ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກຽມພ້ອມ ເພື່ອຮັບມື ກັບເຊື້ອໄວຣັສ Zika ຂະນະທີ່ ມີການກວດພົບ ສອງກໍລະນີໃໝ່


ຍຸງລາຍຖືກຖ່າຍຮູບ ທີ່ຫ້ອງທົດລອງ ຂອງກະຊວງ ສາທາລະນະສຸກ ແຫ່ງປະເທດ El Salvador ໃນນະຄອນຫຼວງ San Salvador. 7 ກຸມພາ, 2016.
ຍຸງລາຍຖືກຖ່າຍຮູບ ທີ່ຫ້ອງທົດລອງ ຂອງກະຊວງ ສາທາລະນະສຸກ ແຫ່ງປະເທດ El Salvador ໃນນະຄອນຫຼວງ San Salvador. 7 ກຸມພາ, 2016.

ປະຊາຊົນ ຈີນ 2 ຄົນໄດ້ຖືກ​ວິນິດ​ໄສ​ວ່າ​ຕິດເຊື້ອໄວຣັສ Zika, ເຮັດ ໃຫ້ຈຳນວນທັງໝົດ ຂອງກໍລະນີການຕິດເຊື້ອໄວຣັສໃນ ຈີນ ​ເພີ້ມ ຂຶ້ນເປັນ 8 ຄົນ.

ເມື່ອບໍ່ດົນມານີ້ເດັກນ້ອຍອາຍຸ 6 ແລະ 8 ປີໄດ້ເດີນທາງກັບປະເທດ ຈາກປະເທດ Venezuela, ໂດຍ​ໄປຮອດເມືອງ Guangzhou ພ້ອມກັບຕຸ່ມທີ່ເປັນຜື່ນ ແລະ ມີອາການໄຂ້.

ມາເຖິງປະຈຸບັນນີ້ ຍັງບໍ່ທັນໄດ້ມີກໍລະນີຂອງການຕິດຕໍ່ເຊື້ອໄວຣັສ ໃນ ຈີນ ເທື່ອ, ແຕ່ຜູ້ຊ່ຽວຊານບາງຄົນກ່າວວ່າ, ເມື່ອລະດູຮ້ອນກຳ ລັງຫຍັບໃກ້ເຂົ້າມາ, ສິ່ງດັ່ງກ່າວນັ້ນອາດມີການປ່ຽນແປງ.

ແອນ້ອຍ Caio Julio Vasconcelos ທີ່ເກີດມາດ້ວຍຫົວລີບ, ຮັບການ ປິ່ນປົວກາຍະບຳບັດ ທີ່ສະຖາບັນສຳລັບຄົນຕາບອດ ໃນເມືອງ Joao Pessoa, ປະເທດ ບຣາຊິລ. 25 ກຸມພາ 2016.
ແອນ້ອຍ Caio Julio Vasconcelos ທີ່ເກີດມາດ້ວຍຫົວລີບ, ຮັບການ ປິ່ນປົວກາຍະບຳບັດ ທີ່ສະຖາບັນສຳລັບຄົນຕາບອດ ໃນເມືອງ Joao Pessoa, ປະເທດ ບຣາຊິລ. 25 ກຸມພາ 2016.

ທ່ານ Ben Cowling, ອາຈານສອນ ທີ່ສະ​ຖາ​ບັນສາທາລະນະສຸກ ຂອງມະຫາວິທະຍາໄລ ຮົງກົງ, ໄດ້ກ່າວວ່າ, “ມັນຂ້ອນຂ້າງຈະ ເບິ່ງຄືວ່າຂ້າພະເຈົ້າເຊື່ອວ່າເຊື້ອໄວຣັສ Zika ນີ້ຈະແຜ່ລະບາດ ໃນພາກພື້ນ ອາເມຣິກາກາງ ແລະ ພາກໃຕ້ຂອງ ສະຫະລັດ, ແລະ ດັ່ງນັ້ນເມື່ອສິ່ງດັ່ງກ່າວນັ້ນຫາກເກີດຂຶ້ນ ມັນກໍຈະມີການ ແຜ່ລະ ບາດຂອງເຊື້ອໄວຣັສໃນຊີກໂລກຕອນເໜືອ ໃນລະດູ ຮ້ອນນີ້, ແລະ ບາງທີກໍອາດຈະມີໂອກາດສູງທີ່ມັນຈະແຜ່ລາມ ມາສູ່​ເຂດ ເອເຊຍຕາເວັນອອກສຽງໃຕ້.”

ເຊື້ອໄວຣັສ Zika ໄດ້ຖືກຄົ້ນພົບເກືອບເມື່ອ 70 ປີທີ່​ແລ້ວ, ແຕ່ເມື່ອ ສອງສາມເດືອນທີ່ຜ່ານມານີ້ ເຊື້ອໄວຣັສດັ່ງກ່າວແມ່ນເຊື່ອວ່າໄດ້ ເປັນສາເຫດຂອງການເກີດຜິດປົກກະຕິ ຂອງເດັກນ້ອຍເກີດໃໝ່ ຈາກແມ່ຜູ້ທີ່ຕິດເຊື້ອໄວຣັສ. ພະຍາດດັ່ງກ່າວໄດ້ຖືກຄົ້ນພົບໃນເກືອບ 30 ປະເທດ ແລະ ຫຼາຍ ຂົງເຂດ.

ຍຸກໂລກາພິວັດ ແລະ ການເດີນທາງໄປຕ່າງປະເທດທີ່ເພີ່ມຂຶ້ນໄດ້ເຮັດໃຫ້ເຊື້ອໄວຣັສ ສາມາດ ແຜ່ລາມອອກໄປຢ່າງໄວວາ.

ທ່ານ Duane Gubler ອາຈານສອນຢູ່ທີ່ມະຫາວິທະຍາໄລການແພດ DUKE-NUS ໃນປະ ເທດ ສິງກະໂປ ໄດ້ກ່າວວ່າ ຢູ່​ໃນ​ເຂດ​ເທດສະ ບານຂອງເມືອງໃຫຍ່ ທີ່​ມີປະຊາຊົນຈຳນວນ ຫຼວງຫຼາຍອາໄສຢູ່ໃນ​ເຂດ ​ເທດສະບານ​ຕ່າງໆ ຂອງບັນດາປະເທດທີ່ກຳລັງພັດທະນາ, ກໍຍັງ ເປັນການຊ່ວຍເຫຼືອຕໍ່ການແຜ່ລະບາດຂອງເຊື້ອໂຣກດັ່ງກ່າວ.

XS
SM
MD
LG