ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຈີນສະແດງຄວາມໂສກເສົ້າເສຍໃຈ ໄປຍັງ ຍີ່ປຸ່ນ ກ່ຽວກັບໄພແຜ່ນດິນໄຫວ


ທ່ານເຫວີນເຈ້ຍບາວ ນາຍົກລັດຖະມົນຕີຈີນ ຕອບຄໍາຖາມໃນກອງປະ
ຊຸມຖະແຫລງຂ່າວຫລັງຈາກອັດກອງປະຊຸມປະຈໍາປີຂອງສະພາປະຊາ
ຊົນແຫ່ງຊາດ ທີ່ກຸງປັກກິງ ວັນທີ 14 ມີນາ 2011.
ທ່ານເຫວີນເຈ້ຍບາວ ນາຍົກລັດຖະມົນຕີຈີນ ຕອບຄໍາຖາມໃນກອງປະ ຊຸມຖະແຫລງຂ່າວຫລັງຈາກອັດກອງປະຊຸມປະຈໍາປີຂອງສະພາປະຊາ ຊົນແຫ່ງຊາດ ທີ່ກຸງປັກກິງ ວັນທີ 14 ມີນາ 2011.

ນາຍົກລັດຖະມຸນຕີຈີນ ທ່ານ Wen Jiabao ໄດ້ສະແດງຄວາມ​ໂສກ ເສົ້າເສຍໃຈໄປຍັງ ຍີ່ປຸ່ນ ຊຶ່ງກໍາລັງພະຍາຍາມ​ຮັບມື​ກັບ​ຄວາມ​ຫາ​ຍະ​ນະ​ຈາກໄພ ແຜ່ນດິນໄຫວຄັ້ງ​ຮ້າຍ​ແຮງ ຕິດຕາມ ​ມາ​ດ້ວຍ​ຄື້ນຟອງຊຶນາມິ ທີ່​ສົ່ງ​ຜົນ​ໃຫ້​ເກີດວິ​ກິດ​ການ​ດ້ານ​ນິວ​ເຄລຍນັ້ນ. ການກ່າວ ສະ​ແດງ​ຄວາມ​ເສຍ​ໃຈຂອງ​ທ່ານ​ ເຫ​ວີນ​ເຈ້​ຍບາ​ວ ມີຂຶ້ນໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ ໃນກອງປະຊຸມ​ໃຫ້​ສໍາ​ພາດ​ຂ່າວ ທີ່ຈັດຂຶ້ນ ເປັນປະຈໍາ ຫຼັງຈາກເສັດສິ້ນກອງປະຊຸມປະ​ຈໍາປີ​ຂອງສະພາປະ ຊາຊົນ​ຈີນນັ້ນ.

ເຖິງແມ່ນ​ໄດ້ມີບັນຫາ​ຂັດ​ແຍ່ງ​ເລື້ອງ​ເຂດ​ນໍ້າ​ແດນ​ດິນກັບຍີ່ປຸ່ນ​ໃນ​ຫວ່າງໄວມາ​ນີ້ກໍຕາມ ​ແຕ່
ນາຍົກລັດຖະມົນຕີ Wen Jiabao ກໍໄດ້ທໍາ​ຄວາມພະຍາຍາມ​ເປັນພິ​ເສດ​ໃນ​ຕອນ​ເສັດ​ສິ້ນ
ການໃຫ້​ສໍາ​ພາກ​ຂ່າວ​ເປັນເວລາ 2 ຊົ່ວໂມງ ຂອງ​ທ່ານໃນວັນຈັນທີ່ຜ່ານ​ມານີ້ ທີ່ຈະສະ​ແດງ
ຄວາມ​ເຫັນ​ອອກ​ມາ​ກ່ຽວ​ກັບຄວາມພະຍາຍາມໃນ​ການຟື້ນ​ໂຕ​ຄືນ​ຈາກ​ໄພພິບັດ​ທໍາ​ມະ​ຊາດ
ທີ່​ຍີ່ປຸ່ນນັ້ນ ຊຶ່ງທ່ານ Wen ກ່າວ​ວ່າ:

ທ່ານ Wen Jiabao ໄດ້ສະແດງຄວາມ​ເສົ້າ​ເສຍ​ໃຈ​ຂອງ​ປະ​ເທດ​ຈີນຕໍ່ການສູນເສຍຊີວິດ
ຍ້ອນໄພແຜ່ນດິນໄຫວຄັ້ງ​ຮ້າຍ​ແຮງແລະຄື້ນຟອງ​ຍັກຊຶນາມິ ໃນຍີ່ປຸ່ນ ແລະ​ໄດ້ສະແດງ
ຄວາມເຫັນ​ອົກເຫັນໃຈຕໍ່ປະຊາຊົນຊາວຍີ່ປຸ່ນນໍາດ້ວຍ.

ທ່ານ​ເຫ​ວີນ ​ເຈ້ຍ​ບາ​ວ ກ່າວວ່າ ຈີນມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ ກໍເພາະວ່າຈີນ​ກໍເປັນ​ປະ
ເທດ​ທີ່​ມັກປະ​ເຊີນ​ກັບ​ໄພ​ແຜ່ນດິນໄຫວ​ເຊ່ນ​ກັນ ​ແລະ​ທ່ານ​ໄດ້​ກ່າວເຖິງການ​ຊ່ອຍເຫລືອ
ຂອງ​ຍີ່ປຸ່ນ​ໃຫ້​ແກ່ຈີນ ​ຫລັງ​ຈາກ​ເກີດແຜ່ນດິນ​ໄຫວ​ໃນເຂດ​ເຫວີ້​ນຈວນ​ໃນປີ 2008 ນັ້ນ.

ຈີນ​ໄດ້​ໃຫ້ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ແກ່​ຍີ່​ປຸ່ນ​ເປັນ​ມູນ​ຄ່າ 4 ລ້ານ 5 ​ແສນ​ໂດ​ລາ
ແລະທີ​ມຊ່ອຍ​ກູ້​ໄພ​ຂອງ​ຈີນ​ຄະນະ​ນຶ່ງກໍ​ໄດ້​ເດີນທາງ​ໄປ​ຮອດ​ຍີ່ປຸ່ນ​ໃນ​ວັນ​ອາທິດ​ຜ່ານ​ມາ​
ນີ້. ທ່ານ​ເຫວີ​ນຍັງກ່າວຕື່ມວ່າ ຈີນຕຽມພ້ອມທີ່ຈະໃຫ້ການຊ່ອຍ​ເຫລືອເພີ່ມອີກ ຖ້າຫາກ
ມີຄວາມຕ້ອງການ​ຕື່ມ​ອີກ.

ທ່ານ Wen Jiabao ​ໄດ້​ມີ​ຄວາມ​ເຫັນດັ່ງກ່າວ ​ໃນ​ຕອນມ້ວນທ້າຍກອງປະຊຸມຖະແຫລງ
ຂ່າວ​ເປັນເວລາຍາວນານ​ ຊຶ່ງ​ເປັນ​ຂີດ​ໝາຍ​ວາລະ​ອັດກອງປະຊຸມປະຈໍາປີຂອງສະພາປະຊາ
ຊົນ​ແຫ່ງ​ຊາດຈີນ.

ໃນຕອນເຊົ້າວັນຈັນ ກ່ອນໜ້າການ​ຖະ​ແຫລ​ງຂ່າວ​ນັ້ນ ສະມາຊິກສະພານິຕິບັນຍັດເກືອບ
3 ພັນຄົນໄດ້ລົງມະຕິ​ຮັບຮອງ​ເອົາ​ແຜນການພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ ຊຸດຕໍ່​ໄປ ທີ່
ໄດ້​ວາງ​ເປົ້າໝາຍ​ຕ່າງໆທັງ​ໝົດຂອງ​ຄະນະ​ນໍາ​ພາ​ຄອມ​ມີ​ວນິດ​ໄວ້ ນັບ​ແຕ່​ປີ​ນີ້​ ​ໄປຮອດ​ປີ
2015.

ທ່ານ Wen ກ່າວວ່າ ນຶ່ງໃນຄວາມເປັນຫ່ວງທີ່​ສໍາຄັນຂອງລັດຖະບານສໍາລັບ​ປີ​ນີ້ ກໍຄືການ
ຄວບຄຸມ​ສະພາວະ​ເງິນ​ເຟີ້ ຊຶ່ງທ່ານກ່າວ​ວ່າ:

ນາ​ຍົກ​ລັດຖະມົນຕີ​ເຫ​ວິ້ນ​ເຈຍ​ບາ​ວ​ເວົ້າວ່າ “ສະພາວະ​ເງິນ​ເຟີ້ນີ້ ກໍ​ຄື​ກັບເສືອ​ໂຕ​ນຶ່ງ ​
ເວລາ​ໃດເຮົາປ່ອຍ​ເສືອ​ອອກ​ໄປ ມັນ​ກໍ​ຈະ​ເປັນ​ການຍາກ​ຫລາຍ​ທີ່​ເອົາ​ມັນກັບ​ຄືນ​
ມາ​ເຂົ້າ​ຄອກ​ໄດ້.”

ທ່ານ​ກ່າວ​ຕໍ່​ໄປວ່າ ມີ​ຫລາຍສາ​ເຫດພາຍນອກສໍາລັບ​ສະພາວະ​ເງິນ​ເຟີ້​ນີ້ ​ໂດຍ​ສະ​ເພາະ​ແລ້ວ
ກໍແມ່ນ​ລາຄາ​ນໍ້າມັນແລະ​ພວກ​ອາຫານ​ປະ​ເພດ​ເມັດທີ່​ແພງ​ຂຶ້ນ​ຢູ່​ໃນ​ຕະຫລາດ​ໂລກ. ທ່ານ​ຍັງ
ຖິ້ມ​ໂທດ​ໃສ່​ອັນ​ທີ່​ເອີ້ນ​ວ່າ ນະ​ໂຍບາຍປ່ອຍ​ເງິນ​ອອກ​ສູ່​ເສດຖະກິດໃນ​ປະ​ເທດ​ຕ່າງໆ​ເຊ່ນ ສະ
ຫະລັດ​ນັ້ນ ວ່າພາ​ໃຫ້​ເກີດ​ອັນ​ທີ່​ທ່ານ​ບັນ​ລະ​ຍາຍ​ວ່າ ເປັນ​ການ​ລອຍ​ໂຕ​ຂຶ້ນໆ​ລົງໆຢ່າງ​ໃຫຍ່​
ໃນ​ອັດຕາ​ແລກປ່ຽນ​ເງິນຕາ​ແລະ​ຄ່າ​ສິນຄ້າຫລັກ​ຕ່າງໆ​ນັ້ນ.

ຊຶ່ງ​ທ່ານ​ເຫ​ວິ້ນ​ເຈຍ​ບາ​ວກ່າວ​ວ່າ “ຄ່າ​ແຮງ​ງານ​ ​ແລະ​ຄ່າ​ສິນຄ້າ​ພື້ນຖານທີ່ສູງຂຶ້ນໃນ​
ຈີນ ​ກໍ​ເປັນສາ​ເຫດ​ທີ່​ພາ​ໃຫ້​ເກີດ​ສະພາວະ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ເຊ່ນ​ກັນ.”

ນາຍົກລັດຖະມົນຕີຈີນຍອມຮັບວ່າ ​ການ​ປະຕິ​ຮູບທາງ​ດ້ານ​ການ​ເມືອງ​ນັ້ນ​ແມ່ນ​ຈໍາ​ເປັນ ຖ້າ​
ຈະ​ໃຫ້​ປະສົບກັບ​ຄວາມ​ສໍາ​ເລັດ​ສືບ​ຕໍ່​ໄປໃນການ​ປັບປຸງເສດຖະກິດ​ໃຫ້​ດີຂຶ້ນ​ນັ້ນ. ​ແຕ່​ທ່ານ
ເຫວີນບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ຫລາຍ ​ແລະທ່ານ​ກ່າວ​ວ່າ ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​
ໃນ​ຈີນ​ຈະ​ເປັນ​ຂັ້ນ​ຕອນ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ​ເທື່ອ​ລະ​ກ້າວ.

ໃນ​ຂະນະ​ດຽວ​ກັນ ທ່ານ​ເຫ​ວິນ​ເຈຍ​ບາ​ວ ກ່າວ​ວ່າ ມັນ​ບໍ່​ຖືກຕ້ອງ​ທີ່ຈະສົມ​ທຽບຈີນ​ໃສ່​ກັບ
ສະພາວະ​ການ​ເມືອງ​ທີ່​ປັ່ນ​ປ່ວນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ ຊຶ່ງທ່ານ​ກ່າວ​ຕໍ່​ໄປວ່າ ທາງ
ລັດຖະບານ​ຈີນ​ມີ​ຄວາມ​ຮູ້ສຶກ​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນຊາວຈີນ​ທໍາ​ມະ​ດາ​ສາມັນ​ໄດ້
ດີ​ຂຶ້ນ​ເຖິງ​ຂັ້ນ​ທີ່​ວ່າ ບັດ​ນີ້​ຈີນ​ເປັນ​ເສດຖະກິດທີ່​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ແລ້ວ. ໃນ​ເວລາ
ດຽວກັນ ທ່ານ​ກໍຍອມຮັບ​ວ່າ​ ມີ​ບັນຫາບົ່ມ​ຊ້ອນ​ຫລາຍ​ຢ່າງ ຮວມທັງ​ຄວາມ​ຈິງ​ທີ່​ວ່າ​ ຈີນ
ເປັນ​ປະ​ເທດ​ພວ​ມ​ພັດທະນາ​ທີ່​ມີ​ພົນລະ​ເມືອງເປັນ​ຈໍານວນຫລວງຫລາຍ​ ແລະ​ອັນ​ທີ່​ທ່ານ​
ເອີ້ນ​ວ່າ ພື້ນຖານ​ເສດຖະກິດ​ທີ່ອ່ອນ​ແອ ​ແລະ​ການ​ພັດທະນາ​ທີ່ບໍ່​ສະ​ໝໍ່າສະ​ເໝີ.

XS
SM
MD
LG