຂຶ້ນ​ມາ ສໍາລັບອານາ​ຄົດ.”

ທ່ານ Xi ​ໄດ້​ສະ​ແດງຄວາມ​ເຫັນ​ດັ່ງກ່າວ ​ໃນ​ການ​ພົບ​ປະກັນ ຢູ່
ກຸງ​ປັກ​ກິ່ງ ​ໃນ​ວັນ​ຈັນ​ມື້​ນີ້ ກັບທີ່​ປຶກສາຄວາມ​ໝັ້ນຄົງແຫ່ງຊາດ
ຂອງສະຫະລັດ ທ່ານ Tom Donilon ​ທີ່​ໄດ້​ເດີ​ນທາງ​ໄປ​ປະ​
ເທດ​ຈີນ ​ເພື່ອ​ວາງ​ພື້ນຖານ​ສໍາລັບການ​ປະຊຸມ​ສຸດຍອດ ປະ​ຈໍາ
ປີລະຫວ່າງ ທ່ານ Xi ​ແລະ ປະທານາທິບໍດີສະຫະລັດ ທ່ານ
Barack Obama ​ໃນ​ອາທິດ​ໜ້າ ຢູ່​ສະຫະລັດ.

ທ່ານ Donilon ​ໄດ້​ບອກ​ປະ​ເທດ​ປະ​ເທດ​ຈີນ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ຈະ​ເປັນ​ໂອ ກາດ​ອັນສໍາຄັນ ສໍາລັບ​ໃຫ້​ຜູ້​ນໍາ​ທັງ​ສອງ ​ໄດ້​ທໍາ​ການ​ສົນທະນາກັນແບບລົງເລິກ​ ກ່ຽວ​ກັບ
ຄວາມສໍ​າພັນ ​ລະ​ຫວ່າງສະຫະລັດກັບ​ຈີນ.

ການ​ພົບ​ປະ​ສົນທະນາ​ກັນ​ຈະ​ມີ​ຂື້ນ​ຢູ່​ ສະຖານ​ທີ່​ຕາກ​ອາກາດ Sunnylands ທີ່ສອກ ຫລີກ​ຫ່າງ​ໄກໃນ​ເຂດທະ​ເລ​ຊາຍ ​ໃນ​ລັດ California ທາງພາກ​ຕາ​ເວັນ​ຕົກ ຂອງສະຫະ ລັດ ​ໃນ​ວັນ​ທີ 7 ​ແລະ 8 ເດືອນ​ມິ​ຖຸ​ນາ​ ອາທິດ​ໜ້າ​ນີ້.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ທ່ານ Donilon ​ໄດ້​ພົບ​ປະ ຢູ່​ກຸງ​ປັກ​ກິ່ງ ກັບ​ທີ່​ປືກສາ​ລັດຖະບານ ຈີນ ທ່ານ Yang Jiechi ​ແລະ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ ປະ​ຈໍາ​ສະຫະ​ລັດ ທ່ານ Cui Tiankai ກ່ຽວ​ກັບ​ການ​ກະກຽມ​ສໍາລັບ​ກອງ​ປະຊຸມ​ສຸດ​ຍອດ ​ລະຫວ່າງ​ຜູ້​ນໍ​າຈີນ​ກັບ​ສະຫະ ລັດ​ນັ້ນ.

ວີດິໂອກ່ຽວກັບ ການ​ພົບ​ປະກັນລະຫວ່າງທ່ານ Donilon ກັບ ທ່ານ Yang Jiechi:

US China
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG